ອະດີດນັກເຕະບານສະໂມສອນນະຄອນຫຼວງວຽງຈັນ ຄວ້າແຊັມບານເຕະ ຊ້າງລີກຄັບ 2019

111

ອະດີດນັກເຕະບານ ສະໂມສອນ ນະຄອນຫຼວງວຽງຈັນ ລົງສະໜາມ 9 ນັດ ສາມາດເອົາຊະນະ 7 ນັດ, ສະເໝີ 1 ນັດ ແລະ ເສຍ 1 ນັດ ລວມມີ 22 ຄະແນນ ຄວ້າການແຂ່ງຂັນເຕະບານ 9 ຄົນ ປະເພດທີມຊາຍ ຮຸ່ນອາຍຸ 40 ປີຂຶ້ນໄປ ຊີງຂັນສະໜາມບານເຕະຫຍ້າທຽມ ຊ້າງ ເອັຟຊີ ຫຼື ລາຍການ ຊ້າງ ລີກຄັບ 2019 ເພື່ອສ້າງຂະບວນການສະເຫຼີມສະຫຼອງວັນສ້າງຕັ້ງສະ ໜາມຫຍ້າທຽມ ຊ້າງ ເອັບຊີ ຄົບຮອບ 7 ປີ ແລະ ສະຫຼອງວັນຊາດທີ 2 ທັນວາ ຄົບຮອບ 44 ປີ (2 ທັນວາ 1975 ຫາ 2 ທັນວາ 2019).

ການແຂ່ງຂັນບານເຕະ 9 ຄົນ ຮຸ່ນອາຍຸ 40 ປີຂຶ້ນໄປ ລາຍການ ຊ້າງ ລີກ ຄັບ 2019 ໂດຍໄດ້ຮັບການສະໜັບສະໜູນຈາກຜະລິດຕະພັນເບຍສິງ ນັດສົ່ງທ້າຍ ໃນຄັ້ງນີ້ ໄດ້ມີຂຶ້ນ ເມື່ອວັນທີ 21 ທັນວາ ຜ່ານມາ ທີ່ສະໜາມບານເຕະຫຍ້າທຽມ ຊ້າງ ເອັບຊີ 3 ບ້ານຊ້າງຄູ້ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ສຸລິກັນ ຫຼວງບຸນເຮືອງ ເຈົ້າຂອງສະໜາມເຕະບານຫຍ້າທຽມ ຊ້າງເອັບຊີ ຕາງໜ້າຜະລິດຕະພັນເບຍສິງ, ພ້ອມດ້ວຍບັນດາຄະນະນຳ, ຄູຝຶກ ແລະ ນັກກິລາຕະຫຼອດຮອດກອງເຊຍເຂົ້າຮ່ວມຊົມ ແລະ ເຊຍ ຢ່າງຫຼວງຫຼາຍ.

ການແຂ່ງຂັນລາຍການດັ່ງກ່າວ ມີທີມເຂົ້າຮ່ວມ 10 ທີມ ຈັດເປັນກຸ່ມດຽວ ແລະ ແຂ່ງຂັນລະບົບແບບລີກ ມີແຕ່ຮອບຂາໄປ ຄັດເອົາທີມທີ່ມີຄະແນນດິທີ່ສຸດໄດ້ແຊັມໄປຄອງ ການແຂ່ງຂັນໄດ້ດຳເນີນມາແຕ່ທ້າຍເດືອນພະຈິກ ຜ່ານມາ ຜ່ານການແຂ່ງຂັນສົ່ງທ້າຍ ປະກົດວ່າ: ຄູ່ທີ 1 ສະໂມສອນ ວີໄອພິີ ໄຊເຊດຖາ ຊະນະ ຮາດຣ໋ອກ ເອັບຊີ 6-4 ປະຕູ, ທີມສະບາຍດີ ຊະນະ ຄົນຈິງໃຈ 3-2 ປະຕູ, ປະສານໃຈ ຊະນະ ວີໄອພີ ເດັນຄິດ 5-2 ແລະ ຄູ່ສຸດທ້າຍ ກອງທັບ ຊະນະ ອະດີດນະຄອນຫຼວງວຽງຈັນ 3-2 ປະຕູ ເຖິງວ່າ ທີມອະດີດນະຄອນຫຼວງ ຈະເສຍໃນນັດສຸດທ້າຍກໍຕາມ ແຕ່ກໍຍັງສາມາດຄວ້າແຊ໋ມລາຍການດັ່ງກ່າວ ໄປຄອງ ຫຼັງລົງສະໜາມ 9 ນັດ ຊະນະ 7 ນັດ, ສະເໝີ 1 ນັດ ແລະ ເສຍ 1 ນັດ ລວມມີ 22 ຄະແນນ, ທີ 2 ສະໂມສອນ ປະສານໃຈ ລົງສະໜາມ 9 ນັດ ຊະນະ 6 ນັດ ແລະ ສະເໝີ 3 ນັດ ລວມມີ 21 ຄະແນນ, ທີ 3 ອະດີດ ກອງທັບ ລົງສະໜາມ 9 ຊະນະ 5 ນັດ, ສະເໝີ 1 ນັດ ແລະ ເສຍ 2 ນັດ ລວມມີ 19 ຄະແນນ ແລະ ທີ 4 ສະໂມສອນ ຄົນຈິງໃຈ ລົງສະໜາມ 9 ນັດ ຊະນະ 4 ນັດ, ສະເໝີ 1 ນັດ ແລະ ເສຍ 3 ນັດມີ 16 ຄະແນນ.

ການແຂ່ງຂັນຄັ້ງນີ້ ທີ 1 ໄດເຮັບຂັນແຊ໋ມ ພ້ອມເງິນລາວັນ 5 ລ້ານກີບ ສ່ວນອັນດັບທີ 2 ໄດ້ຮັບງິນສົດ 3 ລ້ານກີບ, ທີ 3 ໄດ້ຮັບລາງວັນເງິນສົດ 1,5 ລ້ານກີບ ແລະ ທີ 4 ໄດ້ຮັບລາງວັນເງິນສົດ 1 ລ້ານກີບ.

ນອກຈາກການແຂ່ງຂັນຮຸ່ນອາວຸໂສ 40 ປີ ແລ້ວ ສະໜາມເຕະບານຫຍ້າທຽມ ຊ້າງ ເອັບຊີ ກໍຍັງສຳເລັດການແຂ່ງຂັນຊາວໜຸ່ມທົ່ວໄປ ໂດຍແຊ໋ມແມ່ນທີມຄິວລົດສາຍໃຕ້ ແລະ ຮຸ່ນອາຍຸ 35 ປີ ແຊ໋ມຕົກເປັນຂອງ ສະໂມສອນ ມາສດ້າ ເພື່ອສ້າງຂະບວນການສະຫຼອງ 2 ວັນສຳຄັນດັ່ງກ່າວ ຢ່າງມີຄວາມໝາຍເລີກເຊິງອີກດ້ວຍ.

ຂ່າວ: ສົງການ