ກົມພັດທະນາການທ່ອງທ່ຽວ ກິນຂາດຍິງລວມ 63 ປະຕູຄວ້າແຊັມບານເຕະຍິງ ສຕລ 2019

103

ການແຂ່ງຂັນບານເຕະຍິງ ຮຸ່ນທົ່ວໄປ ຊີງຂັນ ສຕລ ປະຈໍາປີ 2019 ມີ 7 ທີມເຂົ້າຮ່ວມການແຂ່ງຂັນ ໂດຍຈະແຂ່ງຂັນພົບກັນໝົດ ເພື່ອຫາທີມທີ່ອັນດັບດີທີ່ສຸດເປັນແຊັມຂອງລາຍການ, ເຊິ່ງໃນວັນທີ 21 ທັນວາ 2019 ທີ່ສະໜາມກີລາບານເຕະຫຍ້າທຽມ ສະຫະພັນບານເຕະແຫ່ງຊາດລາວ ( ບ້ານຫ້ວຍຫົງ ) ເປັນການແຂ່ງຂັນອາທິດສຸດທ້າຍ.

ໂດຍຄູ່ໜ້າສົນໃຈເປັນການພົບກັນລະຫວ່າງ ກົມພັດທະນາການທ່ອງທ່ຽວ ແຊັມເກົ່າ ທີ່ຂໍພຽງສະເໝີຈະໄດ້ສະຫຼອງແຊັມທັນທີພົບກັບ ເຄພີເອັສ ປາກົດວ່າ: ກົມພັດທະນາການທ່ອງທ່ຽວ ສາມາດເອົາຊະນະໄປແບບບໍ່ເຫັນຝຸ່ນ 13-0 ຄວ້າແຊັມໄປຄອງ ແລະ ເປັນແຊັມສະໄໝທີ 2 ຕິດຕໍ່ກັນ ພ້ອມທັງສ້າງສະຖິຕິລົງສະໜາມ 6 ນັດຊະນະລວດຍິງໄປທັງໝົດ 63 ປະຕູ ແລະ ບໍ່ເສຍຈັກປະຕູ ຄວ້າຂັນແຊັມ, ຫຼຽນລາງວັນ ແລະ ເງິນລາງວັນ 15.000 ລ້ານກີບໄປຄອງ.

ສ່ວນ ອັນດັບ 2 ມະຫາວິທະຍາໄລວິທະຍາສາດສຸຂະພາບ ລົງແຂ່ງຂັນ 6 ນັດຊະນະ 5 ແລະ ເສຍ 1 ມີ 15 ຄະແນນ ໄດ້ຮັບເງິນ 10.000.000 ກີບ, ອັນດັບ 3 ບໍລິສັດຈັນສີ ບໍລິການຂົນສົ່ງຈຳກັດ ລົງແຂ່ງຂັນ 6 ນັດ ຊະນະ 3 ເສຍ 3 ມີ 9 ຄະແນນ ໄດ້ຮັບເງິນ 5.000.000 ກີບ.

ຂະນະທີ່ ອັນດັບ 4 ມສ ສາລະຄຳ ລົງແຂ່ງຂັນ 6 ນັດ ຊະນະ 2 ເສຍ 4 ມີ 6 ຄະແນນ, ອັນດັບ 5 ເອັສຊີອີ ລົງແຂ່ງຂັນ 6 ນັດ ຊະນະ 2 ເສຍ 4 ມີ 6 ຄະແນນ, ອັນດັບ 6 ມສ ໂຄກສີວິໄລ ລົງແຂ່ງຂັນ 6 ນັດ ຊະນະ 2 ເສຍ 4 ມີ 6 ຄະແນນ ແລະ ອັນດັບ 7 ເຄພີເອັສ ລົງແຂ່ງຂັນ 6 ນັດ ຊະນະ 1 ເສຍ 5 ມີ 3 ຄະແນນ.
ສໍາລັບ ລາງວັນນັກເຕະຍິງສູງສຸດຕົກເປັນຂອງ ນາງ ສາຍສະຫມອນ ອິນທະພອນ ຈາກ ກົມພັດທະນາການທ່ອຽທ່ຽວ ຍິງໄດ້ 20 ປະຕູ ແລະ ລາງວັນທີມມາລະຍາດດີເດັ່ນ ມະຫາວິທະຍາໄລວິທະຍາສາດສຸຂະພາບ.

(ຄໍາສອນ; ຮູບຈາກ: ສະຫະພັນບານເຕະແຫ່ງຊາດລາວ)