ສົມຄູ່ເອກ ຂຸນພົນນ້ອຍ ແຕກ ກ່ອນພິກນ໊ອກຄູ່ແຂ່ງ ໄຟທ໌ຕ້ອນຮັບ ນັກມວຍຈາກເຊກອງ

72

ການແຂ່ງຂັນມວຍ ລາຍການ ເສີກນະຄອນຫຼວງ-ກໍກຽດແດນຈຳປາ ປະຈຳປີ 2019 ອາທິດທີ່ຜ່ານມາ ທີ່ສະໂມສອນໃນຮົ່ມພະແນກສຶກສາທິການ ແລະ ກີລາ ນະຄອນຫຼວງວຽງຈັນ ຈັດຂຶ້ນ 6 ຄູ່ເຊັ່ນເຄີຍ ໂດຍຄູ່ເອກອາທິດທີ່ຜ່ານມາ ສົມນໍ້າສົມເນື້ອອີ່ຫຼີ່ຂຶ້ນຊົກເປັນຄູ່ທີ 4 ລະຫວ່າງ ຂຸນພົນນ້ອຍ ສະໂມສອນ ຄໍາເສັງ ພົບກັບ ກ້ອງຊາຍແດນ ແຂວງເຊກອງ ໃນຮຸ່ນນໍ້າໜັກ 64 ກິໂລກຣາມ.

ປາກົດວ່າ: ທັງສອງເບິ່ງເຊີ້ງມວຍກັນກ່ອນໃນຕົ້ນກ່ອນທີ່ຈະອອກອາວຸດໜັກໜ່ວງຢ່າງສູສີກັນ ແລະ ກິນກັນບໍລົງໃນ 3 ຍົກທໍາອິດ ຈົນມາຮອດຍົກທີ 4 ຕົ້ນຍົກ ກ້ອງຊາຍແດນ ເດີນໜ້າລຸຍເຊັ່ນເຄີຍ ແລະ ຮຽກສຽງເຊຍດັງສະໜາມດັງອອກວຸດສັບສອກເຂົ້າໜ້າຝາກດ້ານຂວາຂອງ ຂຸນພົນນ້ອຍ ຈົນເລືອກໄຫຼ ກ່ອນທີ່ ຂຸນພົນນ້ອຍ ຈະເກີດອາລົມຢາກຮ້າຍ ກ່ອນເດີນໜ້າເປັນຝ່າຍເຂົ້າຕີ ແລະ ອອກອາວຸດໜັກໃສ່ຄູ່ແຂ່ງຢ່າງຕໍ່ເນື່ອງ ກ່ອນທ້າຍຈະສາມາດສົ່ງ ກ້ອງຊາຍແດນ ລົງນອນໃນພື້ນເວທີໄດ້ສໍາເລັດເອົາຊະນະນ໊ອກໄປແບບໄດ້ໃຈກອງເຊຍ.
ສ່ວນຜົນຄູ່ອື່ນໆມີດັ່ງນີ້:

-ຄູ່ທີ 1 ນ້ອງບີ້ ສິດສະຫຼາມບຸກ ຊະນະຄະແນນ ຊ້າງເຜືອກ ສິດໂຕ້ພາລຸງ ໃນຮຸ່ນນໍ້າໜັກ 45 ກິໂລກຣາມ.

-ຄູ່ທີ 2 ຄອມມົງໂດນ ເພັດນະຄອນ ເສຍຄະແນນໃຫ້ ເພັດສາຍຟ້າ ແຂວງເຊກອງ ຮຸ່ນນໍ້າໜັກ 47 ກິໂລກຣາມ

-ຄູ່ທີ 3 ມວຍຮອງຄູ່ເອກ ຂຸນເຫຼັກ ສະໂມສອນຄຳເສັງ ຊະນະນ໊ອກ ເພັດສີໝອກ ຍົກ 1 ຮຸ່ນນໍ້າໜັກ 59 ກິໂລກຣາມ

-ຄູ່ທີ 5 ລີໂອ ເພັດນະຄອນ ຊະນະນ໊ອກ ອານັນທະໄຊ ສໍຈະເລີນສິງ ຍົກ 1 ຮຸ່ນນໍ້າໜັກ 56 ກິໂລກຣາມ

-ຄູ່ທີ 6 ນ້ອງປິ່ນຄໍາ ສິດຈານຕູ່ ຊະນະຄະແນຍ ນ້ອງໂຄເຫຼັກ ແຂວງເຊກອງ ຮຸ່ນນໍ້າໜັກ 46 ກິໂລກຣາມຍິງ

(ຄໍາສອນ)