ຈີນຫຼຸດເງິນອຸດໜູນລົດໄຟຟ້າ ເພື່ອໃຫ້ບໍລິສັດແຂ່ງຂັນກັນດ້ານຄຸນນະພາບ

69

ລົດໄຟຟ້າ ຫຼື ອີວີ electric vehicles ທີ່ຊ່ວຍຫຼຸດມົນລະພິດຕໍ່ສິ່ງແວດລ້ອມ ແລະ ຫຼຸດການໃຊ້ນໍ້າມັນ ກໍາລັງໄດ້ຮັບການສົ່ງເສີມຈາກລັດຖະບານຕ່າງໆທົ່ວໂລກ ທີ່ຕ່າງຫັນມາເລັ່ງການພັດທະນາ, ເລັ່ງຊຸກຍູ້ການໃຊ້ລົດດັ່ງກ່າວຢ່າງຕໍ່ເນື່ອງ ໂດຍສະເພາະປະເທດຂະໜາດໃຫຍ່ຄືຈີນ ທີ່ມີມາດຕະການສົ່ງເສີມອຸດສາຫະກຳລົດອີວີ ດ້ວຍເງິນຫຼາຍພັນລ້ານຢວນ, ແຕ່ປັດຈຸບັນຍອດຂາຍລົດຫຼຸດລົງຫຼັງຈາກພາກລັດຢຸດຕິການສະໜັບສະໜູນເງິນໃຫ້ກັບຜູ້ບໍລິໂພກ ກໍາລັງສົ່ງຜົນໃຫ້ອະນາຄົດຂອງລົດອີວີ ໃນຈີນ ຈະບໍ່ສົດໃສຢ່າງທີ່ຫຼາຍຝ່າຍຄາດການເອົາໄວ້.

ບຣູມເບີກ ລາຍງານວ່າ: ອຸດສາຫະກຳລົດອີວີ ໃນປະເທດຈີນ ກໍາລັງປະສົບພາວະງຽບເຫງົາ ຫຼັງຈາກທີ່ລັດຖະບານຈີນ ປະກາດປັບຫຼຸດການສະໜັບສະໜູນອຸດສາຫະກຳອີວີ ຫຼາຍດ້ານ ລວມທັງການຫຼຸດເງິນອຸດໜູນຜູ້ບໍລິໂພກ ແລະ ກໍານົດໂກຕາຍອດຂາຍທີ່ຈະໄດ້ຮັບເງິນອຸດໜູນ. ທັງນີ້, ລັດຖະບານຈີນ ໄດ້ເລີ່ມມາດຕະການສົ່ງເສີມອຸດສາຫະກຳລົດ ອີວີ ມາແຕ່ປີ 2009 ເພື່ອກະຕຸ້ນການເຕີບໂຕອຸດສາຫະກໍາອີວີ ພາຍໃນປະເທດ ແລະ ເພີ່ມຄວາມສາມາດການແຂ່ງຂັນໃຫ້ກັບຜູ້ຜະລິດລົດຂອງຈີນ ຈົນເຮັດໃຫ້ກາຍເປັນຕະຫຼາດລົດໄຟຟ້າທີ່ໃຫຍ່ທີ່ສຸດໃນໂລກ ອີກທັງພາກລັດຈີນ ໄດ້ຕັ້ງເປົ້າໝາຍວ່າຈະສົ່ງເສີມຍອດຈໍາໜ່າຍລົດອີວີ ໃຫ້ໄດ້ຢ່າງໜ້ອຍ 25% ຂອງຍອດຂາຍລົດໃໝ່ພາຍໃນປີ 2025 ແລະ 60% ໃນປີ 2035.

ແຕ່ພາຍຫຼັງທີ່ດໍາເນີນນະໂຍບາຍດັ່ງກ່າວ ເຮັດໃຫ້ຈໍານວນຜູ້ຜະລິດລົດອີວີ ເພີ່ມຂຶ້ນ ໂດຍໃນເດືອນມີນາ 2019 ພົບວ່າມີການຜະລິດລົດໄຟຟ້າທັງລົດອີວີ ແລະ ລົດໄຣບິດ ມີຍອດຈົດທະບຽນຫຼາຍເຖິງ 486 ບໍລິສັດ ເຊິ່ງຖືວ່າມີຈໍານວນຫຼາຍເກີນໄປ ເມື່ອທຽບກັບຍອດຂາຍລົດອີວີ ເຮັດໃຫ້ລັດຖະບານຈີນ ປະກາດປັບຫຼຸດການສະໜັບສະໜູນເພື່ອບີບໃຫ້ຜູ້ຜະລິດລົດອີວີ ທັງຫຼາຍປັບຕົວ ແລະ ເພີ່ມສັກກະຍະພາບການແຂ່ງຂັນຫຼາຍຂຶ້ນ.

ໄຊນາເດລີ ລາຍງານວ່າ: ໃນເດືອນມິຖຸນາ 2019 ທາງການຈີນ ໄດ້ປັບຫຼຸດການໃຫ້ເງິນສະໜັບສະໜູນການຊື້ລົດອີວີ ຂອງຜູ້ບໍລິໂພກຈາກ 50 ພັນຢວນ ເຫຼືອພຽງ 25 ພັນຢວນ ສໍາລັບລົດລຸ້ນທີ່ມີໄລຍະຂັບເຄື່ອນ 400 ກິໂລແມັດຕໍ່ການສາກ 1 ຄັ້ງ, ສ່ວນລົດທີ່ມີໄລຍະຂັບເຄື່ອນ 250 – 399 ກິໂລແມັດຕໍ່ການສາກ 1 ຄັ້ງ ໄດ້ຮັບເງິນສະໜັບສະໜູນພຽງ 18 ພັນຢວນ ຈາກເດີມທີ່ໄດ້ຮັບ 34 – 45 ພັນຢວນ ແລະ ລັດຖະບານຈີນ ຕັ້ງເປົ້າຈະຢຸດຕິການສົ່ງເສີມທັງໝົດໃນທ້າຍປີ 2020 ໂດຍຫຼັງຈາກປັບຫຼຸດປະລິມານສະໜັບສະໜູນສົ່ງຜົນໃຫ້ຍອດຈໍາໜ່າຍລົດອີວີ ຫຼຸດລົງ 4 ເດືອນຕິດຕໍ່ກັນ.

ຂໍ້ມູນ: https://www.prachachat.net/world-news/news-403274