ສະຖາບັນຣັຕນະບໍລິຫານທຸລະກິດ ເປີດຂະບວນການສິລະປະສຶກສາ

172

ໃນວັນທີ 20 ທັນວາ 2019 ສະຖາບັນຣັຕນະບໍລິຫານທຸລະກິດ ຈັດກິດຈະກຳແຂ່ງຂັນສິລະປະວັນນະຄະດີ ປະຈຳປີ 2019 ຂຶ້ນ ເຂົ້າຮ່ວມໂດຍ ທ່ານ ປອ. ສົມເພັດ ຣັຕນະສິມ ປະທານສະຖາບັນຣັຕນະບໍລິຫານທຸລະກິດ, ມີຜູ້ອຳນວຍການ, ຮອງຜູ້ອຳນວຍການ, ວິຊາການ, ບໍລິຫານ, ຄະນະກຳມະການຕັດສິນການແຂ່ງຂັນ, ພ້ອມດ້ວຍພະນັກງານຄູ – ອາຈານ ແລະ ນັກສຶກສາເຂົ້າຮ່ວມ.

ທ່ານ ປອ. ສົມເພັດ ຣັຕນະສິມ ກ່າວວ່າ: ການຈັດກິດຈະກຳຄັ້ງນີ້ກໍເພື່ອເຮັດໃຫ້ການເຄື່ອນໄຫວກິດຈະກຳສິລະປະວັນນະຄະດີ ມີຂະບວນການເຂົ້າເຖິງນັກສຶກສາທຸກຄົນໃນແຕ່ລະປີໃນແຕ່ລະຊັ້ນຮຽນໃນສະຖາບັນຣັຕນະ ພ້ອມທັງເປັນການຜັນຂະຫຍາຍຄຳຂວັນ 3 ລັກສະນະ ແລະ 5 ຫຼັກມູນການສຶກສາ ທີ່ກະຊວງສຶກສາທິການ ແລະ ກີລາວາງອອກ ໂດຍສະເພາະວຽກງານສິລະປະສຶກສາ ເຮັດໃຫ້ນັກຮຽນກ້າສະແດງອອກ, ສ້າງປະສົບການ, ຮຽນຮູ້ການຢູ່ຮ່ວມກັນໃນສັງຄົມ ແລະ ໃຊ້ເວລາໃຫ້ເປັນປະໂຫຍດ.

ການແຂ່ງຂັນປະກອບມີ 3 ປະເພດ ຄື: ບົດຟ້ອນລວມໝູ່ ( ຍິງ – ຊາຍ ) ມີ 7 ທີມ, ການຮ້ອງເພງບ້ານນາ ມີ 7 ຄົນ ແລະ ແຂ່ງຂັນຮ້ອງເພງລາວສະໄໝ ( ຍິງ – ຊາຍ ) ມີ 2 ຄົນ.

ສຳລັບລາງວັນບົດຟ້ອນຊະນະເລີດ ຈະໄດ້ຮັບເງິນສົດມູນຄ່າ 2 ລ້ານກີບ, ອັນດັບ 2 ໄດ້ຮັບເງິນສົດມູນຄ່າ 1,5 ລ້ານກີບ; ສ່ວນການແຂ່ງຂັນຮ້ອງເພງບ້ານນາ ແລະ ເພງລາວສະໄໝຊະນະເລີດ ໄດ້ຮັບເງິນສົດມູນຄ່າ 3 ແສນກີບ.

ຂ່າວ – ຮູບ: ແກ້ວ