ຕົວເລກລັດຖະກອນໃໝ່ ປີ 2020 ມີຈຳນວນ 2.000 ຄົນ ຈັດສັນໃຫ້ສຶກສາ, ສາທາ, ແຂວງ ແລະ ເມືອງເປັນສ່ວນໃຫຍ່

250

ກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ II ປີ 2019 ໄດ້ໄຂຂຶ້ນໃນວັນທີ 19 ແລະ ປິດລົງໃນວັນທີ 20 ທັນວາ 2019 ທີ່ຫໍປະຊຸມແຫ່ງຊາດ ນະຄອນຫຼວງວຽງຈັນ ພາຍໃຕ້ການເປັນປະທານຂອງ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ໂດຍມີບັນດາທ່ານຮອງນາຍົກລັດຖະມົນຕີ, ສະມາຊິກລັດ ຖະບານ, ເຈົ້າຄອງນະຄອນຫຼວງວຽງຈັນ, ເຈົ້າແຂວງທົ່ວປະເທດ, ຜູ້ຕາງໜ້າອົງການຈັດຕັ້ງພັກ, ສະພາແຫ່ງຊາດ, ສານປະຊາຊົນສູງສຸດ, ອົງການໄອຍະການປະຊາຊົນສູງສຸດ, ສູນກາງແນວລາວສ້າງຊາດ, ສະຫະພັນນັກຮົບເກົ່າແຫ່ງຊາດ, ອົງການຈັດຕັ້ງມະຫາຊົນຂັ້ນສູນກາງ ພ້ອມດ້ວຍແຂກຖືກເຊີນເຂົ້າຮ່ວມຢ່າງພ້ອມພຽງ.

ກອງປະຊຸມລັດຖະບານເປີດກວ້າງ ຄັ້ງນີ້ໄດ້ພ້ອມກັນຄົ້ນ ຄວ້າ, ປຶກສາຫາລື ແລະ ພິຈາລະນາ 7 ເອກະສານສໍາຄັນ.

ສຳລັບເອກະສານທີ 7  ແມ່ນການຮັບຟັງການລາຍງານກ່ຽວກັບການແບ່ງຕົວເລກລັດຖະກອນໃໝ່ ປີ 2020 ໃຫ້ບັນດາກະຊວງ, ອົງການຈັດຕັ້ງຂັ້ນສູນກາງ ແລະ ທ້ອງຖິ່ນ ຈຳນວນ 2.000 ຄົນ ຕາມມະຕິຂອງສະພາແຫ່ງຊາດໄດ້ຮັບຮອງ ໂດຍຈະຈັດສັນໃຫ້ຂົງເຂດສຶກສາ, ສາທາ, ແຂວງ ແລະ ເມືອງເປັນສ່ວນໃຫຍ່.

ສຳລັບການສັບຊ້ອນບັນຈຸໃຫ້ຜ່ານການສອບເສັງຕາມຫຼັກການ ແລະ ຂັ້ນຕອນຢ່າງເຂັ້ມງວດ ບົນພື້ນຖານຄວາມຮູ້ – ຄວາມສາມາດ ສອດຄ່ອງກັບມາດຕະຖານຕຳແໜ່ງງານວ່າງ, ຫ້າມຮັບເອົາພະນັກງານອາສາສະໝັກ, ພະນັກງານຕາມສັນຍາເຂົ້າເປັນລັດຖະກອນໂດຍບໍ່ຜ່ານການສອບເສັງ.

ພ້ອມກັນນີ້ ກອງປະຊຸຸມ ໄດ້ຊີ້ນຳໃຫ້ບັນດາການນຳຂອງຂະແໜງການ ແລະ ທ້ອງຖິ່ນ ເອົາໃຈໃສ່ຕິດຕາມຊີ້ນຳໃນການສອບເສັງລັດຖະກອນໃຫ້ມີຄວາມໂປ່ງໃສ, ສະເໝີພາບ ແລະ ຍຸຕິທຳ.