ມວຍເສິກນະຄອນຫຼວງ-ກໍກຽດແດນຈຳປາ ເພີ່ມມວຍຄູ່ເດືອດ 7 ຄູ່ ເສົານີ້, ເຊກອງ ຍົກຄ້າຍມວຍປະທະ ນວ

118

ປົກກະຕິແລ້ວ ການແຂ່ງຂັນມວຍ ລາຍການ ເສິກນະຄອນຫຼວງ-ກໍກຽດແດນຈຳປາ ປະຈຳປີ 2019 ຈັດຂຶ້ນມີພຽງ 6 ຄູ່ ຂຶ້ນຊົກກັນເປັນປົກກະຕິໃນວັນເສົາ; ຫຼ້າສຸດເພື່ອເປັນການເອົາໃຈໃຫ້ແຟນພັນແທ້ມວຍລາວ ໄດ້ຊົມ ແລະ ເຊຍກັນສະໜຸກສະໜານມ່ວນຊື່ນຢ່າງເຕັມທີ່ ສະຫະພັນມວຍລາວ ນະຄອນຫຼວງວຽງຈັນ ຈຶ່ງຮ່ວມກັບ ບໍລິສັດ ກໍກຽດ ບ໋ອກຊີງກຣຸບ ຈຳກັດ ຈາກປະເທດໄທ ເພີ່ມມວຍຄູ່ມັນຄູ່ເດືອດຂຶ້ນອີກ 1 ຄູ່ ລວມເປັນ 7 ຄູ່ເລີ່ມເສົາທີ 21 ທັນວາ ເວລາ 20:00 ໂມງ ທີ່ສະໂມສອນໃນຮົ່ມພະແນກສຶກສາທິການ ແລະ ກິລາ ນະຄອນຫຼວງວຽງຈັນ (ນວ).

ທ່ານ ຄໍາເສັງ ສູນດາລາ ປະທານສະຫະພັນມວຍລາວ ນະຄອນຫຼວງວຽງຈັນ ເປີດເຜີຍວ່າ: ເຫດຜົນທີ່ເພີ່ມຄູ່ມວຍຂຶ້ນອີກ 1 ຄູ່ ຍ້ອນຢາກຕອບສະໜອງຕາມຄວາມຮຽກຮ້ອງຕ້ອງການຂອງແຟນມວຍຊາວລາວ ກໍຄື ຊາວນະຄອນຫຼວງວຽງຈັນ ໄດ້ເຊຍກັນຢ່າງມ່ວນຊື່ນ. ດັ່ງນັ້ນ, ເສົານີ້ ຈຶ່ງຈັດໃຫ້ມວຍຄູ່ທີ 1 ລະຫວ່າງ ນ້ອງບີ້ ສິດສະຫຼາມບຸກ ໂຄຈອນມາພົບກັນກັບ ຊ້າງເຜືອກ ສິດໂຕ້ພາລຸງ ໃນຮຸ່ນນໍ້າໜັກ 45 ກິໂລກຣາມ ອີກຄັ້ງໜຶ່ງ ຫຼັງຈາກມວຍຄູ່ນີ້ ຂຶ້ນຊົກກັນໄດ້ຢ່າງດຸເດືອດ ແລະ ຮັບລາງວັນຄູ່ມວຍເດືອດໄປຄອງເມື່ອຕົ້ນເດືອນທັນວາ ຜ່ານມາ.

“ ຢ່າງໃດກໍຕາມ, ການແຂ່ງຂັນລາຍການດັ່ງກ່າວ ຈັດຂຶ້ນ ກໍຍັງເນັ້ນໜັກຈຸດປະສົງເດີມກໍຄື ເປັນການຄັດເລືອກນັກກີລາທີ່ມີພອນສະຫວັນດີເດັ່ນ ກຽມສົ່ງເຂົ້າຮ່ວມງານກີລາ ຊຽງຂວາງ ເກມ ໃນຕົ້ນປີ 2020, ເຊິ່ງມີລາງວັນຮັບປະກັນມວຍເດືອດຫຼາຍລາງວັນ ມອບໃຫ້ ຖ້າຫາກມວຍຄູ່ໃດ ຂຶ້ນຊົກມີການໃຊ້ອາວຸດທ່າແຂ້ຟາດຫາງ ແລະ ສອກກັບ ນ໋ອກຄູ່ແຂ່ງຂັນ ມີລາງວັນໂບນັດໃຫ້ 2 ລ້ານກີບ. ສ່ວນທ່າເຂົ່າລອຍນ໋ອກຄູ່ແຂ່ງຂັນ ກໍຈະໄດ້ຮັບເງິນໂບນັດຈາກພວກເຮົາ 5 ແສນກີບ ແລະ ເງິນລາງວັນຈາກ ຜະລິດຕະພັນ ເສືອ 11 ໂຕ 5 ແສນກີບ. ນອກນັ້ນ ນ໋ອກສອກ ໄດ້ 4 ແສນກີບ ແລະ ມວຍຄູ່ເດືອດໄດ້ຮັບຜູ້ລະ 2,5 ແສນກີບ.

ພິເສດຕໍ່ຈາກນີ້ ຈະມີຄ້າຍມວຍຈາກພາກໃຕ້ແຂວງເຊກອງ ຈະຍົກນັກຊົກມວຍດີເດັ່ນທັງຄ້າຍມວຍ ເດີນທາງຂຶ້ນມາປະທະ ກັບບັນດານັກຊົກຂອງ ນວ ຢ່າລືມຢ່າພາດຮັບປະກັນວ່າມ່ວນແນ່ນອນ, ສຳລັບມວຍ 7 ຄູ່ ໃນຄັ້ງນີ້ປະກອບມີ:

-ຄູ່ທີ 1 ນ້ອງບີ້ ສິດສະຫຼາມບຸກ ພົບກັບ ຊ້າງເຜືອກ ສິດໂຕ້ພາລຸງ ໃນຮຸ່ນນໍ້າໜັກ 45 ກິໂລກຣາມ.

-ຄູ່ທີ 2 ນ້ອງປິ່ນຄຳ ສິດຈານຕູ່ ພົບກັບ ນ້ອງໂຄເຫຼັກ ແຂວງເຊກອງ ຮຸ່ນນໍ້າໜັກ 46 ກິໂລກຣາມ

-ຄູ່ທີ 3 ມວຍຮອງຄູ່ເອກ ຂຸນເຫຼັກ ສະໂມສອນຄຳເສັງ ພົບກັບ ເພັດສີໝອກ ຮຸ່ນນໍ້າໜັກ 59 ກິໂລກຣາມ

-ຄູ່ທີ 4 ມວຍຄູ່ເອກ ຂຸນພົນນ້ອຍ ສະໂມສອນ ຄໍາເສັງ ພົບກັບ ກ້ອງຊາຍແດນ ແຂວງເຊກອງ ຮຸ່ນນໍ້າໜັກ 64 ກິໂລກຣາມ

-ຄູ່ທີ 5 ຄອມມົງໂດນ ເພັດນະຄອນ ພົບກັບ ເພັດສາຍຟ້າ ແຂວງເຊກອງ ຮຸ່ນນໍ້າໜັກ 47 ກິໂລກຣາມ

-ຄູ່ທີ 6 ລີໂອ ເພັດນະຄອນ ພົບກັບ ອານັນທະໄຊ ສໍຈະເລີນສິງ ຮຸ່ນນໍ້າໜັກ 56 ກິໂລກຣາມ

-ຄູ່ທີ 7 ເພັດສາຍຝົນ ສໍຈະເລີນສິງ ພົບກັບ ເພັດຈຳປາ ແຂວງເຊກອງ ຮຸ່ນນໍ້າໜັກ 51 ກິໂລກຣາມ.