ຮພກ ຊຸກຍູ້ອຸປະກອນການຮຽນການສອນ ແລະ ກີລາ ໃຫ້ເມືອງຜາໄຊ ແຂວງຊຽງຂວາງ 40 ລ້ານກວ່າກີບ

161

ພິທີມອບ-ຮັບ ຈັດຂຶ້ນເມື່ອວັນທີ 20 ທັນວາ 2019 ທີ່ໂຮງຮຽນມັດທະຍົມລາດຄ້າຍ ເມືອງຜາໄຊ ແຂວງຊຽງຂວາງ ຕາງໜ້າເປັນການກ່າວມອບໂດຍທ່ານ ນາງ ເກດສຸດາ ເລັ່ງສະຫວັດ ຜູ້ອຳນວຍການ ຮພກ ແລະ ຕາງໜ້າກ່າວຮັບແມ່ນທ່ານ ສີອຳໄພ ບຸດດາລາທົນ ຫົວໜ້າຫ້ອງການສຶກສາທິການ ແລະ ກີລາ ເມືອງຜາໄຊ, ມີທ່ານ ຄຳຫຼ້າ ຈັນດາລາ ເຈົ້າເມືອງຜາໄຊ, ທ່ານ ຄຳພອນ ສອນທະລາ ຜູ່ອຳນວຍການໂຮງຮຽນມັດທະຍົມສຶກສາສົມບູນລາດຄ້າຍ ແລະ ທ່ານ ນາງ ຄຳຫຼ້າ ເພັງສີດາລາ ຮອງຜູ້ອຳນວຍການ ຮພກ ພ້ອມດ້ວຍພະນັກງານຄູອາຈານຈາກ 3 ອົງການຈັດຕັ້ງມະຫາຊົນ ຮພກ ແລະ ແຕ່ລະພາກສ່ວນ, ພະນັກງານທະຫານ-ຕຳຫຼວດ ຕະຫຼອດຮອດບັນດາອຳນາດການປົກຄອງບ້ານ, ພໍ່ແມ່ປະຊາຊົນອ້ອມຂ້າງເມືອງດັ່ງກ່າວເຂົ້າຮ່ວມເປັນສັກຂີພິຍານຢ່າງພ້ອມພຽງ.

ໂອກາດດັ່ງກ່າວ, ທ່ານ ນາງ ຄໍາຫຼ້າ ເພັງສີດາລາ ລາຍງານໃຫ້ຮູ້ວ່າ: ຮພກ ໄດ້ເປີດການຮຽນການສອນມາແຕ່ປີ 2013 ນັບມາຮອດປັດຈຸບັນໄດ້ 6 ປີເຕັມ ໃນໄລຍະ 6 ປີແຫ່ງການເຕີບໃຫຍ່ຂະຫຍາຍຕົວຂອງວຽກງານການສຶກສາ ແລະ ກີລາ ພາຍໃຕ້ການຊີ້ນຳຂອງ ກະຊວງ ສສກ ສາມາດສ້າງນັກຮຽນຍໄດ້ເຖິງ 4 ຮຸ່ນ ຈາກຈຳນວນທັງໝົດ 163 ຄົນ, ຍິງ 43 ຄົນ ເຊິ່ງມີນັກຮຽນເກັ່ງຮອບດ້ານ 15 ຄົນ ແລະ ເຂົ້າຮ່ວມແຂ່ງຂັນທັງພາຍໃນປະເທດ ງານກິລາລະດັບຊາດເຖິງ 63 ຄັ້ງ ສາມາດສ້າງຜົນງານຍາດໄດ້ 311 ຫຼຽນຄໍາ, 144 ຫຼຽນເງິນ ແລະ 184 ຫຼຽນທອງ ປັດຈຸບັນຈັດຕັ້ງການຮຽນການສອນທາງດ້ານສາຍສາມັນ ແລະ ການຝຶກແອບກິລາມີ 3 ຂັ້ນຮຽນ ຄື ຊັ້ນ ມ5 ມີ 2 ຫ້ອງ, ຊັ້ນ ມ6 ມີ 1 ຫ້ອງ ແລະ ຊັ້ນ ມ7 ມີ 2 ຫ້ອງ ຈັດການຝຶກແອບ 13 ປະເພດກິລາ ປະກອບມີ ເທຄວັນໂດ, ຢູໂດ, ກາຣາເຕໂດ, ມວຍສາກົນ, ມວຍປໍ້າ, ວູຊູ, ຍິ່ງທະນູ, ແລ່ນ-ລານ, ຍົກນໍ້າໜັກ, ປິ່ງປ່ອງ, ກະຕໍ້, ເປຕັງ ແລະ ເທັນນິດ ມີນັກຮຽນກິລາທັງໝົດ 124 ຄົນ, ຍິງ 49 ຄົນ ແລະ ພະນັກງານ 54 ຄົນ, ຍິງ 27 ຄົນ.

ສຳລັບເຄື່ອງທີ່ນຳມາມອບຊ່ວຍເຫຼືອໃຫ້ 15 ໂຮງຮຽນທັງປະຖົມ ແລະ ມັດທະຍົມຈາກ 29 ບ້ານ ອ້ອມຂ້າງເມືອງຜາໄຊ ໃນຄັ້ງນີ້ ແມ່ນສາມາດລະດົມທຶນໄດ້ຈາກບໍລິສັດ ຄູນທະວົງລາວ ກໍ່ສ້າງ ແລະ ຂົວທາງ, ບໍລິສັດODFDL, ບໍລິສັດ ລັດວິສາຫະກິດລາວໂທລະຄົມມະນາຄົມ, ກຸ່ມທຸລະກິດຊາວເມືອງຟວນ ແລະ ພາກອື່ນໆ ປະກອບມີ ຄອມພິວເຕີໂນດບຸກ 1 ເຄື່ອງ, ປິນເຕີ 1 ເຄື່ອງ, ບານເຕາະ 42 ໜ່ວຍ, ບານສົ່ງ 15 ໜ່ວຍ, ເປຕັງ 1 ຊຸດ, ຕາໜ່າງບານເຕະ 3 ດ່າງ, ຕາໜ່າງບານສົ່ງ 3 ດ່າງ, ຕາໜ່າງກະຕໍ້ 15 ດ່າງ, ປື້ມຂຽນ 21 ມັດ, ປິກ 25 ກັບ, ສໍດຳ 25 ກັບ ແລະ ກະເປົານັກຮຽນປະຖົມ 40 ໜ່ວຍ. ນອກຈາກການຊ່ວຍເຫຼືອເມືອງດັ່ງກ່າວແລ້ວ 3 ອົງການຈັດຕັ້ງມະຫາຊົນຂອງ ຮພກ ຍັງໄດ້ດຳເນີນການຊຸກຍູ້ແບບນີ້ຜ່ານມາ 3 ຄັ້ງແລ້ວ ເລີ່ມແຕ່ສົກຮຽນປີ 2016 ຊຸກຍູ້ເມືອງເຟືອງ ແຂວງວຽງຈັນ ລວມມູນຄ່າ 20 ລ້ານກີບ, ສົກຮຽນປີ 2017 ຊ່ວຍເມືອງໝື່ນແຂວງວຽງຈັນ ລວມມູນຄ່າ 25 ລ້ານກີບ ແລະ ສົກຮຽນປີ 2018 ຊຸກຍູ້ເມືອງທ່າແຂກ ແຂວງຄຳມ່ວນ ລວມມູນຄ່າ 30 ລ້ານກີບ.