ກິດຈະກຳທ່ອງທ່ຽວໃໝ່ ດອນຝັນດີ ມີຫຼາຍສິ່ງ

71

ທ່ານ ມະໄລວອນ ສີປະເສີດ ຮັກສາການຫົວໜ້າພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວແຂວງສາລະວັນ ແລະ ທ່ານ ສຸກັນ ສອນສຸລິຍະສັກ ຫົວໜ້າຂະແໜງທ່ອງທ່ຽວ ພ້ອມຄະນະໄດ້ລົງຊຸກຍູ້ວຽກງານທ່ອງທ່ຽວຢູ່ເຂດຕາດເລາະ ດອນຝັນດີ ບ້ານຫົວຂົວເສັດ ເມືອງເລົ່າງາມ ແຂວງສາລະວັນ ເມື່ອວັນທີ 18 ທັນວາຜ່ານມາ.

ທ່ານ ຫຼຸຍ ຜູ້ເຊົ່າ – ສຳປະທານ ກ່າວວ່າ: ກິດຈະກຳທີ່ຈະໄດ້ເຮັດທັງໝົດປະກອບມີ: ຈະສ້າງຣີສອດ 10 ຫຼັງ, ຮ້ານອາຫານ 1 ຫຼັງ, ຫ້ອງການໃຫ້ຂໍ້ມູນ – ຂ່າວສານດ້ານການທ່ອງທ່ຽວ 1 ຫຼັງ. ນອກນັ້ນ, ຍັງມີກິດຈະກຳດ້ານການບໍລິການ ເປັນຕົ້ນ: ກິດຈະກຳຂີ່ລົດຖີບ, ຂີ່ເຮືອ, ຕຶກເບັດ, ບໍລິການເຄື່ອງດື່ມແບບເອີຣົບ, ອາຊີ ແລະ ອາຫານພື້ນບ້ານແບບລາວໆ.

ມາຮອດປັດຈຸບັນໄດ້ສ້າງສໍາເລັດໄປແລ້ວມີ: ຣີສອດ 6 ຫຼັງ, ຮ້ານອາຫານ 1 ຫຼັງ, ສ້າງຫ້ອງການໃຫ້ຂໍ້ມູນ – ຂ່າວສານດ້ານການທ່ອງທ່ຽວ 1 ຫຼັງ; ສ່ວນກິດຈະກຳມີ: ການບໍລິການຂີ່ລົດຖີບ, ຂີ່ເຮືອ, ຕຶກເບັດພື້ນບ້ານແບບລາວໆ.

ນອກຈາກທີ່ກ່າວມາຂ້າງເທິງນັ້ນແລ້ວ ທາງແຫຼ່ງທ່ອງທ່ຽວດອນຝັນດີ ຍັງມີຫຼາຍກິດຈະກຳ ເປັນຕົ້ນແມ່ນ: ການຂີ່ສະລິງ, ມາຮອດປັດຈຸບັນໜ້າວຽກສຳເລັດ 80% ຄາດວ່າຈະເລີ່ມເປີດໃຫ້ບໍລິການໃນຕົ້ນປີ 2020.

ໃນໂອກາດດັ່ງກ່າວ ທ່ານ ມະໄລວອນ ສີປະເສີດ ກໍໄດ້ເນັ້ນຫຼາຍບັນຫາທີ່ສຳຄັນໃຫ້ຜູ້ປະກອບການຕ້ອງເອົາໃຈໃສ່ ເປັນຕົ້ນແມ່ນ: ດ້ານຄວາມປອດໄພຂອງນັກທ່ອງທ່ຽວທີ່ເຂົ້າມາໃຊ້ບໍລິການໃນບາງກິດຈະກຳທີ່ມີຄວາມສ່ຽງ ຕ້ອງໄດ້ສ້າງສິ່ງເອື້ອອຳນວຍຄວາມສະດວກຢ່າງເປັນລະບົບ ແລະ ສ້າງກົດລະບຽບໃນການຫຼິ້ນກິດຈະກຳ ເພື່ອຮັບປະກັນຄວາມປອດໄພຂອງນັກທ່ອງທ່ຽວ, ພ້ອມທັງປຸກລະດົມພໍ່ແມ່ປະຊາຊົນປູກພືດຜັກສວນຄົວ ເພື່ອສົ່ງໃຫ້ຮ້ານອາຫານຂອງແຫຼ່ງທ່ອງທ່ຽວ ເພື່ອເຮັດໃຫ້ພໍ່ແມ່ປະຊາຊົນໃນບ້ານໃກ້ຄຽງມີລາຍຮັບເພີ່ມ ແລະ ມີສ່ວນຮ່ວມໃນການສ້າງວຽກເຮັດງານທຳຫຼາຍຂຶ້ນ.

ຂ່າວ: ສິດຕາ ເພັດວົງສາ