ມອບ – ຮັບອຸປະກອນຮັບໃຊ້ວຽກງານທະບຽນ ແລະ ຄຸ້ມຄອງວິສາຫະກິດ

112

ໂຄງການພັດທະນາພາກເອກະຊົນ ແລະ ວິສາຫະກິດຂະໜາດນ້ອຍ ແລະ ກາງ ໄລຍະ 2 ( PSME 2 ) ມອບຊຸດອຸປະກອນຮັບໃຊ້ວຽກງານທະບຽນ ແລະ ຄຸ້ມຄອງວິສາຫະກິດ ໃຫ້ 23 ຫ້ອງການອຸດສາຫະກຳ ແລະ ການຄ້າເມືອງ ໃນ 7 ແຂວງ ມູນຄ່າ 860 ລ້ານກວ່າກີບ.

ພິທີມອບ – ຮັບຊຸດອຸປະກອນຮັບໃຊ້ວຽກງານທະບຽນ ແລະ ຄຸ້ມຄອງວິສາຫະກິດ ໃຫ້ 23 ຫ້ອງການອຸດສາຫະກຳ ແລະ ການຄ້າເມືອງ ລະຫວ່າງໂຄງການພັດທະນາພາກເອກະຊົນ ແລະ ວິສາຫະກິດຂະໜາດນ້ອຍ ແລະ ກາງ ໄລຍະ 2 ( PSME – 2 ) ແລະ ກົມທະບຽນ ແລະ ຄຸ້ມຄອງວິສາຫະກິດກະຊວງອຸດສາຫະກຳ ແລະ ການຄ້າ ( ອຄ ) ໄດ້ຈັດຂຶ້ນໃນວັນທີ 18 ທັນວາ 2019 ທີ່ກະຊວງ ອຄ ໂດຍການເຂົ້າຮ່ວມເປັນສັກຂີພິຍານຂອງ ທ່ານ ສົມຈິດ ອິນທະມິດ ຮອງລັດຖະມົນຕີກະຊວງ ອຄ; ທ່ານ ພັນທຸເລດ ຫຼວງລາດ ຕາງໜ້າຫ້ອງການທະນາຄານພັດທະນາອາຊີ ປະຈຳ ສປປ ລາວ, ມີບັນດາຫົວໜ້າກົມ – ຮອງຫົວໜ້າກົມ ແລະ ພະນັກງານພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ນາງ ພັນມະນີ ຄຳພິລາວົງ ຜູ້ຈັດການໂຄງການ, ຕາງໜ້າໜ່ວຍງານຄຸ້ມຄອງການຈັດຕັ້ງປະຕິບັດໂຄງການພັດທະນາພາກເອກະຊົນ ແລະ ວິສາຫະກິດຂະໜາດນ້ອຍ ແລະ ກາງ ໄລຍະ 2 ກ່າວວ່າ: ທະນາຄານພັດທະນາອາຊີ ໄດ້ໃຫ້ການຊ່ວຍເຫຼືອຈັດຊື້ອຸປະກອນໃນມູນຄ່າ 860 ລ້ານກວ່າກີບ ເພື່ອປັບປຸງລະບົບການຂຶ້ນທະບຽນວິສາຫະກິດ ເຊິ່ງການຊ່ວຍເຫຼືອໃນຄັ້ງນີ້ແມ່ນເພື່ອສືບຕໍ່ປັບປຸງຫ້ອງການທະບຽນວິສາຫະກິດຢູ່ກະຊວງ ອຄ ໃຫ້ມີຄວາມທັນສະໄໝ ແລະ ຕິດຕັ້ງອຸປະກອນທີ່ຈຳເປັນສຳລັບຈຸດບໍລິການຂຶ້ນທະບຽນວິສາຫະກິດຂອງ 23 ຫ້ອງການ ອຄ ເມືອງຢູ່ໃນ 7 ແຂວງທີ່ຍັງເຫຼືອ ຄື: ແຂວງຜົ້ງສາລີ, ອຸດົມໄຊ, ຫຼວງພະບາງ, ຫົວພັນ, ສະຫວັນນະເຂດ, ສາລະວັນ ແລະ ເຊກອງ ເພື່ອໃຫ້ຄົບຈຳນວນທັງໝົດ 167 ຈຸດ ໃນຂອບເຂດທົ່ວປະເທດ.

ໃນເດືອນມິຖຸນາ 2019 ຜ່ານມາ ທາງໂຄງການກໍໄດ້ຈັດຊື້ອຸປະກອນໃຫ້ 110 ຈຸດ ທີ່ຂຶ້ນທະບຽນວິສາຫະກິດ ມູນຄ່າ 690 ລ້ານກວ່າກີບ, ນັບແຕ່ປີ 2015 – 2019 ໂຄງການ PSME 2 ໄດ້ໃຫ້ການຊ່ວຍເຫຼືອກົມທະບຽນ ແລະ ຄຸ້ມຄອງວິສາຫະກິດ ກະຊວງ ອຄ ເພື່ອປັບປຸງລະບົບການຂຶ້ນທະບຽນວິສາຫະກິດ ລວມມູນຄ່າປະມານ 6,9 ຕື້ກີບ. ໃນນັ້ນ, ລວມທັງການຈັດຊື້ພາຫະນະ ແລະ ອຸປະກອນ, ການຈ້າງຊ່ຽວຊານ ເພື່ອສ້າງລະບົບໂປຣແກຣມຄຸ້ມຄອງວິສາຫະກິດໃຫ້ສາມາດເຊື່ອມຕໍ່ກັບລະບົບທະບຽນອາກອນ ( TaxRIS ) ແລະ ສ້າງເວັບໄຊຖານຂໍ້ມູນວິສາຫະກິດແຫ່ງຊາດ ( www.ned.gov.la ) ແລະ ການຈັດກອງປະຊຸມ – ຝຶກອົບຮົມ.

ທ່ານ ສົມພວງ ພຽນພິນິດ ຫົວໜ້າກົມທະບຽນ ແລະ ຄຸ້ມຄອງວິສາຫະກິດ ກະຊວງ ອຄ ກ່າວວ່າ: ການຈັດຕັ້ງປະຕິບັດ ຄຳສັ່ງ 02/ນຍ ຂອງທຸກພາກສ່ວນທີ່ກ່ຽວຂ້ອງ ໃນໄລຍະໜຶ່ງປີພວກເຮົາໄດ້ເຫັນການປ່ຽນແປງທີ່ຕັ້ງໜ້າ ແລະ ເປັນຮູບປະທຳຫຼາຍປະການ ອັນພົ້ນເດັ່ນສຸດແມ່ນການປ່ຽນແປງໃນຕົວຊີ້ວັດການເລີ່ມຕົ້ນທຸລະກິດ ຈາກເມື່ອກ່ອນມີເຖິງ 10 ຂອດ ມາຮອດປັດຈຸບັນເຫຼືອພຽງ 3 ຂອດ, ຫຼຸດເວລາຈາກ 228 ວັນ ເຫຼືອບໍ່ເກີນ 30 ວັນ. ໃນນີ້, ຂອດບໍລິການຂຶ້ນທະບຽນວິສາຫະກິດ ພ້ອມເລກປະຈຳຕົວຜູ້ເສຍອາກອນຫຼຸດຈາກ 3 – 4 ເດືອນ ເຫຼືອບໍ່ເຖິງ 10 ວັນລັດຖະການ ຫຼື ຫຼຸດລົງ 12 ເທົ່າຕົວ; ຜົນສຳເລັດທີ່ມີລັກສະນະກ້າວກະໂດດດັ່ງກ່າວບໍ່ສາມາດເກີດຂຶ້ນໄດ້ຈາກ ຄວາມພະຍາຍາມຂອງພາກສ່ວນໃດພາກສ່ວນໜຶ່ງໂດຍລຳພັງ ແຕ່ມັນເກີດຈາກການຮ່ວມມືຂອງຫຼາຍພາກສ່ວນ ແລະ ໜຶ່ງໃນບັນດາພາກສ່ວນນັ້ນແມ່ນການອູ້ມຊູຊ່ວຍເຫຼືອສະໜັບສະໜູນຂອງທະນາຄານພັດທະນາອາຊີ ທັງຊ່ຽວຊານເຕັກນິກວິຊາການ ແລະ ອຸປະກອນຮັບໃຊ້ເຂົ້າໃນວຽກງານທະບຽນ ແລະ ຄຸ້ມຄອງວິສາຫະກິດ ແຕ່ຂັ້ນສູນກາງລົງເຖິງທ້ອງຖິ່ນ.

ຊຸດອຸປະກອນທີ່ໂຄງການ PSME 2 ມອບ – ຮັບໃນຄັ້ງນີ້ມີ: ຄອມພິວເຕີຕັ້ງໂຕະ, ໝໍ້ເກັບໄຟ, ປຣິນເຕີ, ໂຟໂຕກ໋ອບປີ້, USB, WI – FI Router ຈຳນວນ 23 ຊຸດ ມູນຄ່າ 860 ລ້ານກວ່າກີບ.

ຂ່າວ: ສັນຕິ