12 ເມນູ ອາຫານເພື່ອຄົນຮັກສຸຂະພາບ

198

ສະບາຍດີແຟນຂ່າວເສດຖະກິດ-ການຄ້າ ມື້ນີ້ແອັດມິນມີສິ່ງດີໆມາຝາກໝູ່ເພື່ອນນັ້ນກໍຄື ເມນູອາຫານຄລີນເພື່ອສຸຂະພາບນັ້ນເອງ ຫຼາຍທ່ານອາດຈະຮູ້ຈັກເພາະເຄີຍເປັນກະແສມາກ່ອນ ເຖິງແມ່ນວ່າຊ່ວງນີ້ຈະບໍ່ເປັນກະແສແຕ່ກໍຍັງສາມາດນຳມາໃຊ້ໃນຊີວິດປະຈຳວັນໄດ້ຕະຫຼອດ ເພາະອາຫານເປັນສິ່ງທີ່ທຸກຄົນຈະຕ້ອງກິນຢູ່ທຸກມື້ ແຕ່ບາງທ່ານກໍຍັງກິນເລືອກອາຫານທີ່ບໍ່ມີປະໂຫຍດແລະຍັງເປັນໂທດຕໍ່ຮ່າງກາຍຈົນນຳໄປສູ່ໂລກໄພໄຂ້ເຈັບຕ່າງໆ.

ແນ່ນອນ ແອັດມິນກໍຈະມາແນະນຳເມນູອາຫານຄລີນເພື່ອສຸຂະພາບໃຫ້ໝູ່ເພື່ອນໄດ້ລອງໄປເຮັດກິນ ແຖມຍັງຊ່ວຍຫຼຸດນ້ຳໜັກໄດ້ອີກດ້ວຍ ແຕ່!!! ຕ້ອງອອກກຳລັງກາຍຄວບຄູ່ໄປນຳກໍຈະເປັນການດີ ພ້ອມແລ້ວໄປເບິ່ງເມນູທຳອິດກັນເລີຍ.

1 ນົມຈືດໃສ່ອາມອນ ອາໂວຄາໂດ ງາດຳ

ເມນູອາຫານເຊົ້າງ່າຍໆ ພຽງແຕ່ນຳເອົາອາໂວຄາໂດ, ເມັດອາມອນ, ງາດຳ ແລະທັນຍາພືດຕ່າງໆ ຕາມໃຈມັກໃສ່ໃນຖ້ວຍແລ້ວກໍຖອກນົມລົງປະສົມໃຫ້ເຂົ້າກັນ ພຽງເທົ່ານີ້ທ່ານກໍອິ່ມທ້ອງ ແລະມີສຸຂະພາບທີ່ດີໃນຕອນເຊົ້າ.

2 ຄຸກກີ້ກ້ວຍນ້ຳ ເຂົ້າໂອ໊ດ

ກ້ວຍນ້ຳເປັນໝາກໄມ້ທີ່ຊ່ວຍໃນເລື່ອງຂອງການຂັບຖ່າຍ ມີລົດຊາດຫອມຫວານ ເອົາມາເຮັດເຂົ້າໜົມຢ່າງຄຸກກີ້ກໍຈະໄດ້ເປັນອາຫານທີ່ມີປະໂຫຍດ ແລະຍັງມີສ່ວນປະສົມຂອງເຂົ້າໂອ໊ດ ເໝາະຢ່າງຍິ່ງສຳລັບຄົນທີ່ເບິ່ງແຍງສຸຂະພາບ ທີ່ສຳຄັນຢ່າລືມອອກກຳລັງກາຍຄວບຄູ່ໄປນຳກັນ.

3 ແຊນວິດເອິກໄກ່

ອີກເມນູອາຫານເຊົ້າໃນເວລາເລັ່ງດ່ວນເຮັດງ່າຍໆ ພຽງແຕ່ປ່ຽນຈາກເຂົ້າໜົມປັງຂາວມາເປັນເຂົ້າໜົມປັງໂຮວີດ ໃສ່ແຊນວິດກໍເປັນຜັກຕາມທີ່ເຮົາມັກ ໃສ່ເອິກໄກ່ສັບ ໂປະດ້ວຍຊີສ ຫຼື ໄຂ່ ພຽງເທົ່ານີ້ເມນູອາຫານເພື່ອສຸຂະພາບໃນຍາມເຊົ້າຂອງທ່ານກໍພ້ອມເສີບ.

4 ຕຳໝາກຫຸ່ງ ໄກ່ນຶ່ງແບບຄລີນ

ເມນູນີ້ອາດຈະບໍ່ໄດ້ຄລີນ 100% ແຕ່ເຊື່ອໄດ້ວ່າແນວໃດກໍ່ດີຕໍ່ສຸຂະພາບແນ່ນອນ ມີຊີ້ນເອິກໄກ່ນຶ່ງເນັ້ນໆກິນຄູ່ກັບຕຳໝາກຫຸ່ງທີ່ບໍ່ໃສ່ນ້ຳຕານ ໃສ່ນ້ຳປາແທນປາແດກຮັບຮອງວ່າເປັນອາຫານຄລີນທີ່ຢາກໃຫ້ລອງເອົາໄປເຮັດກິນເບິ່ງເດີ້ ສຳລັບໃຜທີ່ບໍ່ມັກກິນຜັກເປັນຊີວິດຈິດໃຈ ເມນູນີ້ອາດຈະເປັນໂຕເລືອກໜຶ່ງ.

5 ເຂົ້າປິ້ງໄກ່ + ໄຂ່ຕົ້ມ

ເມນູນີ້ເໝາະແກ່ການເປັນອາຫານທ່ຽງ ຊີ້ນໄກ່ເນັ້ນໆ ເອົາໄປປິ້ງໃຫ້ສຸກກິນຄູ່ກັບເຂົ້າໄຣເບີຣີ້ ຜັກທີ່ເຮົາມັກແຖມໄຂ່ຕົ້ມ 1 ໜ່ວຍ ພຽງເທົ່ານີ້ກໍ່ຄົງຈະເຮັດໃຫ້ທ່ານອິ່ມໄດ້ໝົດມື້.

6 ສຸກີ້ຜັກລວມ

ບໍ່ເຊື່ອກໍຕ້ອງເຊື່ອວ່າ ສຸກີ້ກໍ່ຄລີນໄດ້ຄືກັນ ສາມາດກິນໄດ້ເລື້ອຍໆ ແບບບໍ່ຕ້ອງໃສ່ແຈ່ວ ຕົ້ມຜັກໃຫ້ເປື່ອຍໜ້ອຍໜຶ່ງ ໃສ່ຊີ້ນເອິກໄກ່ຈັກໜ້ອຍ ໄດ້ກິນແລ້ວຈະປະທັບໃຈ.

7 ເອິກໄກ່ປິ້ງ ຕົ້ມຈືດລູກຊີ້ນເອິກໄກ່

ເມນູນີ້ມີຜັກ ແລະ ໂປຕີນແບບເນັ້ນໆ ເອິກໄກ່ປິ້ງແຫ້ງໆ ກິນຄູ່ກັບຜັກທີ່ທ່ານມັກ ມີແກງຈືດໄວ້ຊົດນ້ຳໃຫ້ລ່ອງຄໍ ແຕ່ຢ່າໃສ່ໝູລົງໄປເດີ້ ແນະນຳໃຫ້ໃສ່ເປັນລູກຊີ້ນເອິກໄກ່ຈະດີກວ່າ.

8 ກະເພົາເຕົາຫູ້ + ຜັກ

ເມນູນີ້ມີຄວາມນ່າສົນໃຈທີ່ເຮົາສາມາດດັດແປງວັດຖຸດິບຫຼັກຢ່າງຊີ້ນສັດມາເປັນເຕົາຫູ້ຄູ່ກັບໃບກະເພົາ ໂດຍເລືອກເປັນເຕົາຫູ້ຊະນິດທີ່ບໍ່ປະສົມແປ້ງ ປຸງລົດຊາດພໍປະມານຈາກນັ້ນກໍ່ໃສ່ໃບກະເພົາໃຫ້ໄດ້ຄວາມຫອມ ກິນຄູ່ກັບເຂົ້າຮ້ອນໆ ກໍ່ຈະໄດ້ຄວາມແຊບໄປອີກແບບ ຖ້າກິນຄູ່ກັບຜັກກໍຈະເຮັດໃຫ້ເຮົາໄດ້ສານອາຫານຢ່າງຄົບຖ້ວນ.

9 ປານຶ້ງ + ຜັກຕົ້ມ

ເມນູນີ້ເໝາະກັບຄົນທີ່ກຳລັງງົດແປ້ງເພື່ອຄວບຄຸມນ້ຳໜັກເປັນຢ່າງຍິ່ງ ເພາະເຕັມໄປດ້ວຍຜັກຫຼາຍຊະນິດ ມາພ້ອມກັບຊີ້ນປານຶ້ງນຸ້ມໆ ເສີບຄູ່ກັບນ້ຳແຈ່ວລົດເດັດ ອີກໜຶ່ງເມນູອາຫານຄລີນທີ່ເປັນເນື້ອສັດຕິດມີໄຂມັນ ແຕ່ກິນແລ້ວບໍ່ຕຸ້ຍແນ່ນອນ.

10 ເອິກໄກ່ + ເຂົ້າກ້ອງ + ຜັກ

ເມນູນີ້ຮັບຮອງແຄລໍລີຕ່ຳແຖມເຮັດງ່າຍ ແສນງ່າຍ ໂດຍເອົາຊີ້ນເອິກໄກ່ມາປຸງຕາມໃຈມັກ ແລ້ວປິ້ງ ຫຼື ອົບໃນເຕົາອົບ ກໍ່ຈະໄດ້ລົດຊາດທີ່ແຊ່ບ ກິນກັບເຂົ້າກ້ອງຮ້ອນໆ ຜັກສົດໆຮັບຮອງວ່າຟິນແນ່ນອນ.

11 ໄຂ່ຕຸ໋ນໃສ່ຜັກ + ປາທູ + ຜັກ

ໄຂ່ຕຸ໋ນໃສ່ຜັກເປັນອີກເມນູທີ່ແຊ່ບ ເຮັດງ່າຍ ກິນເມື່ອໃດກໍ່ບໍ່ເບື່ອ ແລະບໍ່ເຮັດໃຫ້ຕຸ້ຍແນ່ນອນ ວິທີເຮັດກໍ່ງ່າຍ ພຽງແຕ່ຕອກໄຂ່ໃສ່ຖ້ວຍ ໃສ່ຜັກຕາມທີ່ເຮົາມັກ ໃສ່ສະອິວຂາວນ້ອຍໜຶ່ງ ແລະນ້ຳສະອາດ ຕີໃຫ້ເຂົ້າກັນ ແລ້ວເອົາໃສ່ຖ້ວຍດິນ ຫຼື ຖ້ວຍທີ່ທົນຕໍ່ຄວາມຮ້ອນໄດ້ດີ ນຳໄປນຶ້ງ ພຽງເທົ່ານີ້ທ່ານກໍໄດ້ໄຂ່ຕຸນພ້ອມເສີບ.

12 ສະເຕັກໝູ

ເມນູນີ້ຕ້ອງເລືອກໃຊ້ຊີ້ນໝູທີ່ບໍ່ມີມັນ ມາປິ້ງໃຫ້ສຸກໂດຍທີ່ບໍ່ໃຊ້ນ້ຳມັນ ກິນຄູ່ກັັບຜັກຕົ້ມ ເຊັ່ນ: ໝາກອຶ, ສາລີຫວານ, ຖົ່ວລັນເຕົາ ແລະຜັກອື່ນໆຕາມໃຈມັກ ເທົ່ານີ້ກໍ່ແຊບໄດ້ ແຖມສຸຂະພາບດີອີກດ້ວຍ.

ທັ້ງໝົດນີ້ກໍ່ເປັນສ່ວນໜຶ່ງຂອງເມນູອາຫານຄລີນທີ່ຊ່ວຍໃນເລື່ອງສຸຂະພາບ ແລະ ຫຼຸດນ້ຳໜັກທີ່ນຳມາຝາກເພື່ອນໆໃຫ້ໄດ້ລອງໄປເຮັດກິນ ຢ່າລືມສຸຂະພາບເປັນສິ່ງທີ່ສຳຄັນທີ່ສຸດ ຖ້າຫາກທ່ານບໍ່ເບິ່ງແຍງສຸຂະພາບຕອນນີ້ ອະນາຄົດກໍ່ອາດຈະເຮັດໃຫ້ທ່ານເກີດໂລກໄພໄຂ້ເຈັບໄດ້ງ່າຍ ເຊິ່ງອາຫານການກິນສາມາດຊ່ວຍໃຫ້ເຮົາມີສຸຂະພາບທີ່ແຂງແຮງໄດ້ ພຽງແຕ່ຕ້ອງສຶກສາ ແລະກິນຢ່າງຖືກວິທີ.