ເປຕັງລາວ ຍາດໄດ້ 1 ຫຼຽນຄໍາຈາກຊຸດຕິ້ງເຍົາວະຊົນ ລາຍການຊີງແຊັມອາຊີ ທີ່ຫວຽດນາມ

219

ສປປ ລາວ ໄດ້ສົ່ງຄະນະນຳ, ຄູຝຶກ ແລະ ນັກກີລາເຂົ້າຮ່ວມການແຂ່ງຂັນເປຕັງຊິງແຊັມລະດັບອາຊີ ລາຍການ The 3rd ABSC Championships ທີ່ນະຄອນຫລວງຮ່າໂນ້ຍ ສສ ຫວຽດນາມ ໃນລະຫວ່າງວັນທີ 18-22 ທັນວາ 2019

ຫຼ້າສຸດມື້ນີ້ 19 ທັນວາ 2019, ທ້າວ ສີສົມພອນ ວັນນະຈອນ ນັກເປຕັງເຍົາວະຊົນທີມຊາດ ຊະນະ ນັກກີລາໄທ 18-17 ຄະແນນ ໃນຮອບຕັດສິນ ຫຼັງທັງສອງກິນກັນບໍ່ລົງໃນຕົ້ນເກມ ສະເໝີ 34-34 ຄະແນນ ສົ່ງຜົນໃຫ້ ທ້າວ ສີສົມພອນ ຄວ້າຫຼຽນຄຳ ທຳອິດໃຫ້ກັບທັບນັກກີລາເປຕັງລາວ.

ສ່ວນຊູດຕິ້ງຊາຍທົ່ວໄປ ໄດ້ຫຼຽນທອງ ຈາກທ້າວ ສຸພາພອນ ລັດຕະນະບົວວອນ ແລະ ປະເພດຊຸດຕິ້ງຍິງ ນາງ ໂບວິລັກ ເທບພະກັນ ດີກຣີຮອງແຊ໋ມຊຸດຕີ້ງຊີງແຊ໋ມໂລກ ຕົກຮອບຄັດເລືອກ

ສໍາລັບ ສປປ ລາວ ສົ່ງຄະນະນຳ, ຄູຝຶກ ແລະ ນັກກິລາເຂົ້າຮ່ວມ 19 ຄົນ, ໃນນີ້ເປັນນັກກີລາ 12 ຄົນ, ຮ່ວມແຂ່ງຂັນ 8 ລາຍການຄື: ປະເພດຊຸດຕິ້ງເຍົາວະຊົນຊາຍ, ທີມຊຸດເຍົາວະຊົນຊາຍ, ຊຸດຕິ້ງຍິງ-ຊາຍທົ່ວໄປ, ທີມຊຸດຍິງ-ຊຸດຊາຍທົ່ວໄປ, ທີມຍິງ 1 ຊາຍ 2 ທົ່ວໄປ ແລະ ທີມ ຊາຍ 2 ຍິງ 1 ທົ່ວໄປ ຍັງເຫຼືອ 5 ລາຍການຈະລົງແຂ່ງຂັນໃນມື້ຕໍ່ໄປ.

(ຄໍາສອນ)

ຂອບໃຈຂໍ້ມູນ ແລະ ຮູບຈາກ: ສະຫະພັນເປຕັງແຫ່ງຊາດລາວ