ຊາວເມືອງຟວນ ຊະນະ ສື່ມວນຊົນສາຍກີລາ 6-4 ເຕະບານ ມິດຕະພາບ ຜູກແໜ້ນຄວາມສາມັກຄີ

103

ທີມເຕະບານຊາວເມືອງຟວນ ຈາກສະມາຄົມນັກທຸລະກິດຊາວຊຽງຂວາງ ໄລ່ເອົາຊະນະ ທີມສື່ມວນຊົນສາຍກີລາ ຫຼື ນັກຂ່າວກີລາ ໄປແບບສຸດມ່ວນ 6-4 ປະຕູ ໃນການແຂ່ງຂັນເຕະບານ ນັດພິເສດມິດຕະພາບ ເມື່ອບໍ່ດົນມານີ້ ທີ່ສະໜາມກິລາເຕະບານ ມະຫາວິທະຍາໄລແຫ່ງຊາດ ຫຼື ມຊ ວິທະຍາເຂດດົງໂດກ ນະຄອນຫຼວງວຽງຈັນ

ການຈັດບານເຕະມິດຕະພາບຄັ້ງນີ້ ຈັດຂຶ້ນເພື່ອເປັນການສ້າງຂະບວນການສົ່ງທ້າຍປີເກົ່າ 2019 ແລະ ຕ້ອນຮັບປີໃໝ່ 2020 ໃຫ້ມີສີສັນຟົດຟື້ນ ພ້ອມທັງເປັນການສືບຕໍ່ສ້າງສາຍພົວພັນອັນດີງາມຂອງທັງສອງພາກສ່ວນດັ່ງກ່າວໃຫ້ນັບມື້ກວ້າງຂວາງຂຶ້ນເລື້ອຍໆ.