ສານນຳຮ່າງລັດຖະບັນຍັດວ່າດ້ວຍການດຳເນີນຄະດີທາງປົກຄອງ ຂຶ້ນພິຈາລະນາ

316

ໃນຕອນເຊົ້າວັນທີ 17 ທັນວາ 2019 ສານປະຊາຊົນສູງສຸດ ໄດ້ຈັດກອງປະຊຸມປະກອບຄຳຄິດເຫັນໃສ່ຮ່າງລັດຖະບັນຍັດຂອງ ປະທານປະເທດ ວ່າດ້ວຍການດຳເນີນຄະດີທາງປົກຄອງ ທີ່ໂຮງແຮມດອນຈັນພາເລດ ນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງ ທ່ານ ຄຳພາ ແສງດາຣາ ປະທານສານປະຊາຊົນສູງສຸດ.

ກອງປະຊຸມສຳຄັນຄັ້ງນີ້ ມີຮອງລັດຖະມົນຕີກະຊວງ ຫຼື ອົງກອນທຽບເທົ່າກະຊວງຂັ້ນສູນກາງ, ຮອງປະທານກຳມະທິການຍຸຕິທຳ, ກຳມະທິການກົດໝາຍສະພາແຫ່ງຊາດ,ທ່ານຮອງເຈົ້າຄອງນະຄອນຫຼວງວຽງຈັນ(ປະທານສະພາປະຊາຊົນນະຄອນຫຼວງວຽງຈັນ)ບັນດາພະນັກງານອາວຸໂສບຳນານຜູ້ມີປະສົບການທາງດ້ານກົດໝາຍ, ບັນດາທ່ານເຈົ້າເມືອງ 9 ຕົວເມືອງນະຄອນຫຼວງວຽງຈັນ,ບັນດາຜູ້ພິພາກສາ, ບັນດາຫົວໜ້າກົມ, ຫ້ອງການ, ສະຖາບັນຄົ້ນຄວ້າ ແລະ ຝືກອົມຮົມ ຂອງສານປະຊາຊົນສູງສຸດ, ປະທານສານພາກກາງ,ປະທານສານປະຊາຊົນນະຄອນຫຼວງວຽງຈັນ ແລະ ບັນດາຄະນະຮັບຜິດຊອບ ຮ່າງລັດຖະບັນຍັດຂອງ ປະທານປະເທດ ວ່າດ້ວຍການດຳເນີນຄະດີປົກຄອງ ແລະ ສະຖາບັນຊ່ວຍເຫຼືອດ້ານກົດໝາຍ ແລະ ວິຊາການລຸກຊຳບວກ ປະຈຳ ສປປລາວ ເຂົ້າຮ່ວມ.

ກອງປະຊຸມໃນຄັ້ງນີ້ຈັດຂື້ນເພື່ອປະກອບຄຳຄິດເຫັນໃສ່ເນື້ອໃນຮ່າງລັດຖະບັນຍັດຂອງ ປະທານປະເທດ ວ່າດ້ວຍການດຳເນີນຄະດີປົກຄອງ ຢ່າງກົງໄປກົງມາ, ປຽບທຽບບົດຮຽນຈາກຕ່າງປະເທດອ້ອມຂ້າງ ເພື່ອໃຫ້ຮ່າງດັ່ງກ່າວສາມາດນຳໄປຈັດຕັ້ງປະຕິບັດໄດ້ຕາມຕວາມເປັນຈິງ.