ເປຕັງ ຊີງຂັນ ປະທານສະຫະພັນເປຕັງ ນວ ຄັ້ງທໍາອິດ ຈະເປີດສາກທ້າຍອາທິດນີ້

298

ເມື່ອວັນທີ 13 ທັນວາ 2019 ທີ່ສະໂມສອນTo ເປຕັງບ້ານດອນຝ້າຍ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ສົມພອນ ສອນດາລາ ຮອງຫົວໜ້າພະແນກສຶກສາທິການ ແລະ ກີລາ ນະຄອນຫຼວງວຽງຈັນ, ທ່ານ ຄໍາແກ່ງ ດວງພະຈັນ ຮອງເຈົ້າເມືອງໆຫາດຊາຍຟອງ, ທ່ານ ວິໄລວັດ ເທບພິທັກ ປະທານສະຫະພັນເປຕັງແຫ່ງຊາດລາວ, ທ່ານ ຄໍາເກີດ ຟອງສານຸວົງ ປະທານສະຫະພັນເປຕັງ ນະຄອນຫຼວງວຽງຈັນພ້ອມດ້ວຍຕ່າງໜ້າສະໂມສອນຈາກ ນະຄອນຫຼວງວຽງຈັນ ແລະ ສື່ມວນຊົນເຂົ້າຮ່ວມຢ່າງພ້ອມພຽງ.

ໂອກາດດັ່ງກ່າວ ທ່ານ ຄໍາເກີດ ຟອງສານຸວົງ ປະທານສະຫະພັນເປຕັງ ນະຄອນຫຼວງວຽງຈັນ ກ່າວວ່າ: ສະຫະພັນເປຕັງ ນະຄອນຫຼວງວຽງຈັນ ໄດ້ຮັບການອະນຸຍາດຈາກການນໍານະຄອນຫຼວງວຽງຈັນ ເວົ້າລວມເວົ້າສະເພາະກໍແມ່ນ ພະແນກສຶກສາທິການ ແລະ ກີລາ ໄດ້ເອົາໃຈໃສ່ແນະນໍາຊີ້ນໍາໆພາພວກເຮົາຈັດການແຂ່ງຂັນຄັ້ງນີ້ຂຶ້ນ ເພື່ອເປັນການຕ້ອນຮັບກອງປະຊຸມໃຫຍ່ 3 ຂັ້ນຂອງ ນະຄອນຫຼວງວຽງຈັນ ອີກປະການໜຶ່ງກໍເປັນການເລືອກເຟັ້ນເອົານັກກີລາຕົວແທນ ນະຄອນຫຼວງວຽງຈັນ ດີເດັ່ນເພື່ອເຂົ້າຮ່ວມງານກີລາແຫ່ງຊາດ ທີ່ແຂວງຊຽງຂວາງ ເປັນເຈົ້າພາບໃນປີ 2020 ໂດຍມີບໍລັດທີ່ໃຫ້ການອຸປະຖໍ້າຫຼັກຄື ບໍລິສັດ ໂຄຄາ-ໂຄລາ ບ໊ອດຕິ້ງ ຈໍາກັດ, ປະທານສະໂມສອນຕຸ່ນເຈເວີລີ້ອຸປະຖໍ້າຂັນລາງວັນເງິນ 1 ໜ່ວຍນໍ້າໜັກ 1,5 ກິໂລກຣາມ ແລະ ບໍລິສັດ ໄຮນິເກັ້ນ ລາວ.

ສໍາລັບ ການແຂ່ງຂັນເປຕັງຊີງຂັນປະທານ ສະຫະພັນເປຕັງ ນະຄອນຫຼວງວຽງຈັນ ຄັ້ງທີ 1 ຈະຈັດຂຶ້ນເປັນໄລຍະເວລາ 2 ວັນລະຫວ່າງວັນທີ 21-22 ທັນວາ 2019 ທີ່ສະໂມສອນ To ເປຕັງ ບ້ານດອນຝ້າຍ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ( ຫຼັງບໍລິສັດ ເບຍລາວ ຈໍາກັດ ), ເຊິ່ງປັດຈຸບັນແມ່ນໄລຍະເປີດຮັບທີມເຂົ້າຮ່ວມການແຂ່ງຂັນ ໄປຈົນເຖິງວັນສຸກທີ 20 ທັນວາ 2019 ກ່ອນມື້ການແຂ່ງຂັນຢ່າງເປັນທາງການ.

(ຄໍາສອນ)