ສຕລ ວາງແຜນປີ 2020 ຈັດລາຍການບານເຕະພາຍໃນ 10 ລາຍການ

83

ເນື່ອງໃນໂອກາດ ກອງປະຊຸມສະຫຼຸບຜົນງານທ້າຍປີ 2019 ແລະ ທິດທາງປີ 2020 ຂອງ ສະຫະພັນບານເຕະແຫ່ງຊາດລາວ ( ສຕລ ) ເມື່ອທ້າຍອາທິດ ທີ່ຜ່ານມາ ສຕລ ຈະວາງແຜນຈັດບານເຕະພາຍໃນ 10 ລາຍການຫຼັກ ແລະ ສົ່ງເຂົ້າຮ່ວມລາຍການທີມຊາດອີກ 10 ລາຍການ ໃນປີ 2020.

ເມື່ອວັນເສົາທີ14 ທັນວາ 2019 ຢູ່ທີ່ ໂຮງແຮມແລນມາກ ສະຫະພັນບານເຕະແຫ່ງຊາດລາວ ໄດ້ຈັດກອງປະຊຸມ ສະຫຼຸບຜົນງານ ປະຈຳປີ 2019 ແລະ ທິດທາງແຜນການປະຈໍາປີ 2020 ພາຍໃຕ້ການເປັນປະທານຂອງ ທ່ານ ນາງ ແສງເດືອນ ຫຼ້າຈັນທະບູນ ລັດຖະມົນຕີ ກະຊວງ ສຶກສາທິການ ແລະ ກິລາ, ທ່ານ ວີເພັດ ສີຫາຈັກຣ ປະທານສະຫະພັນບານເຕະແຫ່ງຊາດລາວ, ຄະນະບໍລິຫານງານ ສຕລ, ແຂກຖືກເຊີນ, ບັນດາພະແນກສຶກສາທິການ ແລະ ກີລາ ແລະ ສະຫະພັນບານເຕະແຂວງ ທົ່ວປະເທດ, ບັນດາສະໂມສອນ ທີ່ເຂົ້າຮ່ວມ ເປບຊີ ລາວພຣີເມຍລີກ ແລະ ສະໂມສອນ ທີ່ເຂົ້າຮ່ວມ ຄອມມັນໂດ ສາຍກໍ ພ້ອມດ້ວຍສື່ມວນຊົນເຂົ້າຮ່ວມ.

ໂອກາດດັ່ງກ່າວ ທ່ານ ວີເພັດ ສິຫາຈັກຣ ປະທານ ສຕລ ໄດ້ຂຶ້ນລາຍງານໂດຍຫຍໍ້ແຕ່ລະວຽກງານ ສຕລ ໂດຍມີ: ວຽກງານຈັດການແຂ່ງຂັນ, ວຽກງານສື່ມວນຊົນ ແລະ ການຕະຫຼາດ, ວຽກງານກຳມະການຕັດສິນ, ວຽກງານການເງິນ ແລະ ວຽກງານເຕັກນິກວິທະຍາທີ່ໄດ້ປະຕິບັດໃນປີ 2019 ທີ່ຜ່ານມາ ໂດຍສະເພາະວຽກສື່ມວນຊົນ ແລະ ການຕະຫຼາດ ໄດ້ຮັບຜົນງານພົ້ນເດັ່ນສາມາດໄດ້ຮັບການສະໜາມສະໜູນຈາກ ແກຣນສະປອດ, ໄດ້ຮັບເງິນສະໜັບສະໜູນຈາກ ບໍລິສັດ ເບຍລາວ ຈໍານວນ 50.000 ໂດລາ ສໍາລັບຈັດການແຂ່ງຂັນບານເຕະ ລາວພຣີເມຍລີກ, ໄດ້ຮັບການອຸປະຖໍ້າຈາກການຖ່າຍທອດສົດ Mycujoo ມູນຄ່າ 11.000 ໂດລາ ແລະ ໄດ້ຮັບການສະໜັບສະໜູນຈາກການແຂ່ງຂັນບານເຕະສາຍ ກ ແລະ ຊີງຂັນ ສຕລ ຈາກຜະລິດຕະພັນເຄື່ອງດື່ມ ຄອມມານໂດ ໄລຍະ 3 ປີ.

ຂະນະດຽວກັນ ທ່ານ ນາງ ກັນຍາ ແກ້ວມະນີ ເລຂາທິການ ສຕລ ໄດ້ຂຶ້ນລາຍງານ ກ່ຽວກັບແຜນກິດຈະກຳ ປະຈຳປີ 2020 ເຊິ່ງວຽກງານການຈັດການແຂ່ງຂັນ ໃນປີ 2020 ສຕລ ຈະຈັດການແຂ່ງຂັນທັງໝົດ10 ລາຍການແຂ່ງຂັນປະກອບມີດັ່ງນີ໊:1. ລາວພຣີເມຍລີກ 2020 2. COMMANDO LAO LEAGUE 2 2020 3. COMANDO LFF CUP 2020 4.LFF PROVINCIAL COMPETITIONS 2020 5.LFF WOMEN’S CUP 2020 6. LFF FUTSAL CHAMPIONSHIP 2020 7. LFF U-12 CHAMPIONSHIP 2020 8.LFF U-15 YOUTH LEAGUE 2020 9.LFF U-15 GIRLS’ CHAMPIONSHIP 2020 10. LFF U-18 YOUTH LEAGUE 2020

ສ່ວນການແຂ່ງຂັນທີມຊາດ ຈະມີລາຍການແຂ່ງຂັນທັງໝົດ 10 ລາຍການປະກອບມີ:1. Jenesys U-19 Invitational Tournament 2.AFF U15 Girls Championship 3. FIFA Days (ຊຸດໃຫຍ່) 4. AFF U18 Women’s Championship 5. AFF Women’s Championship (ຊຸດໃຫຍ່) 6. AFF U16 Championship 7.AFF U19 Championship 8. AFC U-19 Championship (final rounds) 9. AFF Suzuki Cup (ຊຸດໃຫຍ່) 10. AFC Solidarity Cup (ຊຸດໃຫຍ່)

ນອກຈາກນັ້ນ, ໃນກອງປະຊຸມຍັງໄດ້ມີການກໍານົດ ການແຂ່ງຂັນບານເຕະທົ່ວປະເທດ 2020 ແລະ ການຝຶກອົບຮົມຄູຝຶກ-ກຳມະການຕັດສິນຂັ້ນພື້ນຖານ ໂຄງການລິເລີ່ມຢູ່ໃນ 5 ແຂວງດັ່ງຕໍ່ໄປນີ້:ແຂວງສະຫວັນນະເຂດ ,ແຂວງຈໍາປາສັກ,ແຂວງຫຼວງພະບາງ, ແຂວງຄໍາມ່ວນ,ແຂວງວຽງຈັນພ້ອມນັ້ນ ສຕລ ຍັງຈະໄດ້ຈັດການຝຶກອົບຮົມຄູຝຶກ ແລະ ກໍາມະການຕັດສິນຂັ້ນພື້ນຖານ.

(ຄໍາສອນ)