ແຈ້ງ! ລົບລ້າງທະບຽນວິສາຫະກິດຊົ່ວຄາວປໍ້ານໍ້າມັນເຊື້ອໄຟ 12 ຫົວໜ່ວຍ

221

ອີງຕາມແຈ້ງການສະບັບເລກທີ 2144/ອຄ.ນວ.ທຄວ ລົງວັນທີ 27 ພະຈິກ 2019ເລື່ອງລົບລ້າງໃບທະບຽນວິສາຫະກິດ ຊົ່ວຄາວຂອງລັດວິສາຫະກິດ ຂາຍຍ່ອຍນໍ້າມັນເຊື້ອໄຟ ທີ່ພະແນກອຸດສາຫະກໍາ ແລະ ການຄ້ານະຄອນຫຼວງວຽງຈັນ ແຈ້ງຂຶ້ນທະບຽນວິສາຫະກິດ. ໂດຍໃນແຈ້ງການສະບັບດັ່ງກ່າວລະບຸວ່າ: ມີໃບທະບຽນວິສາຫະກິດຊົ່ວຄາວ 12 ຫົວໜ່ວຍວິສາຫະກິດນໍາມັນເຊື້ອໄຟຖືກລົບລ້າງ ດັ່ງນີ້:

1 ປໍ້ານໍ້າມັນຈີເອສພີ ບໍລິການ ສ່ວນບຸກຄົນ ທະບຽນວິສາຫະກິດເລກທີ 0217/ຈທວ, ລົງວັນທີ 27/02/2019 ອອກຊື່ ນາງ ຄໍາຫຼ້າ ປະຖັມມະວົງ ມີທີ່ຕັ້ງຢູ່ບ້ານທາດຂາວ ເມືອງ ສີສັດຕະນາກ ນະຄອນຫຼວງວຽງຈັນ.

2 ວິສາຫະກິດສ່ວນບຸກຄົນ ປໍ້ານໍ້າມັນດົງໂດກ ບໍລິການ ທະບຽນວິສາຫະກິດເລກທີ 0324/ຈທວ, ລົງວັນທີ 22/03/2019 ອອກຊື່ ນາງ ສຸພາລັກ ເຊັງເຊິນ ມີທີ່ຕັ້ງຢູ່ບ້ານຊ້າງຄູ້ ເມືອງ ໄຊທານີ ນະຄອນຫຼວງວຽງຈັນ.

ພາບປະກອບຂ່າວ

3 ວິສາຫະກິດສ່ວນບຸກຄົນ ປໍ້ານໍ້າມັນແສງທອງ ທະບຽນວິສາຫະກິດເລກທີ 0203/ຈທວ, ລົງວັນທີ 22/02/2019 ອອກຊື່ ນາງ ຕິບ ແສງທອງ ມີທີ່ຕັ້ງຢູ່ບ້ານຕານມີໄຊ ເມືອງ ໄຊທານີ ນະຄອນຫຼວງວຽງຈັນ.

4 ວິສາຫະກິດສ່ວນບຸກຄົນ ປໍ້ານໍ້າມັນສ.ສະຫງວນ ບໍລິການ ທະບຽນວິສາຫະກິດເລກທີ 0377/ຈທວ, ລົງວັນທີ 03/04/2019 ອອກຊື່ ທ່ານ ສົມສະຫງວນ ພິລາວົງ ມີທີ່ຕັ້ງຢູ່ບ້ານນາຂາວ ເມືອງ ໄຊທານີ ນະຄອນຫຼວງວຽງຈັນ.

5 ວິສາຫະກິດສ່ວນບຸກຄົນ ປໍ້ານໍ້າມັນພຣັດ ຈັນທອນບໍລິການ ບໍລິການ ທະບຽນວິສາຫະກິດເລກທີ 0389/ຈທວ, ລົງວັນທີ 05/04/2019 ອອກຊື່ ນາງ ຈັນທອນ ທັດຕະນະຄໍາ ມີທີ່ຕັ້ງຢູ່ບ້ານຊ້າງຄູ້ ບ້ານສາລະຄໍາ ເມືອງ ຫາດຊາຍຟອງ ນະຄອນຫຼວງວຽງຈັນ.

6 ວິສາຫະກິດສ່ວນບຸກຄົນ ປໍ້ານໍ້າມັນພົງສະຫວັດ ທະບຽນວິສາຫະກິດເລກທີ 0174/ຈທວ, ລົງວັນທີ 15/02/2019 ອອກຊື່ ທ່ານ ຄໍາພູນ ພົງສະຫວັດ ມີທີ່ຕັ້ງຢູ່ບ້ານດົງຄໍາຊ້າງ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ.

ພາບປະກອບຂ່າວ

7 ປໍ້ານໍ້າມັນເພັດສະໄໝ ບໍລິການ ສ່ວນບຸກຄົນ ທະບຽນວິສາຫະກິດເລກທີ 0342/ຈທວ, ລົງວັນທີ 26/03/2019 ອອກຊື່ ທ່ານ ຄໍາມ່ວນ ໄຊຍະແສງ ມີທີ່ຕັ້ງຢູ່ບ້ານສິມມະໂນເໜືອ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ.

8 ປໍ້ານໍ້າມັນທ່ານາສາ ສ່ວນບຸກຄົນ ທະບຽນວິສາຫະກິດເລກທີ 0344/ຈທວ, ລົງວັນທີ 26/03/2019 ອອກຊື່ ທ່ານ ບຸນ ພົມມີໄຊ ມີທີ່ຕັ້ງຢູ່ບ້ານທ່ານາສາ ເມືອງ ສັງທອງ ນະຄອນຫຼວງວຽງຈັນ.

9 ປໍ້ານໍ້າມັນ ມຸກດາ ໂຊກຮຸ່ງເຮືອງ ບໍລິການສ່ວນບຸກຄົນ ທະບຽນວິສາຫະກິດເລກທີ 0197/ຈທວ, ລົງວັນທີ 21/02/2019 ອອກຊື່ ທ່ານ ໂສພາ ສຸວັນນະລາດ ມີທີ່ຕັ້ງຢູ່ບ້ານໜອງບົວທອງ ເມືອງປາກງື່ມ ນະຄອນຫຼວງວຽງຈັນ

10 ປໍ້ານໍ້າມັນ ປູນານໍາໂຊກ ບໍລິການສ່ວນບຸກຄົນ ທະບຽນວິສາຫະກິດເລກທີ 0218/ຈທວ, ລົງວັນທີ 27/02/2019 ອອກຊື່ ນາງ ປູນາ ວົງພົງຄໍາ ມີທີ່ຕັ້ງຢູ່ບ້ານດອນວັງໂພ ເມືອງປາກງື່ມ ນະຄອນຫຼວງວຽງຈັນ

11 ວິສາຫະກິດ ສ່ວນບຸກຄົນ ປໍ້ານໍ້າມັນ ພອນຈະເລີນ ບໍລິການ ທະບຽນວິສາຫະກິດເລກທີ 0206/ຈທວ, ລົງວັນທີ 22/02/2019 ອອກຊື່ ນາງ ວຽງສະຫວັນ ພອນຈະເລີນ ມີທີ່ຕັ້ງຢູ່ບ້ານໜອງສ້າງໃສ ເມືອງປາກງື່ມ ນະຄອນຫຼວງວຽງຈັນ

12 ປໍ້ານໍ້າມັນ ສົມປະສົງ ບໍລິການ ສ່ວນບຸກຄົນ ທະບຽນວິສາຫະກິດເລກທີ 0208/ຈທວ, ລົງວັນທີ 20/03/2019 ອອກຊື່ ນາງ ສົມບູນ ຂຸນລໍວົງ ມີທີ່ຕັ້ງຢູ່ບ້ານສົມສະຫວາດ ເມືອງປາກງື່ມ ນະຄອນຫຼວງວຽງຈັນ

ໃບທະບຽນດັ່ງກ່າວ ບໍ່ສາມາດນໍາໃຊ້ເພື່ອທຸລະກິດໄດ້, ໃນກໍລະນີຫາກລະເມີດຈະຖືກປະຕິບັດຕາມມາດຕະການຢ່າງເຂັ້ມງວດ ຕາມມາດຕາ 212 ຂອງກົດໝາຍວ່າດ້ວຍວິສາຫະກິດ ແລະ ມາດຕາ 297 ຂອງປະມວນກົດໝາຍອາຍາ. ແລະ ແຈ້ງການນີ້ມີຜົນຕັ້ງແຕ່ມື້ລົງລາຍເຊັນເປັນຕົ້ນໄປ ຈົນກວ່າຈະມີແຈ້ງການເປັນຢ່າງອື່ນ.