ຂົ້ວສົ້ມໝູໃສ່ໄຂ່

198

ປ່ຽນຈາກສົ້ມໝູທໍາມະດານໍາມາເຮັດອາຫານທີ່ກິນກັບເຂົ້າຈ້າວ ແຖມເຮັດໄດ້ງ່າຍໆບໍ່ຫຍຸ້ງຍາກ ແລະ ສ່ວນປະສົມບໍ່ຫຼາຍຢ່າງ ຮັບຮອງວ່າຖືກໃຈຫຼາຍຄົນແນ່ນອນ.

ສ່ວນປະສົມ: ສົ້ມໝູ 3 ຫໍ່ໃຫຍ່, ໄຂ່ໄກ່ 2 ໜ່ວຍ, ກະທຽມສັບ 1 ບ່ວງແກງ, ໝາກເຜັດຊອຍ 2 – 3 ໜ່ວຍ, ຜັກບົ່ວໃບ 2 ຕົ້ນ, ນໍ້າຕານ 1/2 ບ່ວງກາເຟ, ນໍ້າປາໜ້ອຍໜຶ່ງ, ນໍ້າມັນຫອຍ 2 ບ່ວງແກງ, ນໍ້າສະອິວໜ້ອຍໜຶ່ງ, ນໍ້າມັນ 1 ບ່ວງແກງ.

ວິທີປຸງແຕ່ງ:

ເອົານໍ້າມັນໃສ່ໝໍ້ຄ້າງໄຟປານກາງ ພໍຮ້ອນເອົາກະທຽມກັບໝາກເຜັດລົງຂົ້ວຈົນມີກິ່ນຫອມ ແລະ ຈຶ່ງໃສ່ສົ້ມໝູ ( ສົ້ມໝູໃຫ້ຕັດ ຫຼື ເຮັດໃຫ້ມັນມຸ່ນກ່ອນຈຶ່ງບໍ່ເປັນກ້ອນ ) ແລ້ວປຸງດ້ວຍນໍ້າຕານ, ນໍ້າປາ, ນໍ້າສະອິວ ແລະ ນໍ້າມັນຫອຍຄົນໃຫ້ເຂົ້າກັນ ຖ້າແຫ້ງຫຼາຍກໍໃສ່ນໍ້າໜ້ອຍໜຶ່ງ.

ສຸດທ້າຍ, ຕອກໄຂ່ລົງໝໍ້ບໍ່ຟ້າວຄົນໃຫ້ໄຂ່ເລີ່ມສຸກຈຶ່ງຄົນໄຂ່ຈຶ່ງບໍ່ມຸ່ນ ແລະ ເປັນຕ່ອນສວຍງາມ ຊີມລົດຊາດຕາມໃຈມັກຕັກໃສ່ຈານ ເສີບພ້ອມກັບເຂົ້າຈ້າວຮ້ອນໆ.

ຂໍ້ມູນຈາກ: Cooking.com, ຮຽບຮຽງ: ນຸ້ມນິ້ມ