ບໍລິສັດ ຫົງຄໍາ ຈະລົງທຶນ 3,5 ລ້ານໂດລາ ພັດທະນາແຫຼ່ງທ່ອງທ່ຽວອຸທິຍານນໍ້າຕົກຕາດແຊ ທ້າວ ບາຈຽງ ເມືອງບາຈຽງຈະເລີນສຸກ ແຂວງຈຳປາສັກ ໃນເນື້ອທີ່ 14 ເຮັກຕາ.
ພິທີເຊັນສັນຍາສໍາປະທານໂຄງການແຫຼ່ງທ່ອງທ່ຽວອຸທິຍານນໍ້າຕົກຕາດແຊ ທ້າວບາຈຽງ ລະຫວ່າງ ທ່ານ ສຸກສະຫວັນ ວິໄລວົງ ຫົວໜ້າພະແນກແຜນການ ແລະ ການລົງທຶນແຂວງຈຳປາສັກ ກັບ ທ່ານ ສຸກປະສິດ ບຸດດາວົງ ຜູ້ອໍານວຍການ ບໍລິສັດ ຫົງຄໍາຂຸດຄົ້ນແຮ່ – ຊາຍ ຈໍາກັດຜູ້ດຽວ ມີຂຶ້ນໃນວັນທີ 10 ພຶດສະພາ 2024 ໂດຍການເຂົ້າຮ່ວມຂອງ ທ່ານ ສາຍທອງ ໄຊຍະວົງ ຮອງເລຂາພັກແຂວງ ປະທານສະພາປະຊາຊົນ ແຂວງຈໍາປາສັກ, ທ່ານ ສົມບູນ ເຮືອງວົງສາ ຮອງເຈົ້າແຂວງຈໍາປາສັກ ພ້ອມດ້ວຍການນໍາພະແນກການກົມກອງທີ່ກ່ຽວຂ້ອງອ້ອມຂ້າງແຂວງ, ຂະແໜງການ ແລະ ພະນັກງານວິຊາການທີ່ກ່ຽວຂ້ອງທັງສອງຝ່າຍ.
ໂຄງການພັດທະນາແຫຼ່ງທ່ອງທ່ຽວອຸທິຍານນໍ້າຕົກຕາດແຊ ທ້າວບາຈຽງ ໄດ້ເຊັນບົດບັນທຶກໃນການອະນຸຍາດສຶກສາສໍາຫຼວດ ໃນຄັ້ງວັນທີ 5 ເມສາ 2023 ເຊິ່ງໄດ້ຜ່ານການສຶກສາສໍາຫຼວດ, ໄດ້ຜ່ານກອງປະຊຸມເຈົ້າແຂວງ, ຮອງເຈົ້າແຂວງ ໃນຄັ້ງວັນທີ 21 ມີນາ 2024, ໄດ້ຮັບໃບຢັ້ງຢືນສິ່ງແວດລ້ອມ ສະບັບເລກທີ 1163/ພຊສ.ຈສ ລົງວັນທີ 19 ທັນວາ 2023 ແລະ ໄດ້ຮັບຂໍ້ຕົກລົງອະນຸຍາດຂອງເຈົ້າແຂວງຈໍາປາສັກ ສະບັບເລກທີ 457/ຈຂ.ຈສ ລົງວັນທີ 30 ເມສາ 2024.
ສັນຍາສຳປະທານປະກອບດ້ວຍ 20 ມາດຕາ ອາຍຸການລົງທຶນ 45 ປີ ມູນຄ່າການລົງທຶນທັງໝົດ 3.546.460 ໂດລາສະຫະລັດ, ເນື້ອທີ່ດິນສໍາປະທານ 14 ກວ່າເຮັກຕາ, ແບ່ງອອກເປັນ 3 ເຂດ ຄື: ເຂດທີໜຶ່ງ ເນື້ອທີ່ດິນສໍາປະທານພື້ນທີ່ເຂດອະນຸຮັກ ພັດທະນາເປັນເຂດສີຂຽວ ເປັນຈຸດອະນຸຮັກປ່າໄມ້ນາໆພັນ, ເຂດປ່າປ້ອງກັນ, ເຂດປູກປ່າໄມ້ທົດແທນ ແລະ ອື່ນໆ ມີເນື້ອທີ່ດິນ 64.854 ຕາແມັດ; ເຂດທີສອງ ເນື້ອທີ່ດິນສໍາປະທານ ພື້ນທີ່ດິນບໍລິເວນນໍ້າຕົກຕາດ, ບໍລິເວນນໍ້າຫ້ວຍຍາງ ມີເນື້ອທີ່ດິນ 30.179 ຕາແມັດ. ສຳລັບເຂດທີ ສາມ ເນື້ອທີ່ດິນສໍາປະທານ ພື້ນທີ່ພັດທະນາທ່ອງທ່ຽວ ຈໍານວນ 44.967 ຕາແມັດ.
ໂດຍຈະລົງທຶນໃນການພັດທະນາຣີສອດ, ຫ້ອງປະຊຸມ, ຮ້ານອາຫານ, ຈຸດຊົມວິວ, ປູກໄມ້ອຸດສາຫະກຳປົກປັກຮັກສາປ່າໄມ້, ຂົວເຫຼັກ ແລະ ອູ່ສະລິງ ເພື່ອການທ່ອງທ່ຽວອະນຸຮັກທຳມະຊາດມີຄວາມຍືນຍົງ.