ຊາວໜຸ່ມເມືອງ ທົ່ງມີໄຊ ລົງມອບເຄື່ອງຊ່ວຍເຫຼືອນ້ອງນັກຮຽນທີ່ດ້ອຍໂອກາດ

92

ເພື່ອເປັນການປະກອບສ່ວນຊ່ວຍເຫຼືອສັງຄົມ ກໍ່ຄືການຊ່ວຍເຫຼືອນ້ອງໆນັກຮຽນ ທີ່ດ້ອຍໂອກາດຢູ່ພາຍໃນເມືອງ ທົ່ງມີໄຊ ທິມງານຄະນະບຊລິຫານຊາວໜຸ່ມເມືອງ ໄດ້ນຳເອົາອຸປະກອນການຮຽນ ແລະ ເຄື່ອງນຸ່ງຫົ່ມມອບໃຫ້ນ້ອງນັກຮຽນ ຈຳນວນ 59 ນ້ອງ ລວມມູນຄ່າ 3 ລ້ານກວ່າກີບ.

ວັນທີ 10 ທັນວາ 2019 ຜ່ານມາ, ທີມງານຄະນະບໍລິຫານງານຊາວໜຸ່ມເມືອງ ທົ່ງມີໄຊ ແຂວງໄຊຍະບູລີ ໄດ້ນຳເອົາອຸປະກອນການຮຽນ, ເຄື່ອງນຸ່ງຫົ່ມ ໄປມອບໃຫ້ກັບເດັກນ້ອຍຜູ້ດ້ອຍໂອກາດ ຢູ່ໂຮງຮຽນແຕ່ລະແຫ່ງພາຍໃນເມືອງຈຳນວນ 59 ນ້ອງ, ຍິງ 27 ນ້ອງ ເພື່ອຊ່ວຍແບ່ງເບົາພາລະການໃຊ້ຈ່າຍຂອງຄອບຄົວ.

ເຊິ່ງເຄື່ອງທີ່ນຳມາມອບໃນຄັ້ງນີ້ ແມ່ນໄດ້ມາຈາກ ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ, ສຳນັກງານອົງການ, ໜ່ວຍບໍລິການທະນາຄານນະໂຍບາຍປະຈຳເມືອງ ແລະ ນັກທຸລະກິດອີກຈຳນວນໜື່ງ ລວມມູນຄ່າ 3 ລ້ານກວ່າກີບ.  ນຳພາມອບໂດຍທ່ານ ດາວສິດ ທິແກ້ວ ວ່າການປະທານກວດກາພັກເມືອງ, ທ່ານ ນາງ ບົວຊອນ ສຸກພົງ ເລຂາຄະນະບໍລິຫານງານຊາວໜຸ່ມເມືອງ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ທີ່ມາ: ທົ່ງມີໄຊ ວັນໃໝ່