ດາວຄຳ ຄອນກີດ ຈະສືບຕໍ່ຊຸກຍູ້ດ້ານກີລາ ແລະ ອື່ນໆ ຄຽງຄູ່ສັງຄົມລາວ ຕະຫຼອດໄປ

177

ໃນປີ 2019 ບໍລິສັດ ດາວຄຳ ຄອນກຣີດ ຈຳກັດ ໄດ້ໃຫ້ການສະໜັບສະໜູນທັງດ້ານເຄື່ອງກີລາ, ຊ່ວຍເຫຼືອໄພພິບັດຕ່າງໆໃນຂອບເຂດທົ່ວປະເທດ ແລະ ອື່ນໆ ໃຫ້ແກ່ສັງຄົມລາວ ລວມມູນຄ່າເກືອບ 50 ລ້ານກີບ ແລະ ໃນປີ 2020 ທ່ານ ສຸຕ່າ ຄຳພັນທອງ ປະທານບໍລິສັດດັ່ງກ່າວ ເປີດເຜີຍພ້ອມຈະເປັນສ່ວນໜຶ່ງໃນການປະກອບສ່ວນເສີມສ້າງໃຫ້ປະເທດຊາດລາວເຮົາ ມີການພັດທະນາກ້າວໄປຂ້າງໜ້າຢ່າງມີຄວາມຍືນຍົງ.

ເມື່ອບໍ່ດົນມານີ້, ທ່ານ ສຸຕ່າ ຄຳພັນທອງ ປະທານບໍລິສັດ ດາວຄຳ ຄອນກຣີດ ແລະ ບໍລິສັດ ດີເຄ ຈຽງ ຄອນກຣີດ ຈຳກັດ ໄດ້ສືບຕໍ່ນຳເອົາເຄື່ອງນຸ່ງກີລາບານເຕະ ຈຳນວນໜຶ່ງໄປມອບໃຫ້ທີມນັກສຶກສາລະບົບປະລິນຍາຕີຕໍ່ເນື່ອງຂະແໜງແພ່ງ ໃນໂອກາດດັ່ງກ່າວ ກໍໄດ້ໃຫ້ສຳພາດວ່າ: ໃນເຫດຜົນທີ່ໃຫ້ການຊຸກຍູ້ຊ່ວຍເຫຼືອສັງຄົມລາວໃນແຕ່ລະປີທີ່ຜ່ານມານສັ້ນ ກໍຍ້ອນວ່າ ຢາກເຫັນປະເທດຊາດມີການພັດທະນາເສດຖະກິດ-ສັງຄົມ ກ້າວໄປຂ້າງໜ້າຢ່າງມີຄວາມຍືນຍົງ ສະນັ້ນ ຈຶ່ງຢາກປະກອບສ່ວນຕາມເງື່ອນໄຂ ແລະ ທ່າແຮງທີ່ມີ ແລະ ພ້ອມຈະສືບຕໍ່ຄຽງຄູ່ກັບສັງຄົມລາວຕະຫຼອດໄປ ເພື່ອປະກອບສ່ວນຊ່ວຍເຫຼືອພາກສ່ວນທີ່ຍັງຂາດເຂີນ ໄດ້ມີຄວາມສະດວກກາຍເປັນທ່າແຮງທີ່ສຳຄັນໃນການປະກອບສ່ວນພັດທະນາ ແລະ ສ້າງສາປະເທດຊາດໃຫ້ມີຄວາມຈະເລີນຮຸ່ງເຮື່ອງສີວິໄລຕະຫຼອດໄປ.

ຕະຫຼອດໄລຍະໃນປີ 2019 ບໍລິສັດ ດາວຄຳ ຄອນກຣີດ ຈຳກັດ ໄດ້ປະກອບສ່ວນຊຸກຍູ້ທັງດ້ານເຄື່ອງກິລາ, ຊ່ວຍເຫຼືອໄພພິບັດຕ່າງໆໃນຂອບເຂດທົ່ວປະເທດ ແລະ ອື່ນໆ ໃຫ້ແກ່ສັງຄົມລາວກໍຄື ບັນດາພາກສ່ວນທັງພາກລັດ ແລະ ເອກະຊົນ ລວມມູນຄ່າເກືອບ 50 ລ້ານກີບ, ໃນນັ້ນ ໄດ້ອຸປະຖຳງານພົບປະການນຳລະຫວ່າງສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ແລະ ກອງປະຊຸມຄະນະເຈົ້າເມືອງ ທົ່ວປະເທດ ຈຳນວນ 4 ລ້ານກີບ, ອຸປະຖຳຊຸດກິລາໃຫ້ບັນດາກົມກອງຂອງຕຳຫຼວດ-ທະຫານ ຈັດກິດຈະກຳເພື່ອສະເຫຼີມສະຫຼອງວັນສຳຄັນຕ່າງໆຂອງຊາດ ລວມມູນຄ່າ 25 ລ້ານກີບ, ຊ່ວຍເຫຼືຶອໄພພິບັດຕ່າງໆ ຕາມໜ່ວຍງານກຸ້ໄພະ ແລະ ອົງການທີ່ກ່ຽວຂ້ອງ ຈຳນວນ 10 ລ້ານກີບ, ຊ່ວຍເຫຼືອງານບຸນປະເພນີຂອງຊາດ 7 ລ້ານກີບ ແລະ ຊ່ວຍເຫຼືອວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ຈຳນວນ 3 ລ້ານກີບ.

ຂ່າວ ສົງການ