ແກ້ບັນຫາອາການຜົມຫຼົ່ນຫຼັງເກີດລູກ

203

ໄລຍະຫຼັງເກີດແມ່ຫຼາຍໆທ່ານຈະປະສົບບັນຫາຜົມຫຼົ່ນຫຼາຍກວ່າປົກກະຕິ ເນື່ອງຈາກມີການປ່ຽນແປງຂອງຮໍໂມນ. ດັ່ງນັ້ນບໍ່ຕ້ອງຕົກໃຈ ຫຼື ກັງວົນ ເພາະໂດຍທົ່ວໄປອາການຜົມຫຼົ່ນຈະເຊົາໄປເອງພາຍໃນ 6 – 12 ເດືອນ ໂດຍຈະມີຜົມເສັ້ນໃໝ່ຂຶ້ນມາແທນ, ແມ່ອາດຖືໂອກາດນີ້ໃນການປ່ຽນຊົງຜົມໃໝ່ ຫຼື ອາດຕັດຜົມສັ້ນ ເພາະເປັນຊົງທີ່ເບິ່ງແຍງງ່າຍເຮັດໃຫ້ແມ່ບໍ່ຕ້ອງຫວີຜົມເລື້ອຍໆ ແລະ ຊ່ວຍຫຼຸດອາການຜົມຫຼົ່ນໄດ້ນໍາ.

ການເບິ່ງແຍງສຸຂະພາບເສັ້ນຜົມ ເພື່ອຫຼຸດບັນຫາຜົມຫຼົ່ນໃນໄລຍະຫຼັງເກີດ:

ທໍາຄວາມສະອາດເສັ້ນຜົມ ແລະ ໜັງຫົວຄວນສະຜົມດ້ວຍຢາສະຫົວອ່ອນໆ ຮ່ວມກັບການນວດຫົວເປັນໄລຍະໃນຂະນະທີ່ສະຜົມ ເພື່ອໃຫ້ມີເລືອດມາລ້ຽງທີ່ຫົວຫຼາຍຂຶ້ນ.

ຫຼີກລຽງການຫວີຜົມຢ່າງຮ້າຍແຮງ ເພາະຮາກຜົມຂອງແມ່ຫຼັງເກີດຈະເກີດການສະຫຼາຍໄດ້ຫຼາຍກວ່າການສ້າງ ຈຶ່ງເກີດພາວະຜົມຫຼົ່ນ ແລະ ບາງລົງເລື້ອຍໆ.

ມັດຜົມຫຼົມໆຫຼີກລຽງການມັດຜົມເປຍ, ມັດກ້ຽວ ຫຼື ຊົງທີ່ມັດຜົມເຄັ່ງ ເພາະມີໂອກາດທີ່ຜົມຈະຫຼຸດຫຼົ່ນເພີ່ມຂຶ້ນ.

ກິນອາຫານທີ່ມີທາດເຫຼັກໃຫ້ພຽງພໍ ເຊັ່ນ: ໄຂ່ແດງອາທິດລະ 3 ໜ່ວຍ; ກິນຜັກທີ່ມີສີຂຽວເຂັ້ມ ເຊັ່ນ: ຜັກກາດນາ, ຜັກຫົມ; ລວມເຖິງອາຫານທະເລທີ່ມີທາດສັງກະສີສູງ ເຊັ່ນ: ຫອຍຕ່າງໆກໍຈະຊ່ວຍເສີມສ້າງເສັ້ນຜົມໄດ້.

ຢ່າງໃດກໍຕາມ, ຖ້າອາການຜົມຫຼົ່ນທີ່ເກີດຂຶ້ນບໍ່ກັບສູ່ສະພາບປົກກະຕິພາຍໃນ 12 ເດືອນ ຜົມຍັງຫຼົ່ນຢູ່ ຫຼື ຫຼົ່ນຫຼາຍຈົນແມ່ຮູ້ສຶກບໍ່ສະບາຍໃຈ ແນະນຳແມ່ຄວນປຶກສາແພດກວດເພີ່ມຕື່ມ.

ຂໍ້ມູນຈາກ: Hi-Family Club Laos, ຮຽບຮຽງ: ນຸ້ມນິ້ມ