ຢ່າພາດ! ວິທີເຮັດນໍ້າສະໜຸນໄພສີໃຄໃບເຕຍ ແກ້ອາການເຈັບຫຼັງ

141

ໃນຍຸກປັດຈຸບັນ ເລື່ອງສຸຂະພາບເປັນເລື່ອງທີ່ສຳຄັນເປັນຢ່າງຍິ່ງ ເພາະຄົນສ່ວນໃຫຍ່ຫັນມາດູແລສຸຂະພາບຫຼາຍຂຶ້ນ ບໍ່ວ່າຈະເປັນການອອກກຳລັງກາຍ ຫຼື ເລືອກຮັບປະທານອາຫານຕ່າງທີ່ເປັນປະໂຫຍດ ເພາະໂຣກໄພຕ່າງໆຢູ່ຮອບອ້ອມຕົວຫຼາຍຂຶ້ນ.ສະນັ້ນ, ຈຶ່ງຕຳເປັນຕ້ອງດູແລຕົວເອງໃຫ້ດີຢູ່ສະເໝີ ໃຫ້ສຸຂະພາບຮ່າງກາຍຂອງເຮົາພ້ອມກັບການປ່ຽນແປງຂອງສະພາບອາກາດໄດ້ສະເໝີ.

ວັນນີ້, ຈະມາແນະນຳສູດເຄື່ອງດື່ສະໝຸນໄພຊາສີໃຄໃບເຕຍ ທີ່ມີສັບພະຄຸນຈະຊ່ວຍເຮັດໃຫ້ຮ່າງກາຍແຂງແຮງ,ແກ້ອາການປວດຫຼັງ, ຂາ, ແຂນ ແລະ ປວດຂໍ້ ຊ່ວຍຊໍາລະຮ່າງກາຍສານພິດທີ່ຕົກຄ້າງອອກຈາກຮ່າງກາຍ.

ສີໃຄ 4-5 ຕົ້ນ

ໃບເຕຍ 2-3 ໃບ

ນໍ້າສະອາດ 2 ລິດ

ວິທີເຮັດ: ນຳເອົາສີໃຄ ແລະ ໃບເຕຍມາຕົ້ມໃຫ້ຟົດ ຈາກນັ້ນ, ຄ່ອຍຜ່ອນໄຟອ່ອນລົງ ແລ້ວຕົ້ມຕໍ່ປະມານ 15 ນາທີ. ໃນລະຫວ່າງທີ່ຕົ້ມ ຢ່າເປີດຝາເດັດຂາດ ເມື່ອຄົບ 15 ນາທີແລ້ວ ໃຫ້ປົງໄວ້ໃຫ້ອຸ່ນ ແລ້ວນໍາມາດື່ມໄດ້ເລີຍ!

ສຳລັບໃຜທີ່ດື່ມເຄື່ອງດື່ມສະໜຸນໄພຊະນິດນີ້ ແທນນໍ້າສະອາດຕິດຕໍ່ກັນ 7 ມື້ ຂະຊ່ວຍລ້າງກົດຍູຣິດໃນເລືອດໄດ້ ເຊິ່ງຈະຊ່ວຍຫຼຸດອາການປວດຂາ, ເຂົ່າ ໄດ້ເປັນຢ່າງດີ ບໍ່ຕິ້ອງພິ່ງພາຢາໃດໆ.