ເມືອງມະຫາໄຊ ສາມາດຫຼຸດຄອບຄົວ ທຸກຍາກເຫຼືອ 10 ຄອບຄົວ

235

ໄລຍະ 5 ປີຜ່ານມາ ເມືອງມະຫາໄຊ ແຂວງຄຳມ່ວນ ສູ້ຊົນພັດທະນາເສດຖະກິດໃຫ້ຂະຫຍາຍຕົວຢ່າງຕໍ່ເນື່ອງ ສະເລ່ຍລາຍຮັບຕໍ່ຫົວຄົນຢູ່ທີ່ 10 ລ້ານກວ່າກີບຕໍ່ປີ ເຮັດໃຫ້ສາມາດຫຼຸດຄອບຄົວທຸກຍາກໃຫ້ເຫຼືອພຽງ 10 ຄອບຄົວ ເທົ່າກັບ 0,13%.

ທ່ານ ບົວພັນ ແສງຈັນ ເຈົ້າເມືອງມະຫາໄຊ ລາຍງານໃນກອງປະຊຸມໃຫຍ່ ຄັ້ງທີ XIII ຂອງອົງຄະນະພັກເມືອງມະຫາໄຊ ໃນລະຫວ່າງວັນທີ 3 – 4 ທັນວາຜ່ານມາວ່າ: ໄລຍະ 5 ປີຜ່ານມາ ເມືອງມະຫາໄຊ ມີສະຖຽນລະພາບທາງດ້ານການເມືອງຢ່າງໜັກແໜ້ນ, ສັງຄົມມີຄວາມສະຫງົບໂດຍພື້ນຖານ, ເສດຖະກິດມີການຂະຫຍາຍຕົວໃນລະດັບທີ່ດີ, ລວມຍອດຜະລິດຕະພັນພາຍໃນປະຕິບັດໄດ້ 295,5 ຕື້ກີບ, ສະເລ່ຍລາຍຮັບຕໍ່ຫົວຄົນ 10 ລ້ານກວ່າກີບ ຫຼື ເທົ່າກັບ 1.269 ໂດລາສະຫະລັດ.

ໄລຍະ 5 ປີຜ່ານມາ ມີໂຄງການລົງທຶນທັງໝົດ 145 ໂຄງການ, ປະຕິບັດໄດ້ 102 ໂຄງການ, ມີມູນຄ່າການລົງທຶນທັງໝົດ 586 ຕື້ກີບ. ໃນນັ້ນ, ໂຄງການລົງທຶນຂອງລັດມີ 53 ໂຄງການ ມູນຄ່າ 563 ຕື້ກີບ, ທຶນສົມທົບລະຫວ່າງເມືອງກັບບ້ານ 11 ໂຄງການ ມູນຄ່າ 2,28 ຕື້ກີບ, ໂຄງການຊ່ວຍເຫຼືອຈາກຕ່າງປະເທດ 31 ໂຄງການ ມູນຄ່າ 12 ຕື້ກີບ ແລະ ໂຄງການລົງທຶນພາກເອກະຊົນທັງພາຍໃນ ແລະ ຕ່າງປະເທດ 7 ໂຄງການ ມູນຄ່າ 7 ຕື້ກີບ.

ປີ 2019 ທົ່ວເມືອງມີເນື້ອທີ່ນາປີ 9.060 ເຮັກຕາ ທຽບໃສ່ປີ 2014 ເພີ່ມຂຶ້ນ 410 ເຮັກຕາ, ຜົນຜະລິດ 25 ພັນໂຕນ ສະເລ່ຍເຂົ້າກິນໃສ່ຫົວຄົນເທົ່າກັບ 659 ກິໂລຕໍ່ຄົນຕໍ່ປີ, ວຽກງານພັດທະນາຊົນນະບົດ ແລະ ລຶບລ້າງ ຄວາມທຸກຍາກ ໄດ້ຍົກຍ້າຍປະຊາຊົນທີ່ບໍ່ມີທີ່ຢູ່ອາໄສຖາວອນ ແລະ ບໍ່ມີເນື້ອທີ່ທຳການຜະລິດໄປຢູ່ບ້ານນໍ້າມະລາ ຈຳນວນ 22 ຄອບຄົວ, ມີພົນລະເມືອງ 106 ຄົນ, ກໍ່ສ້າງເສັ້ນທາງດິນແດງເຂົ້າຫາບ້ານສຳເລັດ 100% ຂອງຈຳນວນບ້ານທັງໝົດໃນທົ່ວເມືອງ, ຂະຫຍາຍຕາຂ່າຍໄຟຟ້າສາມາດຊົມໃຊ້ໄດ້ກວມເອົາ 90%.

ມາຮອດປັດຈຸບັນທົ່ວເມືອງມີບ້ານພັດທະນາ 58 ບ້ານ ເທົ່າກັບ 86%, ຄອບຄົວພັດທະນາ 5.868 ຄອບຄົວ ເທົ່າກັບ 83%, ສາມາດລຶບລ້າງບ້ານທຸກຍາກໄດ້ 100% ແລະ ຄອບຄົວທຸກຍາກຍັງເຫຼືອ 10 ຄອບຄົວ ເທົ່າກັບ 0,13%.