ຢູ 15 ລ໋ອບ ສະເຕດ້ຽມ ໄປຕາມນັດເຂົ້າຮອບ 4 ທີມບານເຕະຊີງຂັນ ສຕລ ລຸ້ນພົບແຊ້ມເກົ່າຮອບຊີງ

66

ການແຂ່ງຂັນບານເຕະເຍົາວະຊົນຊີງຂັງ ສະຫະພັນບານເຕະແຫ່ງຊາດລາວ ( ສຕລ ) ປະຈໍາປີ 2019 ຮຸ່ນອາຍຸບໍ່ເກີນ 15 ປີ ໄດ້ມາຄົບ 4 ທີມສຸດທ້າຍເປັນທີ່ຮຽບຮ້ອຍແລ້ວ ປາກົດວ່າ: ເອັສຣາ ເອັຟຊີ ແຊັມເກົ່າ ກັບ ລ໋ອບ ສະເຕດ້ຽມ ຮອງແຊັມເກົ່າ ໄປຕາມນັດທະລຸເຂົ້າຮອບ 4 ທີມສຸດທ້າຍໃນຖານະແຊັມກຸ່ມທັງສອງ ມີລຸ້ນພົບກັນໃນຮອບຊີງຊະນະເລີດອີກຄັ້ງ.

ເມື່ອທ້າຍອາທິດ ທີ່ຜ່ານມາ ທີ່ສະໜາມບານເຕະຫຍ້າທຽມ ສະຫະພັນບານເຕະແຫ່ງຊາດລາວ ໄດ້ມີການແຂ່ງຂັນນັດສຸດທ້າຍຂອງຮອບແບ່ງກຸ່ມ ໂດຍກຸ່ມ A ຄູ່ທີ່ໜ້າສົນໃຈເປັນການພົບກັນລະຫວ່າງ ລ໋ອບ ສະເຕດ້ຽມ ພົບກັບ ໄຊເສດຖາ ສະເຕດ້ຽມ ເພື່ອລຸ້ນເຂົ້າຮອບ ເພາະມີ 15 ຄະແນນເທົ່າກັນ ໂດຍມີ ດີເຄ ເອັຟຊີ ທີ່ມີ 13 ຄະແນນລຸ້ນເຂົ້າຮອບນໍາອີກດ້ວຍ.

ຜ່ານການແຂ່ງຂັນປາກົດວ່າ: ລ໋ອບ ສະເຕດ້ຽມ ສ້າງຜົນງານໂດດເດັ່ນ ຖະຫຼົ່ມ ໄຊເສດຖາ ໄປຂາດລອຍ 6-0 ເກັບເພີ່ມເປັນ 18 ຄະແນນຈາກ 7 ນັດເຂົ້າຮອບ 4 ທີມໃນຖານະແຊັມກຸ່ມ A ພ້ອມທັງເຂ່ຍ ໄຊເສດຖາ ຕົກຮອບໄປແບບໜ້າເສຍດາຍ ເນື່ອງຈາກ ດີເຄ ເອັຟຊີ ຖະຫຼົ່ມ ແບລາວ 6-0 ເຮັດໃຫ້ມີຄະແນນເທົ່າກັບ ໄຊເສດຖາ ທີ 15 ຄະແນນ, ແຕ່ຜົນປະຕູໄດ້ເສຍ ດີເຄ ເອັຟຊີ ດີກວ່າທະລຸເຂົ້າຮອບ 4 ທີມສຸດທ້າຍ ໃນຖານະອັນດັບ 2 ຂອງກຸ່ມ A, ສ່ວນ ວຽງຈັນ ເອັຟທີ ມີ 13 ຄະແນນ ກອດຄໍ ແຄນລາວ, ເຄພີເອັສ ເອັຟຊີ, ແບລາວ ເອັຟຊີ ແລະ ທຣີນີຕີ ເອັຟຊີ ຕົກຮອບໄປ.

ສ່ວນ ກຸ່ມ B ເອັສຣາ ເອັຟຊີ ແຊັມເກົ່າ ລົງສະໜາມນັດສຸດທ້າຍ ຖະຫຼົ່ມ ເອັສທີທີ ເອັຟຊີ 6-0 ເກັບເພີ່ມເປັນ 16 ຄະແນນເທົ່າກັບ ລາວໂຕໂຢຕ້າ ເອັຟຊີ ຈາກ 6 ນັດ, ແຕ່ ເອັສຣາ ເອັຟຊີ ມີຜົນປະຕູໄດ້ເສຍດີກວ່າ ເຂົ້າຮອບ 4 ທີມໃນຖານະແຊັມເກົ່າ ແລະ ລາວໂຕໂຢຕ້າ ເອັຟຊີ ເຂົ້າຮອບໃນຖານະອັນດັບ 2 ຂອງກຸ່ມ, ສ່ວນ ມາສເຕີ 7 ມີ 10 ຄະແນນກອດຄໍ ຊ້າງນ້ອຍ ເອັຟຊີ, ທະເວັ້ນຕີ ຊິກ ຢູໄນເຕັດ, ເອັສທີທີ ເອັຟຊີ ແລະ ວຽງຈັນ ເອັຟຊີ ຕົກຮອບໄປ.

ສໍາລັບ ຢູ 15 ລ໋ອບ ສະເຕດ້ຽມ ແຊັມກຸ່ມ A ຈະພົບກັບ ຢູ 15 ລາວໂຕໂຢຕ້າ ເອັຟຊີ ຮອງແຊັມກຸ່ມ B ໃນຮອບ 4 ທີມສຸດທ້າຍຂອງວັນທີ 7 ທັນວາ 2019 ທີ່ສະໜາມບານເຕະ ສຕລ ສະໜາມ 1, ສ່ວນ ຢູ 15 ເອັສຣາ ເອັຟຊີ ແຊັມກຸ່ມ B ຈະພົບກັບ ຢູ 15 ດີເຄ ເອັຟຊີ ຮອງແຊັມກຸ່ມ A ທີ່ສະໜາມ ສຕລ ສະໜາມ 2 ໂດຍທັງສອງຄູ່ຈະລົງແຂ່ງຂັນເວລາ 15:30 ເທົ່າກັບ.

ຂ່າວ: ຄໍາສອນ; ຮູບຈາກ:​ສະຫະພັນບານເຕະແຫ່ງຊາດລາວ