ໂຮງຊວດຈຳ ຈະເລີນຊັບ ພານິດຈະເລີນ ມີລູກຄ້າແຫ່ເຂົ້າໃຊ້ບໍລິການເພີ່ມຂຶ້ນຕໍ່ເນື່ອງ

426

ສຳລັບໂຮງຊວດຈຳ ຈະເລີນຊັບ ພານິດຈະເລີນ ເປັນຂະແໜງການເງິນຂະໜາດນ້ອຍອີກແຫ່ງໜຶ່ງທີ່ເປີດບໍລິການນັບແຕ່ຕົ້ນເດືອນພະຈິກ 2016 ຜ່ານມາ ໂດຍໄດ້ຮັບໃບອະນຸຍາດດຳເນີນທຸລະກິດ ຈາກກົມຄຸ້ມຄອງສະຖາບັນການເງິນ ທະນາຄານ ແຫ່ງ ສປປ ລາວ ເຮັດໜ້າທີ່ເຄື່ອນໄຫວໃນການຮັບຊວດຈຳສັງຫາລິມະຊັບ ເປັນຕົ້ນແມ່ນ: ພາຫະນະ, ເຄື່ອງໃຊ້ໄຟຟ້າ, ຄຳ, ເຄື່ອງເຟີນີເຈີ, ເຄື່ອງມີຄ່າອື່ນໆຕາມການອະນຸຍາດຈາກທະນາຄານ. ຜ່ານການດໍາເນີນທຸລະກິດຈົນເຖິງປັດຈຸບັນກໍໄດ້ 3 ປີພໍດີ, ເຫັນວ່າມີລູກຄ້າເຂົ້າມາໃຊ້ບໍລິການເພີ່ມຂຶ້ນຢ່າງຕໍ່ເນື່ອງ.

ທ່ານ ຈະເລີນຊັບ ພານິດຈະເລີນ ເຈົ້າຂອງໂຮງຊວດຈຳ ຈະເລີນຊັບ ພານິດຈະເລີນ ກ່າວວ່າ: ການດຳເນີນທຸລະກິດຕະຫຼອດໄລຍະ 3 ປີຜ່ານມາ ເຫັນວ່າມີລູກຄ້າເຂົ້າມາໃຊ້ບໍລິການພາຍໃນໂຮງຊວດຈຳຂອງພວກເຮົາຫຼາຍສົມຄວນ ໂດຍສະເພາະແມ່ນປະຊາຊົນທີ່ຢູ່ໃນເຂດບໍລິເວນເມືອງນາຊາຍທອງ ແລະ ເມືອງໃກ້ຄຽງພາຍໃນນະຄອນຫຼວງວຽງຈັນ.

ການບໍລິການຂອງພວກເຮົາແມ່ນຮັບມັດຈຳເປັນວັດຖຸ, ອຸປະກອນ, ພາຫະນະ ເປັນຕົ້ນແມ່ນ: ປະເພດລົດ, ວັດຖຸມີຄ່າ, ເຄື່ອງໃຊ້ຄົວເຮືອນ ແລະ ອື່ນໆ ໂດຍມີແບບຟອມເອກະສານໃຫ້ປະກອບແລ້ວກໍານົດເວລາມັດຈຳ ຫຼື ອາດຈະມີນະໂຍບາຍເພີ່ມຕື່ມສຸດແລ້ວແຕ່ສອງຝ່າຍຕົກລົງກັນ, ສ່ວນການອະນຸມັດເງິນແມ່ນຈະໄດ້ພາຍໃນມື້ດຽວ ໃນວົງເງິນຕ່ຳສຸດ 2 ລ້ານ ແລະ ສູງສຸດ 100 ລ້ານກີບ.

ຜົນຕອບຮັບຈາກລູກຄ້າໃນໄລຍະຜ່ານມາແມ່ນດີຫຼາຍ ສັງເກດເຫັນໄດ້ຈາກການຈ່າຍເງິນໃນແຕ່ລະງວດກົງຕາມທີ່ກຳນົດເວລາທຸກໆເດືອນ ແລະ ມີການຊຳລະຜ່ານທະນາຄານເພື່ອຄວາມສະດວກສະບາຍ. ສໍາລັບເຫດຜົນທີ່ເຮັດໃຫ້ລູກຄ້າໃຊ້ບໍລິການເພີ່ມຂຶ້ນຕໍ່ເນື່ອງນັ້ນ ແມ່ນພວກເຮົາມີການບໍລິການທີ່ວ່ອງໄວ, ເປັນກັນເອງ ໂດຍບໍ່ຕ້ອງມີຫຼາຍຂັ້ນຕອນໃຫ້ຫຍຸ້ງຍາກ ພຽງແຕ່ປະກອບເອກະສານຕາມແບບຟອມ ແລະ ຕົກລົງເວລາຊຳລະໃນແຕ່ລະເດືອນໄດ້ ລູກຄ້າກໍຈະໄດ້ຮັບເງິນທັນທີ.

ໂຮງຊວດຈຳ ຈະເລີນຊັບ ພານິດຈະເລີນ ມີສຳນັກງານຕັ້ງຢູ່ບ້ານນາສ້ຽວ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ເປີດໃຫ້ບໍລິການເວລາ   8:00 – 16:30 ໂມງ, ຖ້າທ່ານໃດສົນໃຈກໍສາມາດຕິດຕໍ່ໄດ້ທີ່ເບີ: 020 2224 5948 ແລະ 020 5878 5666.