ຂໍ້ດີ ແລະ ຂໍ້ເສຍຂອງການອາບນ້ຳອຸ່ນຍາມໜາວ

126

ອາກາດເລີ່ມໜາວໂດຍສະເພາະຕອນເຊົ້າ ແລະ ຕອນຄໍ່າໆ ເປັນເວລາທີ່ໃຜຫຼາຍໆຄົນອາບນ້ຳ ແລະ ຕົວຊ່ວຍໃນຍາມໜາວແບບນີ້ກໍໜີບໍ່ພົ້ນເຄື່ອງເຮັດນ້ຳອຸ່ນເພື່ອຊ່ວຍຜ່ອນຄາຍຄວາມໜາວ ເຊິ່ງການອາບນ້ຳອຸ່ນກໍມີທັງຂໍ້ດີ ແລະ ຂໍ້ເສຍເຊັ່ນກັນ ມາເບິ່ງດີກວ່າວ່າມີຫຍັງແນ່ທີ່ຈະແກ້ໄຂບັນຫາອາກາດໜາວໄດ້.

ຂໍ້ດີຂອງການອາບນ້ຳອຸ່ນ:

ຊ່ວຍກະຕຸ້ນການໄຫຼວຽນຂອງເລືອດ ເພາະການອາບນ້ຳອຸ່ນເປັນຜົນດີີຕໍ່ສຸຂະພາບ ແລະ ອາບໃນອຸນຫະພູມທີ່ເໝາະສົມ ຈະຊ່ວຍກະຕຸ້ນການໄຫຼວຽນຂອງເລືອດໃຫ້ໄປທົ່ວຮ່າງກາຍ.

ການອາບນ້ຳອຸ່ນຊ່ວຍເຮັດໃຫ້ຮ່າງກາຍຮູ້ສຶກຜ່ອນຄາຍ ແລະ ເກີດການຕື່ນຕົວ, ຊ່ວຍປິ່ນປົວບັນເທົາຄວາມປວດເມື່ອຍ ແລະ ຄວາມເຄັ່ງຕຶງຂອງກ້າມຊີ້ນຕາມຮ່າງກາຍ.

ປາສະຈາກສິ່ງສົກກະປົກທີ່ອັດຕັນຮູຂຸມຂົນ ເພາະການອາບນ້ຳອຸ່ນຈະຊ່ວຍປິ່ນປົວຜິວພັນ, ຊະລ້າງໄຂມັນເທິງຜິວໜັງ ແລະ ທໍາຄວາມສະອາດເລິກເຖິງຮູຂຸມຂົນໄດ້ດີກວ່າ.

ເພີ່ມຄວາມສົດຊື່ນຄືນ ຄວາມກະຕືລືລົ້ນ, ຂະນະທີ່ອາບນ້ຳຈະຊ່ວຍໃຫ້ຫາຍໃຈສະດວກຂຶ້ນແຖມຍັງຮູ້ສຶກສົດຊື່ນພາຍຫຼັງອາບນ້ຳ.

ຂໍ້ເສຍຂອງການອາບນ້ຳອຸ່ນ:

ຖ້າອາບນ້ຳອຸ່ນໃນອຸນຫະພູມທີ່ບໍ່ເໝາະສົມ ແລະ ດົນເກີນໄປຈະເຮັດໃຫ້ຜິວແຫ້ງເສຍ, ແຕກລອກ ແລະ ຮູຂຸມຂົນກວ້າງຂຶ້ນ ເພາະນ້ຳອຸ່ນຈະລ້າງນ້ຳມັນເທິງຜິວອອກໄປຫຼາຍເຮັດໃຫ້ຜິວແຫ້ງເສຍ ແລະ ເກີດການລະຄາຍເຄືອງຕາມມາ.

ຖ້າອາບນ້ຳອຸ່ນບໍ່ຄວນໃຊ້ຜະລິດຕະພັນທຳຄວາມສະອາດຜິວທີ່ມີຟອງຫຼາຍໆ ເພາະຈະດຶງຄວາມຊຸ່ມຊື່ນໄປຈາກຜິວ ແລະ ບໍ່ຄວນເຊັດຖູຜິວແຮງໆເພາະຈະຍິ່ງເຮັດໃຫ້ຜິວລອກຫຼາຍຂຶ້ນ.

ການແຊ່ນ້ຳອຸ່ນດົນກາຍ 30 ນາທີ ຈະເຮັດໃຫ້ເລືອດລົງມາຫຼໍ່ລ້ຽງທີ່ຜິວໜັງ ແລະ ສົ່ງຜົນໃຫ້ໄປລ້ຽງສະໝອງບໍ່ພໍເຮັດໃຫ້ອ່ອນເພຍ ຫຼື ວິນວຽນຫົວຈົນອາດເປັນວິນໄດ້.

ຖ້າອາບນ້ຳອຸ່ນ ແລະ ສະຜົມດ້ວຍນ້ຳອຸ່ນກໍຈະເຮັດໃຫ້ຜົມແຫ້ງຈົນເກີດລັງແຄໄດ້ ເຊິ່ງໃນລະດູໜາວແບບນີ້ຍິ່ງເຮັດໃຫ້ຜົມ ແລະ ໜັງຫົວແຫ້ງຢູ່ແລ້ວ ເມື່ອສະຜົມດ້ວຍນ້ຳອຸ່ນກໍຍິ່ງເປັນການກະຕຸ້ນໃຫ້ຜົມແຫ້ງຟູ ແລະ ເກີດລັງແຄຂຶ້ນໄດ້ຫຼາຍ ກວ່າເກົ່ານໍາອີກ.

( ຂໍ້ມູນຈາກ: women.mthai.com )

( ຮຽບຮຽງ: ນຸ້ມນິ້ມ )