ສະຫວັນນະເຂດ ເຊີນເຂົ້າຮ່ວມວາງສະແດງສິນຄ້າໃນບຸນນະມັດສະການພະທາດອິງຮັງ

301

ງານບຸນນະມັດສະການພະທາດອິງຮັງ ນັບວ່າເປັນບຸນປາງໃຫຍ່ໜຶ່ງຂອງຊາວລາວ ແຂວງ ສະຫວັນນະເຂດ ທີ່ໄດ້ໝູນວຽນມາບັນຈົບຄົບຮອບອີກວາລະໜຶ່ງ ເຊິ່ງປີນີ້, ຈະໄດ້ຈັດໃນລະຫວ່າງວັນທີ 9-11 ທັນວາ 2019 ນີ້. ສະນັ້ນ, ເຈົ້າຄອງນະຄອນໄກສອນ ພົມວິຫານ ຈຶ່ງໄດ້ແຈ້ງການເຖິງ ທ່ານເຈົ້າເມືອງໃນ 14 ເມືອງທົ່ວແຂວງສະຫວັນນະເຂດ ໃຫ້ປຸກລະດົມຫົວໜ່ວຍທຸລະກິດ, ຫົວໜ່ວຍການຜະລິດອຸດສາຫະກໍາ-ຫັດຖະກໍາປຸງແຕ່ງ, ກຸ່ມຜະລິດສິນຄ້າໜຶ່ງເມືອງໜຶ່ຜະລິດຕະພັນ ໃຫ້ເຂົ້າຮ່ວມວາງສະແດງ ແລະ ຈໍາໜ່າຍພາຍໃນງານບຸນນະມັດສະການພະທາດອິງຮັງ ປະຈໍາປີ 2019.


ໂດຍທ່ານເຈົ້ານະຄອນ ໄກສອນພົມວິຫານ ໄດ້ສະເໜີມາຍັງທ່ານເຈົ້າເມືອງໃນ 14 ເມືອງທົ່ວແຂວງສະຫວັນນະເຂດ ໃຫ້ຊ່ວຍປຸກລະດົມຫົວໜ່ວຍທຸລະກິດ, ຫົວໜ່ວຍການຜະລິດອຸດສາຫະກໍາ-ຫັດຖະກໍາປຸງແຕ່ງ, ກຸ່ມຜະລິດສິນຄ້າໜຶ່ງເມືອງໜຶ່ງ ຜະລິດຕະພັນ (ODOP) ທີ່ມີພາຍໃນເມືອງເຂົ້າຮ່ວມວາງສະແດງ ແລະ ຈໍາໜ່າຍພາຍໃນງານບຸນ ນະມັດສະການພະທາດອິງຮັງ ປະຈໍາປີ 2019.
ໃນກໍລະນີຫົວໜ່ວຍທຸລະກິດໃດ ບໍ່ມີຄວາມສາມາດເຂົ້າຮ່ວມໄດ້ ແມ່ນໃຫ້ຊີ້ນໍາຫ້ອງການອຸດສາຫະກໍາ ແລະ ການຄ້າຂອງເມືອງນັ້ນໆເປັນຜູ້ລວບລວມສິນຄ້າ ຫຼື ຜະລິດຕະພັນຂອງເຂົາເຈົ້າໄປເຂົ້າຮ່ວມງານ. ພ້ອມທັງສົ່ງລາຍການສິນຄ້າ ແລະ ແຈ້ງຕອບຢ່າງຊ້າບໍ່ໃຫ້ກາຍວັນທີ 5 ທັນວາ 2019.


ສຳລັບສະຖານທີ່ ແລະ ກໍານົດເວລາໃນການຈັດງານມີດັ່ງນີ້: ສະຖານທີ່ ແມ່ນເດີ່ນພະທາດອິງຮັງເລີ່ມແຕ່ວັນທີ 9 ຫາ 11 ທັນວາ 2019 ເຊິ່ງຈະມີພິທີເປີດຢ່າງເປັນທາງການ ຂອງວັນທີ 9 ທັນວາ 2019 ເວລາ 14:30 ໂມງ.
ສ່ວນຫ້ອງວາງສະແດງ ແມ່ນທາງອະນຸກໍາມະການຈັດງານມີນະໂຍບາຍໃຫ້ແຕ່ລະເມືອງ ເມືອງລະ 1 ຫ້ອງວາງສະແດງ ຂະໜາດຫ້ອງ 4×4 ແມັດ ໂດຍບໍ່ເສຍຄ່າໃຊ້ຈ່າຍ (ຟຣີ) ສໍາລັບສິນຄ້າ “ໜຶ່ງເມືອງໜຶ່ງຜະລິດຕະພັນ (ODOP)” ແລະ ການຈັດວາງຕົບແຕ່ງປະດັບປະດາຫ້ອງວາງສະແດງໃຫ້ຈົບງາມຕ້ອງແລ້ວກ່ອນວັນທີ 9 ທັນວາ 2019 ແລະ ໃຫ້ແຕ່ລະເມືອງ ຫຼື ແຕ່ລະຫົວໜ່ວຍທຸລະກິດຮັບຜິດຊອບ (ກຸ້ມຕົນເອງ) ມີດັ່ງນີ້:
ອຸປະກອນໄຟຟ້າ ຫຼື ດອກໄຟ, ຄ່າກະແສໄຟຟ້າທີ່ໃຊ້, ຄ່າໃຊ້ຈ່າຍອື່ນໆ; ໂຕະ-ຕັ່ງ ແລະ ອຸປະກອນຮັບໃຊ້ອື່ນໆ; ແຜ່ນປ້າຍຊື່ເມືອງ, ປ້າຍໂຄສະນາຕ່າງໆ ລວມໄປເຖິງຄ່າເດີນທາງ, ກິນຢູ່ພັກເຊົາ ແລະ ຄ່າຂົນສົ່ງຕ່າງໆ.


ສຳລັບເມືອງໃດມີຄວາມຕ້ອງການຫ້ອງວາງສະແດງຫຼາຍກວ່າ 1 ຫ້ອງແມ່ນ ມີຄ່າໃຊ້ຈ່າຍຄື: ສໍາລັບສິນຄ້າ “ໜຶ່ງເມືອງໜຶ່ງຜະລິດຕະພັນ (ODOP)” ຈະໄດ້ຈ່າຍ 800.000 ກີບ/1 ຫ້ອງ. ສ່ວນສິນຄ້າທົ່ວໄປ ຈະໄດ້ຈ່າຍ 1.500.000 ກີບ/1 ຫ້ອງ.