ຄ້ຳປະກັນສະບຽງອາຫານພາຍໃນ! ອາດສະພອນ ສ້າງບ້ານດົງທະດາເປັນກຸ່ມຜະລິດກະສິກໍາ

198

ປັດຈຸບັນ ລັດຖະບານພວມຂຸ້ນຂ້ຽວ ແລະ ຈິງຈັງກັບການສົ່ງເສີມການຜະລິດສິນຄ້າພາຍໃນ ໃຫ້ສາມາດສະໜອງສິນຄ້າໄດ້ຕາມຄວາມຕ້ອງການຂອງຜູ້ບໍລິໂພກ ເພື່ອຫຼຸດຜ່ອນນຳເຂົ້າຈາກຕ່າງປະເທດໃຫ້ນັບມື້ນັບຫຼາຍຂຶ້ນ. ທັງນີ້ກໍ່ເພື່ອເຮັດໃຫ້ປະຊາຊົນມີລາຍຮັບ, ສ້າງເສດຖະກິດປະເທດໃຫ້ເຂັ້ມແຂງ. ເຊິ່ງຫຼ້າສຸດ, ຢູ່ເມືອງ ອາດສະພອນ ແຂວງ ສະຫວັນນະເຂດ ກໍ່ເປັນອີກແຂວງໜຶ່ງ ທີ່ມີຄວາມຕື່ນຕົວຕໍ່ນະໂຍບາຍດັ່ງກ່າວ ດ້ວຍການສົ່ງເສີມສ້າງບ້ານ ດົງທະດາ ເປັນກຸ່ມບ້ານທີ່ຜະລິດກະສິກຳເປັນສິນຄ້າອອກຈຳໜ່າຍ.

ເພື່ອເຮັດໃຫ້ວຽກງານເດີນໜ້າຢ່າງມີໝາກຜົນ ໃນວັນທີ 26 ພະຈິກ 2019 ຜ່ານມາ, ຢູ່ບ້ານດົງທະດາ ເມືອງ ອາດສະພອນ ແຂວງ ສະຫວັນນະເຂດ ຈຶ່ງໄດ້ເປີດກອງປະຊຸມສ້າງຕັ້ງກຸ່ມຜະລິດກະສິກຳຂຶ້ນ ໂດຍການເຂົ້າຮ່ວມເປັນປະທານຂອງ ທ່ານ ສີວິໄລ ສີທຳມະວັນ, ຫົວໜ້າຫ້ອງການກະສິກຳ ແລະ ປ່າໄມ້ເມືອງອາດສະພອນ, ມີ ທ່ານ ອິນພອນ ໂນນສີດາ ກຳມະການພັກເມືອງ, ພ້ອມດ້ວຍພໍ່ແມ່ປະຊາຊົນເຂົ້າຮ່ວມ.

ໃນພິທີ ທ່ານ ບຸດຕະລາດ ນາຍບ້ານຕ່າງໜ້າກຸ່ມການຜະລິດ ໄດ້ລາຍງານໂດຍຫຍໍ້ວ່າ: ບ້ານດົງທະດາ ເປັນບ້ານໜຶ່ງທີ່ມີສິ່ງເອື້ອອຳນວຍແກ່ການຜະລິດກະສິກຳຫຼາຍຢ່າງ ເປັນຕົ້ນແມ່ນຫ້ວຍນໍ້າ, ມີຊົນລະປະທານ ທີ່ສະໜອງນ້ຳແກ່ການຜະລິດກະສິກຳທັງໃນລະດູແລ້ງ ແລະ ລະດູຝົນ.

ບ້ານດົງທະດາມີທັງໝົດ 111 ຫຼັງຄາ, ມີ 161 ຄອບຄົວ, ພົນລະເມືອງທັງໝົດ 740 ຄົນ, ຍິງ 371 ຄົນ, ທັງໝົດແມ່ນມີອາຊີບປູກຝັງລ້ຽງສັດເປັນຕົ້ນຕໍ ແລະ ຄ້າຂາຍເປັນສຳຮອງ. ນັບແຕ່ປີ 1998 ເປັນຕົ້ນມາ ບ້ານດົງທະດາ ໄດ້ຮັບທຶນກໍ່ສ້າງ ແລະ ຕິດຕັ້ງຈັກດູດນ້ຳກຳລັງໄຟ 37 ກິໂລວັດ, ໂດຍນຳໃຊ້ແຫຼ່ງນ້ຳຫ້ວຍພຸງ ຄັນຝາຍເມື່ອກ່ອນແມ່ນປ້ານດ້ວຍກະສອບຊາຍ ການຜະລິດແມ່ນເຮັດນາແຊງປະມານ 15 ເຮັກຕາ ແຕ່ນໍ້າບໍ່ພຽງພໍຈຶ່ງຫັນມາປູກສາລີ, ຢາສູບ, ໝາກແຕງ, ໝາກໂມ, ໝາກຖົ່ວ ແລະພືດຜັກອື່ນໆ ເຫັນວ່າມີລາຍຮັບດີຂຶ້ນ. ຄຽງຄູ່ກັນນີ້, ພັກ-ລັດຖະບານໄດ້ເອົາໃຈໃສ່ ສົ່ງເສີມໃຫ້ທຶນກໍ່ສ້າງຝາຍປິດ-ເປີດຕື່ມອີກ.

ໃນການສ້າງຕັ້ງກຸ່ມການຜະລິດກະສິກຳ ໃນຄັ້ງນີ້ໄດ້ມີການແຕ່ງຕັ້ງຫົວໜ້າກຸ່ມການຜະລິດ ເພື່ອຄວາມສະດວກໃນການຄຸ້ມຄອງການຜະລິດ, ຊອກແຫຼ່ງທຶນ ແລະ ຕະຫຼາດຮອງຮັບ. ການຜະລິດແມ່ນຈະໃຫ້ສະມາຊິກແຕ່ລະຄອບຄົວເລືອກຜະລິດໃນສິ່ງຕົນເອງມັກເຊັ່ນ: ປູກສາລີ, ອ້ອຍ, ໝາກໂມ, ໝາກຖົ່ວ, ໝາກແຕງ, ພິກ-ເຂືອ, ຢາສູບ ແລະ ພືດຜັກອື່ນໆ.

ສ່ວນນາແຊງ ແມ່ນໃຫ້ຜະລິດບໍ່ໃຫ້ກາຍ 3 ເຮັກຕາ ເນື່ອງຈາກປະລິມານນໍ້າ ບໍ່ສາມາດສະໜອງແກ່ການຜະລິດຈຳນວນຫຼາຍໄດ້. ທັງນີ້, ກໍ່ເພື່ອເປັນການສົ່ງເສີມໃຫ້ພໍ່ແມ່ປະຊາຊົນ ຫັນມາປູກພືດຜະລິດເປັນສິນຄ້າຫຼາຍຂຶ້ນ ເພື່ອສ້າງເສດຖະກິດຄອບຄົວໃຫ້ມີຄວາມເຂັ້ມແຂງ ເຮັດໃຫ້ພໍ່ແມ່ປະຊາຊົນຫຼຸດພົ້ນອອກຈາກຄວາມທຸກຍາກໄປເທື່ອລະກ້າວ.