ຈັດເວລາອ່ານໜັງສືແນວໃດ? ໃຫ້ເກີດປະໂຫຍດກັບຕົນເອງ

119

ການອ່ານເປັນສິ່ງຈຳເປັນ ແລະ ສຳຄັນທີ່ສຸດໃນການສະສົມຄວາມຮູ້ບໍ່ວ່າຈະຢູ່ໄວໃດກໍຕາມ ແຕ່ຜູ້ອ່ານຫຼາຍຄົນອາດເຄີຍປະເຊີນກັບບັນຫາວ່າຈະເຮັດແນວໃດເພື່ອຈະສາມາດຖອດເອົາຄວາມຮູ້ຈາກໜັງສືທີ່ອ່ານໃຫ້ໄດ້ຫຼາຍທີ່ສຸດ. ໃນນີ້, ເວລາກໍເປັນອີກສິ່ງໜຶ່ງທີ່ຈຳເປັນຕ້ອງໄດ້ຄຳນຶງວ່າເວລາໃດເໝາະແກ່ການອ່ານເລື່ອງໃດ ຫຼື ຈະໃຊ້ເວລາອ່ານໜ້ອຍຫຼາຍປານໃດ ຈຶ່ງຈະເກີດປະໂຫຍດ. ດັ່ງນັ້ນ, ຜູ້ຂຽນໄດ້ຍົກເອົາເຕັກນິກດັ່ງກ່າວມາຝາກນ້ອງໆນັກຮຽນ – ນັກສຶກສາ ດັ່ງນີ້:

1 ເລືອກເວລາທີ່ເໝາະສົມ: ເວລາທີ່ເໝາະສົມໝາຍເຖິງເວລາທີ່ເພື່ອຕ້ອງການ ແລະ ພ້ອມທີ່ຈະອ່ານ, ເວລາທີ່ຫວ່າງຈາກງານອື່ນ ຫຼື ເປັນເວລາທີ່ອ່ານແລ້ວໄດ້ເນື້ອໃນຫຼາຍທີ່ສຸດ, ເຂົ້າໃຈຫຼາຍທີ່ສຸດເວລາຂອງແຕ່ລະຄົນຈະບໍ່ຄືກັນ ແຕ່ເຮົາແນະນຳວ່າໃຫ້ເປັນໄລຍະປະມານ 4:00 – 6:00 ໂມງເຊົ້າ ເພາະວ່າສະໝອງຂອງເຮົາໄດ້ຮັບການພັກຜ່ອນມາແລ້ວ ແລະ ໄດ້ຮັບການຈັດລະບຽບມາຮຽບຮ້ອຍ ແຕ່ທີ່ບໍ່ແນະນຳເປັນໄລຍະບ່າຍ – ໄລຍະເດິກ ເພາະວ່າສະໝອງຂອງເຮົາໄດ້ຖືກໃຊ້ງານຢ່າງໜັກມາໝົດມື້ແລ້ວ ເນື່ອງຈາກບາງຄົນນອກຈາກຈະຮຽນທີ່ໂຮງຮຽນແລ້ວ ແລະ ຍັງຕ້ອງໄປຮຽນເພີ່ມພິເສດບ່ອນອື່ນອີກ, ໃນການຈັດເວລາອ່ານໜັງສືຕ້ອງໃຫ້ໄດ້ຢ່າງໜ້ອຍ 2 ຊົ່ວໂມງ ເພາະຖ້າໜ້ອຍກວ່ານັ້ນຈະບໍ່ໄດ້ຮັບປະໂຫຍດຫຍັງເລີຍ.

2 ວາງລຳດັບວິຊາ ແລະ ເນື້ອໃນ: ໃຫ້ເລືອກອ່ານວິຊາທີ່ມີຫຼັກການງ່າຍໆ ຄື: ເອົາວິຊາທີ່ມັກກ່ອນເພື່ອໃຫ້ເຮົາອ່ານໄດ້ຫຼາຍ ແລະ ອ່ານໄດ້ໄວ ຄວນເລືອກເລື່ອງທີ່ມັກອ່ານກ່ອນເປັນອັນດັບທຳອິດຈະໄດ້ມີກຳລັງໃຈອ່ານເນື້ອໃນອື່ນໆຕໍ່ໄປ ບໍ່ແນະນຳວິຊາທີ່ຍາກ ແລະ ເນື້ອໃນທີ່ບໍ່ມັກ ເພາະຈະເຮັດໃຫ້ເສຍເວລາ, ອ່ານໜັງສືຄວນອ່ານໃຫ້ໄດ້ຕາມທີ່ເຮົາວາງໄວ້, ວິທີການກໍຄືຈົດລາຍການ ຫຼື ເນື້ອໃນບົດທີ່ຈະອ່ານໃຫ້ໝົດ. ຈາກນັ້ນ, ຈຶ່ງຄ່ອຍເລືອກລຳດັບເນື້ອໃນວ່າຈະອ່ານເລື່ອງໃດກ່ອນ ຫຼື ຫຼັງ ແລ້ວຈຶ່ງລົງມືອ່ານ ຈະຊ່ວຍໃຫ້ອ່ານໜັງສືໄດ້ຄົບທຸກວິຊາ ແລະ ຈົດຈຳໄດ້ດີ.

3 ລົງມືອ່ານຢ່າງຈິງຈັງ: ຂັ້ນຕອນນີ້ສໍາຄັນຫຼາຍ ຫາກນ້ອງໆຈັດຕາຕະລາງການອ່ານຮຽບຮ້ອຍແລ້ວໃຫ້ລົງມືອ່ານຕາມຕາຕະລາງທີ່ວາງໄວ້ຢ່າງຈິງຈັງ, ຢ່າປ່ອຍປະລະເລີຍ ແລະ ຢ່າກຽດຄ້ານ ຖ້າບໍ່ດັ່ງນັ້ນສິ່ງທີ່ຕັ້ງໃຈມາທັງໝົດຈະບໍ່ມີຄວາມໝາຍຫຍັງເລີຍ.

4 ກວດສອບຜົນງານ: ຫຼັງຈາກທີ່ນ້ອງໆໄດ້ອ່ານໜັງສືຕາມຕາຕະລາງທີ່ວາງໄວ້ແລ້ວ ກວດສອບເບິ່ງວ່າທີ່ເຮັດໄປໄດ້ຜົນແທ້ ຫຼື ບໍ່? ຖ້າດີຂຶ້ນກໍໃຫ້ເຮັດຕໍ່ໄປ ແຕ່ຖ້າຍັງບໍ່ດີຂຶ້ນກໍຕ້ອງຫາຈຸດບົກຜ່ອງໃຫ້ໄດ້ວ່າຂາດຢູ່ບ່ອນໃດ ຫຼື ວ່ານ້ອງໆຍັງບໍ່ເຕັມທີ່ພໍ ລອງເບິ່ງຄືນໃໝ່ອີກຄັ້ງຈະເຮັດໃຫ້ໄດ້ຜົນຮັບທີ່ດີຂຶ້ນ.

( ຮຽບຮຽງໂດຍ:ແກ້ວ;

ຂໍ້ມູນຈາກ: admissionpremium )