ເປີດດີ ຊູນດຣາມ ມູຣທີ ພາທີມຊາດລາວ ສະເໝີນັດທໍາອິດ ຊີເກມ ເປັນໄປຕາມເປົ້າຂໍມີຄະແນນທຸກນັດ

177

ບົດພິສຸດທໍາອິດຂອງ ທ່ານ ຊູນດຣາມ ມູຣທີ ( Sundram Moorthy ) ຫົວໜ້າຄູຝຶກທີມຊາດລາວ ຊາວສິງກະໂປ ໃນການນໍາພາທີມຊາດລາວ ລຸຍຄວາມທ້າຍທາຍໃນຊີເກມ 2019 ທີ່ປະເທດຟິລິບປິນ ຫຼ້າມື້ນີ້ວັນທີ 26 ພະຈິກ 2019 ພາທີມລົງໜ!ມນັດເປີດສາກພົບກັບ ສິງກະໂປ ໃນເວລາ 20:00 ໂມງ.

ຜ່ານການແຂ່ງຂັນ ປາກົດວ່າ: ຫົວໜ້າຄູຝຶກທີມຊາດລາວ ວາງເກມສູ້ກັບ ສິງກະໂປ ໄດ້ດີ ເຖິງວ່າຈະເປັນຮອງ ແລະ ນັກເຕະເສຍປຽບ ສາມາດຈົບການແຂ່ງຂັນສະເໝີ 0-0 ແບ່ງໄປທີມລະ 1 ຄະແນນ ພ້ອມທັງເຮັດໃຫ້ເປົ້າໝາຍຂອງ ທີມຊາດລາວ ຊຸດນີ້ຄືຫວັງມີຄະແນນໃນທຸກນັດທີ່ລົງແຂ່ງຂັນ ຜ່ານໄປສໍາເລັດ 1 ນັດ.

ສໍາລັບ ທ່ານ ຊູນດຣາມ ມູຣທີ ເຂົ້າມາຮັບໜ້າທີ່ ທີມຊາດລາວ ຊຸດໃຫຍ່ ເມື່ອເດືອນຕຸລາ 2018, ແຕ່ຜົນງານບໍ່ດີ. ຢ່າງໃດກໍຕາມ ລາວຢໍ້າສະເໝີວ່າ: ທີມຊາດລາວ ນັກເຕະລາວ ສ່ວນຫຼາຍແມ່ນຍັງໜຸ່ມນ້ອຍ,ເຊິ່ງເປັນຜົນດີຕໍ່ກັບການພັດທະນາວົງການບານເຕະລາວ ໃນອະນາຄົດ. ຈາກຄໍາເວົ້າດັ່ງກ່າວ ເກີດຂຶ້ນຢ່າງເປັນທາງການ ຫຼັງຈາກທີ່ພາ ທີມຊາດລາວ ຮຸ່ນອາຍຸບໍ່ເກີນ 19 ປີ ສ້າງປະຫວັດສາດທະລຸເຂົ້າຮອບສຸດທ້າຍ ໃນການແຂ່ງຂັນບານເຕະຊີງແຊັມອາຊີ 2020 ຮຸ່ນອາຍຸບໍ່ເກີນ 19 ປີ ໂດຍຈະໄດ້ໄປແຂ່ງຂັນຕໍ່ໃນປີ 2020 ຈາກຜົນງານຮອບຄັດເລືອກ ສະເໝີ ອົດສະຕຣາລີ 2-2, ຊະນະ ໄຕຫວັນ 2-1 ແລະ ຊະນະ ມາເກົາ ໄປຂາດລອຍ 6-0 ຜ່ານເຂົ້າຮອບສຸດທ້າຍໃນຖານະອັນດັບ 2 ດີທີ່ສຸດ.
ຖືວ່າ ທ່ານ ຊູນດຣາມ ມູຣທີ ໃຊ້ເວລາ 1 ປີໃນການສ້າງນັກເຕະທີມຊາດລາວ ຂຶ້ນມາໃໝ່ ກ່ອນຈະສໍາເລັດເປັນຮູບເປັນຮ່າງ, ສ່ວນຊີເກມຄັ້ງນີ້ ລາວຕ້ອງພາ ທີມຊາດລາວ ລຸຍຊີເກມ 2019 ທີ່ປະເທດຟິລິບປິນ ເຊິ່ງເປັນຄວາມທ້າຍທາຍທີ່ສຸດ ເພາະຢູ່ກຸ່ມ ຮ່ວມກັບ ໄທ, ອິນໂດເນເຊຍ, ຫວຽດນາມ, ສິງກະໂປ ແລະ ບຣູໄນ ໂດຍນັດຕໍ່ໄປ ວັນທີ 28 ພະຈິກ 2019 ເວລາ 16:00 ທີມຊາດລາວ ພົບ ທີມຊາດຫວຽດນາມ ແຂ່ງຂັນຢູ່ທີ່ສະຫນາມ BINAN FOOTBALL STADIUM.

ສໍາລັບ ທີມຊາດຊຸດຊີເກມ ທ່ານ ຊູນດຣາມ ມູຣທີ ຕັດສິນໃຊ້ເລືອກນັກເຕະຈາກ ຊ້າງນ້ອຍ ເອັຟຊີ ເປັນສ່ວນຫຼາຍ ຫຼັງຈາກທີ່ໄດ້ຄຸກຄີກັບນັກເຕະທີມດັ່ງກ່າວມາໂດຍຕະຫຼອດ ໂດຍສະເພາະໃນການແຂ່ງຂັນບານເຕະ ເປບຊີ ລາວພຣີເມຍລີກ 2019 ມີຂ່າວລືວ່າ ລາວເຄີຍເປັນຜູ້ຢູ່ເບື້ອງຫຼັກໃນການວາງເກມໃຫ້ທີມ ຈົນສາມາດເອົາຊະນະ ລາວໂຕຢຕ້າ ເອັຟຊີ ມາແລ້ວ, ເຊິ່ງ 20 ນັກເຕະທີຊາດລາວ ປະກອບມີ: 13 ຄົນຈາກຊ້າງນ້ອຍ ເອັຟຊີ, 3 ຄົນຈາກ ລາວໂຕໂຢຕ້າ ເອັຟຊີ, 1 ຄົນຈາກ ເອັສຣາ ແລະ 1 ຄົນຈາກວຽງຈັນ ເອັຟທີ, ສ່ວນນັກເຕະອາຍຸເກີນໂຄຕ້າ 2 ຄົນປະກອບມີ ສຸກອາພອນ ວົງຈຽງຄໍາ ຈາກໄຊນາກ ຮອນບິລ ແລະ ພິທັກ ກອງມະທິລາດ ຈາກອະຍຸດທະຍາ ຢູໄນເຕັດ.

ສຳລັບ ທ່ານ ຊູນດຣາມ ມູຣທີ ກໍເປັນນັກເຕະ ເຄີຍຫລິ້ນໃຫ້ ສະໂມສອນ FC Basel ໃນສະວິດລະຫວ່າງ 1987 – 1988, 1989 – 1990 ຫຼິ້ນໃຫ້ KEDAH ໃນມາເລເຊຍ, 1991-1992 ຫຼິ້ນໃຫ້ກັບ Pahang ໃນມາເລເຊຍ, 1991 – 1992 ຫຼິ້ນໃຫ້ກັບ KELANTAN ໃນມາເລເຊຍ, ປີ 1995 – 1977 ຫຼິ້ໜໃຫ້ກັບ Woodlands Wellington ໃນສິງກະໂປ, ປີ 1998 – 2003 ເປັນນັກເຕະ ແລະ ຄູຝຶກ ສະໂມສອນ Jurong FC ໂດຍສາມາດຫຼິ້ນຕໍາແໜ່ງກອງກາງ ແລະ ກອງຫນ້າ ສ່ວນຜົນງານລະດັບທີມຊາດ ຫຼິ້ນໃຫ້ກັບ ທີມຊາດສິງກະໂປ ປີ 1983 – 1993

ຂະນະທີ່ ຊູນດຣາມ ມູຣທີ ຜັນຕົວເປັນຄູຝຶກໃນປີ 1999 ເຄີຍຄຸມ 6 ສະໂມສອນທີ່ມີຊື່ສຽງໃນສິງກະໂປ ເປັນຕົ້ນ Young Lions ແລະ Tampines Rovers, ເດັ່ນສຸດຄຸມສະໂມສອນ LionsXII ຄວ້າແຊ້ມລີກສູງສຸດຂອງມາເລເຊຍ ໃນປີ 2013, ຄຸມສະໂມສອນ LionsXII ຄວ້າແຊັມລີກສູງສຸດຂອງມາເລເລເຊຍ ໃນປີ 2013 ສ່ວນຜົນງານການຄຸມທີມຊາດ, ເຄີຍຄຸມທີມຊາດ ສິງກະໂປ U18 ປີ 2004-2006, ທີມຊາດສິງກະໂປ U23 ປີ 2007-2008, ທີມຊາດສິງກະໂປ U21 ປີ 2009, ຜູ້ຊ່ວຍຄູຝຶກທີມຊາດສິງກະໂປ ຊຸດໃຫຍ່ ປີ 2011, ທີມຊາດສິງກະໂປ ASIAN GAMES ປີ 2010 ແລະ ຄຸມທີມຊາດສິງກະໂປ ຊຸດໃຫຍ່ ປີ 2016-2018.
(ຄໍາສອນ; ຮູບຈາກ: ສຕລ)

ຮູບຈາກ: AP, ສຕລ ແລະ Lao su su ລາວ ສູ້ ສູ້