ເຫດຜົນທີ່ຄວນດື່ມນ້ຳໝາກນາວທຸກມື້

111

ສຳລັບຜູ້ທີ່ບໍ່ມັກລົດຊາດສົ້ມຢູ່ແລ້ວອາດຈະບໍ່ຄ່ອຍມັກໃນການທີ່ຕ້ອງດື່ມນ້ຳໝາກນາວທຸກໆມື້. ແຕ່ມາເບິ່ງເຫດຜົນເຫຼົ່ານີ້ກ່ອນທ່ານອາດຈະປ່ຽນໃຈມາດື່ມນ້ຳໝາກນາວກໍໄດ້ ເພາະພາຍໃຕ້ລົດຊາດທີ່ສົ້ມນັ້ນອາດຈະແຝງດ້ວຍຄຸນປະໂຫຍດທີ່ດີຕໍ່ຮ່າງກາຍຂອງທ່ານແບບທີ່ບໍ່ເຄີຍຄິດມາກ່ອນແນ່ນອນ.

ຊ່ວຍໃຫ້ຮູ້ສຶກສົດຊື່ນ: ເພາະມັນຊ່ວຍໃຫ້ອອກຊີເຈນໄຫຼວຽນໄດ້ດີຂຶ້ນ ແລະ ຮ່າງກາຍຈະຮູ້ສຶກສົດຊື່ນກວ່າຕອນທີ່ບໍ່ໄດ້ດື່ມນ້ຳໝາກນາວ.

ມີກົດຊີຕິກໃນໝາກນາວ: ຊ່ວຍໃຫ້ເອນໄຊໄປກະຕຸ້ນການເຮັດວຽກຂອງຕັບ ແລະ ຊ່ວຍຂັບສານພິດ ຫຼື ສານເຄມີທີ່ສະສົມຢູ່ພາຍໃນ. ນອກຈາກນີ້, ຍັງມີວິຕາມິນຊີແນ່ນອນວ່າຜິວພັນຈະຜຸດຜ່ອງສົດໃສຂຶ້ນແບບເຫັນໄດ້ເລີຍ.

ຊ່ວຍໃນເລື່ອງລະບົບການຍ່ອຍອາຫານ ແລະ ຊ່ວຍເຜົາຜານພະລັງງານໄດ້ອີກດ້ວຍ.

ພຽງ 3 ຂໍ້ນີ້ກໍຊ່ວຍໃຫ້ທ່ານມີສຸຂະພາບທີ່ດີຂຶ້ນໄດ້ແລ້ວ ເຊິ່ງເປັນເລື່ອງທີ່ງ່າຍໆແຖມຍັງບໍ່ຕ້ອງເສຍເງິນເປັນຈຳນວນຫຼາຍເພື່ອຊື້ຢາລ້າງສານພິດມາກິນ ແລະ ປອດໄພຕໍ່ຮ່າງກາຍເຮົາອີກ.

( ຂໍ້ມູນຈາກ: health.kapook.com )

( ຮຽບຮຽງ: ນຸ້ມນິ້ມ )