ລັດຖະບານ ເລັ່ງແກ້ໄຂຂໍ້ຄົງຄ້າງຍູ້ເສດຖະກິດໃຫ້ດີຂຶ້ນ

154

ປີ 2020 ລັດຖະບານຈະສືບຕໍ່ແກ້ໄຂຂໍ້ຄົງຄ້າງທີ່ເປັນບັນຫາຕໍ່ການພັດທະນາເສດຖະກິດ – ສັງຄົມ ຢ່າງເປັນຮູບປະທຳ, ຂະນະທີ່ທ່ານນາຍົກເຊື່ອວ່າເສດຖະກິດຈະດີຂຶ້ນ ເນື່ອງຈາກວ່າໂຄງການໃຫຍ່ໆຫຼາຍໂຄງການຈະເລີ່ມຈັດຕັ້ງປະຕິບັດ.

ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ໄດ້ຊີ້ແຈງຕໍ່ຂໍ້ຊັກຖາມຂອງບັນດາສະມາຊິກສະພາແຫ່ງຊາດ ໃນວາລະດໍາເນີນກອງປະຊຸມສະໄໝສາມັນ ເທື່ອທີ 8 ຂອງສະພາແຫ່ງຊາດ ຊຸດທີ VIII, ໃນວັນທີ 15 ພະຈິກນີ້ ກ່ຽວກັບຜົນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ – ສັງຄົມ ປີ 2019 ແລະ ທິດທາງປີ 2020.

ທ່ານນາຍົກ ກ່າວວ່າ: ລັດຖະບານໄດ້ທົບທວນຄືນບັນດາຄາດໝາຍສູ້ຊົນທີ່ໄດ້ຕັ້ງໃຈຜັນຂະຫຍາຍແຜນພັດທະນາ 2019 ແລະ ໄດ້ກຳນົດທິດທາງທີ່ຈະແກ້ໄຂບັນຫາທີ່ຄົງຄ້າງທີ່ໄດ້ລາຍງານຕໍ່ປະຊຸມ ໃນວັນທີ 7 ພະຈິກ 2019 ຜ່ານມາ ເຊິ່ງລັດຖະບານໄດ້ມີຄວາມພະຍາຍາມຢ່າງສູງໃນການຈັດຕັ້ງປະຕິບັດແຜນດັ່ງກ່າວ ໂດຍສະພາບແວດລ້ອມທີ່ທ້າທາຍ ແຕ່ລັດຖະບານກໍໄດ້ສຸມກຳລັງແຮງປຸກລະດົມທົ່ວສັງຄົມ ໂດຍລວມແລ້ວຮັກສາໄດ້ຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມໄວ້ໄດ້.

ລັດຖະບານຈະໄດ້ສືບຕໍ່ຄົ້ນຄວ້າບໍລິຫານລັດຢ່າງຮັດກຸມ ປະຕິບັດບັນດາກົດໝາຍ, ດຳລັດຢ່າງເຄັ່ງຄັດ ແລະ ຈຳກັດການຄ້າຂາຍເຖື່ອນ, ປາບປາມຢາເສບຕິດ ແລະ ຈະສືບຕໍ່ແກ້ໄຂບັນດາເຫດການຕ່າງໆ ແລະ ພະຍາຍາມປົກປ້ອງສິ່ງທີ່ຖືກຕ້ອງ ແລະ ບໍລິຫານງານປະເທດດ້ວຍຄວາມເປັນທຳ. ໃນຂະນະທີ່ການຂະຫຍາຍຕົວຂອງເສດຖະກິດປີນີ້ຈະຢູ່ໃນລະດັບ 6,4% ຫຼຸດຄາດໝາຍ 0,3%; ສືບຕໍ່ແກ້ໄຂບັນຫາໜີ້ສິນບັນດາໂຄງການລົງທຶນຂອງລັດຢ່າງຕັ້ງໜ້າ, ໄດ້ສຳເລັດການສ້າງດຳລັດວ່າດ້ວຍກອງທຶນສົ່ງເສີມ ເອັສເອັມອີ ແລະ ໄດ້ປ່ອຍເງິນກູ້ໃຫ້ຫົວໜ່ວຍທຸລະກິດ ຈຳນວນ 111 ກວ່າຕື້ກີບ ແລະ ບັນດາໂຄງການທີ່ສົ່ງເສີມທຸລະກິດຂະໜາດນ້ອຍ ແລະ ຂະໜາດກາງທີ່ກຳລັງດຳເນີນຢູ່ ພາກສ່ວນທີ່ກ່ຽວຂ້ອງກຳລັງຈັດຕັ້ງຜັນຂະຫຍາຍເຮັດໃຫ້ຖືກຕາມຫຼັກການ, ລະບຽບການທີ່ວາງອອກ ເພື່ອທີ່ຈະໄດ້ຮັບເງິນກູ້ເພື່ອປ່ອຍໃຫ້ທຸລະກິດຂະໜາດນ້ອຍ ແລະ ກາງ.

ລັດຖະບານມີຄວາມພະຍາຍາມຊອກຫາຕະຫຼາດສົ່ງອອກພະລັງງານໄຟຟ້າ ດ້ວຍຄວາມເອົາໃຈໃສ່ສາມາດສົ່ງອອກຫວຽດນາມ, ກຳປູເຈຍ ແລະ ກຳລັງຫາລືກັບໄທ; ລັດຖະບານໄດ້ເອົາໃຈໃສ່ແກ້ໄຂບັນຫາທີ່ເກີດຂຶ້ນ ນັ້ນອາດຈະໃຊ້ເວລາ ແລະ ຫວັງວ່າ ສສຊ ຈະຊ່ວຍເປັນຫູເປັນຕາ ແລະ ເຂົ້າຮ່ວມໃນການກວດກາ, ການແກ້ໄຂບັນຫາທີ່ດິນທີ່ກຳລັງປະເຊີນໜ້າຢູ່ໃນປັດຈຸບັນໃຫ້ລຸລ່ວງໄປເປັນກ້າວໆ ເພາະທີ່ດິນເປັນແຫຼ່ງລາຍຮັບທີ່ໝັ້ນຄົງຂອງປະເທດໜຶ່ງໆ ບ່ອນໃດມີການລະເມີດແມ່ນຈະໄດ້ຮັບການແກ້ໄຂຢ່າງຮັດກຸມ. ຈາກນັ້ນ, ຈະໄດ້ສືບຕໍ່ຈັດຕັ້ງປະຕິບັດດຳລັດເລກທີ 15/ນຍ ເພື່ອຄຸ້ມຄອງການສົ່ງອອກໄມ້. ນອກນັ້ນ, ລັດຖະບານພະຍາຍາມປັບປຸງກົດໝາຍທີ່ມີຢູ່ແລ້ວ ແລະ ສ້າງກົດໝາຍໃໝ່ ເຊິ່ງຈະນຳເຂົ້າສະພາພິຈາລະນາຕໍ່ໄປ.

ທ່ານນາຍົກລັດຖະມົນຕີ ກ່າວຕື່ມວ່າ: ລັດຖະບານ ມີ 10 ຂໍ້ຄົງຄ້າງໃຫ້ ສສຊ ນຳເອົາໄປແກ້ໄຂຊ່ວຍລັດຖະບານ ເພື່ອພ້ອມກັນຈັດຕັ້ງແຜນພັດທະນາເສດຖະກິດປີນີ້ ແລະ ເພື່ອແກ້ໄຂໃນປີຕໍ່ໄປໃຫ້ລຸລ່ວງດ້ວຍດີ. ປີ 2020 ຈະພະຍາຍາມບັນລຸຄາດໝາຍຂອງເສດຖະກິດ ກໍຄື ຈີດີພີ ໃຫ້ໄດ້ ເຊື່ອວ່າປີຕໍ່ໄປເສດຖະກິດຈະດີຂຶ້ນ, ບັນດາໂຄງການໃຫຍ່ໆກຳລັງຈະຮັບການຈັດຕັ້ງປະຕິບັດ ໃນປີ 2020. ສ່ວນສະມັດຖະພາບການຜະລິດບໍ່ທັນສູງຈະພ້ອມກັນແກ້ໄຂ, ໃນຂະນະທີ່ບັນດາລັດວິສາຫະກິດກໍຈະຕ້ອງໄດ້ປັບປຸງ ເນື່ອງຈາກວ່າມີບາງຫົວໜ່ວຍອາດພົບຄວາມຫຍຸ້ງຍາກຖ້າບໍ່ໄດ້ຮັບການແກ້ໄຂ; ດ້ານການແກ້ໄຂສະພາບແວດລ້ອມ.

ໃນການດຳເນີນທຸລະກິດຈະເລັ່ງແກ້ໄຂ ເພື່ອໃຫ້ບັນລຸຄາດໝາຍ ຄື: ການປັບປຸງການສົ່ງເສີມການທ່ອງທ່ຽວໃນ 2 ປີລຽນຕິດ ເພື່ອສົ່ງເສີມທ່ອງທ່ຽວພາຍໃນ ເຊິ່ງປີນີ້ໄດ້ສົ່ງເສີມການທ່ອງທ່ຽວ ລາວ – ຈີນ ຕົວເລກກໍເພີ່ມຂຶ້ນ ແຕ່ຍັງບໍ່ທັນບັນລຸຕາມຄາດໝາຍທີ່ວາງໄວ້ ຍ້ອນມີຫຼາຍເຫດຜົນ ເປັນຕົ້ນ: ຖະໜົນ, ສິນຄ້າມີລາຄາແພງ, ສິ່ງອຳນວຍ ຄວາມສະດວກ, ແຫຼ່ງທ່ອງທ່ຽວກໍບໍ່ດີ ບໍ່ສາມາດດຶງດູດນັກທ່ອງທ່ຽວໄດ້ ແລະ ສິ່ງແວດລ້ອມອື່ນໆ, ສ່ວນການແກ້ໄຂການເກັບລາຍຮັບ ເຖິງວ່າພາກສ່ວນກ່ຽວຂ້ອງຈະໃຊ້ ຄວາມພະຍາຍາມແຕ່ກໍບໍ່ທັນດີເທົ່າທີ່ຄວນ ເນື່ອງຈາກວ່າການນຳໃຊ້ເຄື່ອງມືທັນສະໄໝເຂົ້າໃນການເກັບລາຍຮັບຍັງບໍ່ທົ່ວເຖິງທົດລອງໄດ້ແຕ່ບາງສ່ວນເທົ່ານັ້ນ; ຢູ່ຫຼວງນ້ຳທາ ນຳໃຊ້ເຕັກໂນໂລຊີເຂົ້າໃນການເກັບລາຍຮັບເຫັນວ່າລາຍຮັບເພີ່ມຂຶ້ນຫຼາຍເທົ່າ.

ສະຖຽນລະພາບເງິນຕາຍັງຫຼໍ່ແຫຼມຢູ່ ປີຕໍ່ໄປຈະເຮັດໃຫ້ອັດຕາແລກປ່ຽນ, ອັດຕາເງິນເຟີ້ຢູ່ໃນເກນທີ່ສະພາແຫ່ງຊາດຮັບຮອງເອົາ.

ການພັດທະນາຊົນນະບົດລຶບລ້າງຄວາມທຸກຍາກມີ ຄວາມແຕກໂຕນກັນ, ຢາກລຶບລ້າງໃຫ້ໄວ ແລະ ດີ ແມ່ນປະກອບດ້ວຍຫຼາຍປັດໄຈ ຄື: ຖະໜົນຫົນທາງເພື່ອໃຫ້ປະຊາຊົນຜະລິດ ແລະ ຂາຍໄດ້, ປະຊາຊົນເຂົ້າເຖິງສິນເຊື່ອໄດ້, ສິ່ງສຳຄັນທີ່ສຸດຂໍໃຫ້ແຂວງຕ່າງໆພະຍາຍາມດຶງດູດເອົາການລົງທຶນໄປສູ່ຊົນນະບົດ, ສົ່ງເສີມຜະລິດການປຸງແຕ່ງກະສິກຳ ເຮັດໃຫ້ປະຊາຊົນມີວຽກເຮັດງານທຳ ແຕ່ກໍຂຶ້ນກັບຄວາມເປັນເຈົ້າການຂອງປະຊາຊົນ ແຕ່ລະທ້ອງຖິ່ນ, ການໃຊ້ຈ່າຍຟຸມເຟືອຍ, ໄພສັງຄົມ, ຂີ້ລັກງັດແງະກໍຍັງປາກົດມີຢູ່. ເຖິງແນວໃດກໍຕາມ, ບັນຫາສິ່ງຄົງຄ້າງດັ່ງກ່າວລັດຖະບານຈະແກ້ໄຂປີ 2020 ໃຫ້ຄ່ອຍໆຫຼຸດນ້ອຍຖອຍລົງ ຈະພະຍາຍາມປັບປຸງມອບໝາຍໜ້າທີ່ແບ່ງງານ, ແບ່ງ ຄວາມຮັບຜິດຊອບໃຫ້ກັນ ແລະ ກັນຢ່າງທົ່ວເຖິງ ໃຫ້ສາມາດປະສານງານກັນໄດ້ແຕ່ເທິງລົງລຸ່ມ ຈະປັບປຸງແບບແຜນວິທີເຮັດວຽກທີ່ຍັງອືດອາດຊັກຊ້າຂາດຄວາມເປັນເຈົ້າການບໍ່ກ້າຫານ, ຂາດຫົວຄິດປະດິດສ້າງຈະຊຸກຍູ້ແກ້ໄຂເປັນກ້າວໆ ຈະປັບປຸງກົນໄກປະສານງານລະຫວ່າງຂະແໜງການທ້ອງຖິ່ນເປັນຕົ້ນ ລັດຖະບານກັບສະພາ.

[ ຂ່າວ: ສົມລົດ; ຮູບ: ສຸກສະຫວັນ ]