ຊົມເຊີຍ! ບ້ານນາກອກ ປະກາດເປັນບ້ານປ້ອງກັນຊາດເຂັ້ມແຂງທີ 2 ຂອງເມືອງມະຫາໄຊ

98

ພິທີປະກາດບ້ານ ນາກອກ ເປັນບ້ານປ້ອງກັນຊາດເຂັ້ມແຂວງທີ 2 ຂອງເມືອງ ເມືອງມະຫາໄຊແລະ ເປັນບ້ານທີ 25 ຂອງແຂວງ ຄຳມ່ວນ ໄດ້ຈັດຂຶ້ນໃນວັນທີ 14 ພະຈິກ 2019 ຜ່ານມາ ຢູ່ຫ້ອງການ ບ້ານນາກອກ ໂດຍການໃຫ້ກຽດເປັນປະທານ ທ່ານ ບົວພັນ ແສງຈັນ ເຈົ້າເມືອງໆມະຫາໄຊ, ເຂົ້າຮ່ວມມີ ທ່ານ ພັທ ສຸກກະສັນ ພຸດທະວົງ ສະພາປະຊາຊົນແຂວງຄຳມ່ວນ, ມີຄະນະປະຈຳພັກເມືອງ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ໃນພິທີ ທ່ານ ພັທ ວັນໄຊ ສີສົມບັດ ຫົວໜ້າກອງບັນຊາການ ປກຊ ເມືອງມະຫາໄຊ ໄດ້ຂຶ້ນຜ່ານຮ່າງບົດສະຫຼຸບ ຕີລາຄາວຽກງານສ້າງຄອບຄົວ – ບ້ານປ້ອງກັນຊາດເຂັ້ມແຂງ ປີ 2018 ແລະ ສືບຕໍ່ທິດທາງແຜນການປີ 2019ວ່າ: ບ້ານນາກອກໄດ້ສ້າງຕັ້ງໃນປີ 1965 ມີຈໍານວນ 198 ຄອບຄົວ, ມີພົນລະເມືອງ 1.093 ຄົນ, ຍິງ 565 ຄົນ. ເປັນບ້ານທີ່ມີຄວາມອຸດົມສົມບູນ ເໜາະສົມແກ່ການປູກຝັງ – ລ້ຽງສັດ.

ຈາກນັ້ນ, ທ່ານ ພັທ ບຸນມາ ທອງໂຍທາ ຄະນະພັກຮອງການເມືອງກອງບັນຊາການ ຂຶ້ນຜ່ານຂໍ້ຕົກລົງ ຂອງທ່ານ ເຈົ້າເມືອງໆມະຫາໄຊ ວ່າດ້ວຍການຢັ້ງຢືນຮັບຮອງເອົາຄອບຄົວປ້ອງກັນຊາດເຂັ້ມແຂງ ແລະ ຂໍ້ຕົກລົງຂອງກອງບັນຊາການທະຫານເມືອງມະຫາໄຊ ວ່າດ້ວຍການມອບໃບຢັ້ງຢືນຄອບຄົວປ້ອງກັນຊາດເຂັ້ມແຂງ ຈຳນວນ 182 ຄອບຄົວ. ທ່ານ ພັທ ຫັດສະດີ ຈະເລີນສຸກ ຫົວໜ້າພະແນກກໍ່ສ້າງຮາກຖານທະຫານແຂວງຄໍາມ່ວນ ຂຶ້ນຜ່ານຂໍ້ຕົກລົງຂອງປະທານຄະນະກຳມະການປ້ອງກັນຊາດ-ປ້ອງການຄວາມສະຫົງບ ວ່າດ້ວຍຮັບຮອງເອົາບ້ານ ນາກອກ ເມືອງມະຫາໄຊ ເປັນບ້ານປ້ອງກັນຊາດເຂັ້ມແຂງ ຍັງມອບໃບຍ້ອງຍໍກັບເງິນຈຳນວນ ຈຳນວນໜຶ່ງໃຫ້ກັບນາຍບ້ານນາກອກ.

ເຊິ່ງຈຸດປະສົງ ກໍ່ແມ່ນຄວາມເຂັ້ມແຂງ ທາງດ້ານວຽກງານປ້ອງກັນຊາດ ໃຫ້ແຕ່ລະຄອບຄົວພາຍໃນບ້ານສາມາດຕ້ານ ແລະ ສະກັດກັ້ນກົນອຸບາຍມ້າງເພທຳລາຍຂອງສັດຕູ ແລະ ກຸ່ມຄົນບໍ່ດີ, ສາມາດປົກປັກຮັກສາສິດ-ຜົນປະໂຫຍດ ຂອງປະຊາຊົນພາຍໃນບ້ານ ເພື່ອຮັບປະກັນແນວທາງປ້ອງກັນຊາດ – ປ້ອງກັນຄວາມສະຫງົບ ຢ່າງຮອບດ້ານ ຢູ່ຂັ້ນຮາກຖານ ແລະ ແກ້ໄຂປະກົດການຫຍໍ້ທໍ້ຕ່າງໆໃນບ້ານເມືອງ ແລະ ສົ່ງເສີມສິດເປັນເຈົ້າການຂອງພົນລະເມືອງລາວໃນແຕ່ລະຄອບຄົວ ແລະ ການຈັດຕັ້ງຂອງບ້ານ ພ້ອມກັນຈັດຕັ້ງປະຕິບັດ ແລະ ປະກອບສ່ວນປັບປຸງ ແລະ ກໍ່ສ້າງ ທ່າສະໜາມປ້ອງກັນຊາດປ້ອງກັນຄວາມສະຫງົບຢູ່ຮາກຖານ ໃຫ້ມີຄວາມໜັກແໜ້ນ, ແຂັ້ມແຂງ ສາມາດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ຕາມແນວທາງນະໂຍບາຍຂອງພັກໃນແຕ່ລະໄລຍະໃຫ້ປະກົດຜົນເປັນຈິງ.

ທີ່ມາ: Khammouane News