ແຈ້ງ! ປັບຂຶ້ນລາຄານໍ້າມັນ ຄາດມີທ່າອ່ຽງສູງຂຶ້ນອີກ

86

ອີງໃສ່ສະພາບການຄວາມເປັນຈິງ ຂອງເສດຖະກິດໂລກໃນປັດຈຸບັນ ລາຄານໍ້າມັນມີການເໜັງຕີງ ເຮັດໃຫ້ປະເທດຕົ້ນທາງການຜະລິດນໍ້າມັນມີການປັບຂຶ້ນ-ລົງ ລາຄານໍ້າມັນ ເປັນໄລຍະໆ ຈຶ່ງສົ່ງຜົນເຮັດໃຫ້ ສປປ ລາວ ເຊິ່ງເປັນປະເທດນໍາເຂົ້ານໍ້າມັນ 100% ໄດ້ຮັບຜົນກະທົບ.

ກ່ຽວກັບບັນຫາລາຄານໍ້າມັນ, ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ໄດ້ກ່າວໃນກອງປະຊຸມສະພາແຫ່ງຊາດ ໃນອາທິດແລ້ວນີ້ວ່າ: ລາຄາຕະຫຼາດນໍ້າມັນໂລກ ຍັງມີການຜັນຜວນ ຍ້ອນຄວາມບໍ່ສະຫງົບຢູ່ຕາເວັນອອກກາງ ທີ່ສົ່ງຜົນກະທົບຕໍ່ປະເທດຜະລິດນໍ້າມັນ ເຊິ່ງອະນາຄົດ ອາດມີຜົນເຮັດໃຫ້ລາຄານໍ້າມັນໃນຕະຫຼາດໂລກ ແລະ ປະເທດປາຍທາງ ກໍ່ຄືປະເທດລາວເຮົາສູງຂຶ້ນຕື່ມ ຢ່າງຫຼີກລ່ຽງບໍ່ໄດ້.

ຫຼ້າສຸດ, ໃນວັນທີ 15 ພະຈິກ 2019ນີ້, ກະຊວງອຸດສາຫະກຳ ແລະ ການຄ້າ ແຈ້ງການສະບັບເລກທີ 1637/ອຄ.ກຄພນ ເຖິງສາມາຄົມນໍ້າມັນເຊື້ອໄຟ ແລະ ອາຍແກ໊ສ, ບັນດາບໍລິສັດນໍ້າມັນເຊື້ອໄຟ ແລະ ປໍ້າຂາຍຍ່ອຍນໍ້າມັນເຊື້ອໄຟ ເລື່ອງການປັບຂຶ້ນລາຄາຍ່ອຍນໍ້າມັນເຊື້ອໄຟ ໃນຂອບເຂດທົ່ວປະເທດ.

ເຊິ່ງການປັບຂຶ້ນລາຄານໍ້າມັນໃນຄັ້ງນີ້ ແມ່ນໄດ້ປັບຂຶ້ນນໍ້າມັນເຊືິ້ອໄຟທຸກຊະນິດຄື: ແອັດຊັງພິເສດປັບ 20 ກີບ/ລິດ (ຈາກ 10.510 ກີບ/ລິດ ເປັນ 10.560 ກີບ/ລິດ); ແອັດຊັງທຳມະດາປັບ 130 ກີບ/ລິດ (ຈາກ 9.110 ກີບ/ລິດ ເປັນ 9.240 ກີບ/ລິດ) ແລະ ນໍ້າມັນກາຊວນ ປັບ 20 ກີບ/ລິດ ( ຈາກ 8.610 ກີບ/ລິດ ເປັນ 8.630 ກີບ/ລິດ)
ລາຄານີ້ ແມ່ນເລີ່ມປະຕິບັດຕອນເຊົ້າເວລາ 6:00 ໂມງ ຂອງວັນທີ 16 ພະຈິກ 2019 ເປັນຕົ້ນໄປ ເຊິ່ງແຈ້ງການສະບັບນີ້ ແມ່ນປ່ຽນແທນແຈ້ງການສະບັບເລກທີ 1548/ອຄ.ກຄພນ ລົງວັນທີ 1 ພະຈິກ 2019.