ຄາດຈະສຳເລັດໃນຕົ້ນປີໜ້າ! ໂຄງການກໍ່ສ້າງປ້ອມທະຫານຊາຍແດນ124 ເມືອງປາກທາ

158

ໂຄງການກໍ່ສ້າງປ້ອມທະຫານຊາຍແດນ 124 ຢູ່ເຂດຜາໄດ ແລະ ຜາແດງ ເມືອງ ປາທາ, ແຂວງ ບໍ່ແກ້ວ ເປັນໂຄງການ ຂອງລັດຖະບານ ເຊິ່ງມູນຄ່າການກໍ່ສ້າງທັງໝົດ 29 ຕື້ກວ່າກີບ. ເຊິ່ງເລີ່ມກໍ່ສ້າງມາແຕ່ຕົ້ນເດືອນ ກໍລະກົດ 2019 ເປັນຕົ້ນມາ, ມາຮອດປັດຈຸບັນທັງສອງເຂດມີຄວາມຄືບໜ້າພໍສົມຄວນ.

ວັນທີ 14 ພະຈິກ2019 ນີ້, ສະຫາຍ ພົນຈັດຕະວາ ສິງສະຫວັດ ພົມມະສັກ ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບ, ມີສະຫາຍ ພັນເອກ ສີພອນໄຊ ຄຳທອງເຫວີນ ຮອງຫົວໜ້າກົມຊ່າງແສງ ແລະ ສະຫາຍ ພັນເອກ ວິດອນ ພຸດດາວົງ ກຳມະການພັກແຂວງ ເລຂາຄະນະພັກກອງບັນຊາການ ຫົວໜ້າການທະຫານກອງບັນຊາການທະຫານແຂວງບໍ່ແກ້ວ ພ້ອມວິຊາການທີ່ກ່ຽວຂ້ອງໄດ້ລົງກວດກາໂຄງການກໍ່ສ້າງ ປ້ອມທະຫານຊາຍແດນສອງຈຸດຢູ່ເຂດຜາໄດ ແລະ ຜາແດງ ເມືອງປາກທາ ແຂວງບໍ່ແກ້ວ ໂດຍແມ່ນໂຄງການກໍ່ສ້າງເສັ້ນທາງ ແລະ ກິດຈະການປ້ອງກັນຊາດເປັນຜູ້ຮັບເໝົາ.

ຜ່ານການລົງກວດວຽກ ຕົວຈິງເຫັນວ່າໂຄງການດັ່ງກ່າວແມ່ນໄດ້ເລີ່ມລົງມືກໍ່ ສ້າງມາແຕ່ຕົ້ນເດືອນກໍລະກົດ 2019 ຈົນມາຮອດປັດຈຸບັນນີ້ ເຫັນວ່າມີຄວາມຄືບໜ້າພໍສົມຄວນ ແລະ ຄາດວ່າການກໍ່ສ້າງພາຍໃນຕົ້ນປີ 2020 ແມ່ນຈະສຳເລັດ 100% ໃນນັ້ນ, ລວມມີສອງຈຸດໃນການກໍ່ສ້າງຄື: ປ້ອມຜາແດງແມ່ນມີຄວາມຄືບໜ້າແລ້ວ 32 % ສ່ວນປ້ອມຜາໄດແມ່ນມີຄວາມຄືບໜ້າແລ້ວ 76% ໂດຍແມ່ນທຶນຂອງລັດຖະບານ ລວມມູນຄ່າການກໍ່ສ້າງທັງໝົດ 29 ຕື້ກວ່າກີບ.

 

ທີ່ມາ: ໜັງສືພິມບໍ່ແກ້ວ