ປະຊາຊົນບ້ານໂພນຕູມ ສົມທົບທຶນ 200 ລ້ານກວ່າກີບ ສ້ອມແປງທາງ

63

ການກໍ່ສ້າງສ້ອມແປງເສັ້ນທາງບ້ານໂພນຕູມ ເມືອງອຸທຸມພອນ ແຂວງສະຫວັນນະເຂດ ສໍາເລັດແລ້ວ 100% ໃນຕົ້ນເດືອນພະຈິກ 2019 ພາຍຫຼັງໄດ້ລົງມືກໍ່ສ້າງມາແຕ່ຕົ້ນເດືອນຕຸຸລາ 2019 ຜ່ານມາ ລວມມູນຄ່າການກໍ່ສ້າງ 239 ລ້ານກວ່າກີບ. ໃນນີ້, ທຶນຂອງປະຊາຊົນພາຍໃນບ້ານ 217 ກວ່າລ້ານກີບ ແລະ ທຶນສົມທົບຂອງບໍລິສັດຜູ້ຮັບເໝົາກໍ່ສ້າງ 22 ລ້ານກວ່າກີບ.

ການກໍ່ສ້າງດັ່ງກ່າວແມ່ນ ບໍລິສັດ ວິຈິດວົງສາ ກໍ່ສ້າງຂົວ – ທາງ ເປັນຜູ້ຮັບເໝົາກໍ່ສ້າງ ເຊິ່ງມີລວງຍາວທັງໝົດ 3.600 ກວ່າແມັດ. ໃນນີ້, ທາງເຂົ້າຫາບ້ານເລີ່ມແຕ່ທາງເລກທີ 10 ເຂົ້າໄປ 2.900 ແມັດ, ທາງຮ່ອມພາຍໃນບ້ານ 5 ເສັ້ນ ຍາວ 700 ກວ່າແມັດ, ລວງກວ້າງຂອງໜ້າທາງ 4 ຫາ 6 ແມັດ, ຍົກລະດັບ 15 ຊັງຕີແມັດ ແລະ ໃສ່ທໍ່ລອດທາງ ຈໍານວນ 4 ແຫ່ງ ລວມ 32 ທໍ່.

ເມື່ອບໍ່ດົນມານີ້ ອຳນາດການປົກຄອງບ້ານໂພນຕູມ ໃນນາມເຈົ້າຂອງໂຄງການ ແລະ ບໍລິສັດ ວິຈິດວົງສາ ກໍ່ສ້າງຂົວ – ທາງ ຜູ້ຮັບເໝົາ ພ້ອມດ້ວຍຄະນະກຳມະການກວດກາຂັ້ນເມືອງ ໄດ້ລົງກວດກາຕົວຈິງ ຜົນສຳເລັດຂອງການກໍ່ສ້າງ ສ້ອມແປງເສັ້ນທາງດັ່ງກ່າວ ພ້ອມທັງເຮັດບົດບັນທຶກ, ກວດກາ ແລະ ມອບໃຫ້ອຳນາດການປົກຄອງ ແລະ ປະຊາຊົນພາຍໃນບ້ານເປັນຜູ້ປົກປັກຮັກສາ ແລະ ນໍາໃຊ້ຕໍ່ໄປ.

ທ່ານ ຄຳຕັນ ຈັນຄຳແພງ ນາຍບ້ານໂພນຕູມ ຍັງໃຫ້ຮູ້ອີກວ່າ: ສຳລັບທຶນຂອງປະຊາຊົນທີ່ໄດ້ມານັ້ນ ແມ່ນໄດ້ມາຈາກການປຸກລະດົມນຳແຕ່ລະຫຼັງຄາເຮືອນພາຍໃນບ້ານ ຈຳນວນ 400 ກວ່າຫຼັງຄາເຮືອນ ໂດຍໄດ້ເລີ່ມລະດົມແຕ່ປີ 2017 ເປັນຕົ້ນມາ ຫຼັງຄາເຮືອນລະ 4 ແສນກີບ ເພື່ອຈະກໍ່ສ້າງສ້ອມແປງເສັ້ນທາງ ແຕ່ທາງເລກທີ 10 ເຂົ້າບ້ານເທົ່ານັ້ນ, ແຕ່ຍ້ອນເຫັນໄດ້ ຄວາມສຳຄັນ ແລະ ການຕື່ນຕົວຂອງປະຊາຊົນພາຍໃນບ້ານ ຈຶ່ງໄດ້ສືບຕໍ່ລະດົມທຶນນຳພໍ່ແມ່ປະຊາຊົນຕື່ມ ບວກກັບທຶນສົມທົບຂອງບໍລິສັດຜູ້ຮັບເໝົາກໍ່ສ້າງສ້ອມແປງເສັ້ນທາງຮ່ອມ ພາຍໃນບ້ານຕື່ມອີກ ຈຳນວນ 5 ເສັ້ນຍາວ 700 ກວ່າແມັດ.