ນະຄອນຫຼວງແຈ້ງໂຈະ! ການອອກອະນຸຍາດເປີດຮ້ານອິນເຕີເນັດກາເຟ

82

ເນື່ອງຈາກໃນໄລຍະຜ່ານມາ ສັງເກດເຫັນວ່າ ບັນດາຮ້ານໃຫ້ບໍລິການອິນເຕີເນັດຈໍານວນໜຶ່ງ ໃນນະຄອນຫຼວງວຽງຈັນ ເຄື່ອນໄຫວບໍ່ຖືກຕ້ອງຕາມລະບຽບກົດໝາຍ, ທີ່ສ້າງຄວາມຫຍໍ້ທໍ້ໃນສັງຄົມເປັນຕົ້ນແມ່ນອາໄສຮ້ານອິນເຕີເນັດ ເປັນສະຖານທີ່ມົ້ວສຸມຢາເສບຕິດຂອງກຸ່ມແກ້ງໄວໜຸ່ມ ເຮັດໃຫ້ເກີດມີປະກົດການຕ່າງໆ ທີ່ສ້າງຄວາມບໍ່ສະຫງົບໃນສັງຄົມ.

ສະນັ້ນ, ເພື່ອຄວາມສະດວກໃນການຄຸ້ມຄອງ ແລະ ຫຼຸດຜ່ອນປະກົດການດັ່ງກ່າວ ທາງພະແນກໄປສະນີ ໂທລະຄົມມະນາຄົມ ແລະ ການສື່ສານ ນະຄອນຫຼວງວຽງຈັນ ຈຶ່ງໄດ້ອອກໜັງສືທາງການເຖິງ ທ່ານຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າ ນະຄອນຫຼວງວຽງຈັນ ເລກທີ ສະບັບເລກທີ 583/ພປທສ ລົງວັນທີ 4 ພະຈິກ 2019 ໃຫ້ໂຈະການພິຈາລະນາອອກອະນຸຍາດວິສາຫະກິດສ່ວນບຸກຄົນ ຮ້ານອິນເຕີເນັດກາເຟ່ຢູ່ນະຄອນຫຼວງວຽງຈັນ.

ໂດຍອີງຕາມ ຂໍ້ຕົກລົງຂອງລັດຖະມົນຕີກະຊວງໄປສະນີ ໂທລະຄົມມະນາຄົມ ແລະ ການສື່ສານ (ປທສ) ສະບັບເລກທີ 2232/ປທສ ລົງວັນທີ 29 ສິງຫາ 2012 ວ່າດ້ວຍການຈັດຕັ້ງ ແລະ ເຄື່ອນໄຫວ ຂອງພະແນກ ປທສ ນະຄອນຫຼວງວຽງຈັນ; ອີງຕາມ ບົດບັນທຶກກອງປະຊຸມລະຫວ່າງພະແນກ ປທສ ນະຄອນຫຼວງຮ່ວມກັບຂະແໜງການກ່ຽວຂ້ອງ ແລະ ຮອງເຈົ້າເມືອງ 8 ເມືອງໃນນະຄອນຫຼວງວຽງຈັນຄັ້ງວັນທີ 7 ສິງຫາ 2019 ກ່ຽວກັບການຄຸ້ມຄອງ, ດັດສົມ, ແກ້ໄຂບັນຫາ ຮ້ານອິນເຕີເນັດກາເຟຢູ່ນະຄອນຫຼວງວຽງຈັນ ແລະ ອີງຕາມ ການຕົກລົງເຫັນດີຂອງຄະນະພະແນກ ປທສ ນະຄອນຫຼວງວຽງຈັນໃນ ວັນທີ 29 ຕຸລາ 2019.


ເຊິ່ງໃນແຈ້ງການລະບຸວ່າ: ພະແນກໄປສະນີ ໂທລະຄົມມະນາຄົມ ແລະ ການສື່ສານນະຄອນຫຼວງວຽງຈັນ ຂໍຖືເປັນກຽດແຈ້ງການມາຍັງທ່ານ ຊາບວ່າ ນັບແຕ່ເດືອນ ພະຈິກ ປີ 2019 ເປັນຕົ້ນໄປທາງພະແນກໄປສະນີໂທລະຄົມມະນາຄົມ ແລະ ການສື່ສານນະຄອນຫຼວງວຽງຈັນ ຈະໄດ້ໂຈະການພິຈາລະນາອອກອະນຸຍາດເປີດໃໝ່ ໃຫ້ວິສາຫະກິດສ່ວນບຸກຄົນຮ້ານອິນເຕີເນັດກາເຟໄວ້ກ່ອນ, ຍ້ອນວ່າຜ່ານມາມີຈໍານວນຫຼາຍແລ້ວ ໃນນັ້ນ: ມີຮ້ານອິນເຕີເນັດຈໍານວນໜຶ່ງໃຫ້ບໍລິການບໍ່ຖືກຕາມໃບອະນຸຍາດ, ເຄື່ອນໄຫວບໍ່ຖືກຕ້ອງຕາມລະບຽບກົດໝາຍເຮັດໃຫ້ການຄຸ້ມຄອງມີຄວາມຫຍຸ້ງຍາກ.

ດັ່ງນັ້ນ, ຈຶ່ງສະເໜີມາຍັງພະແນກອຸດສາຫະກໍາ ແລະ ການຄ້ານະຄອນຫຼວງແຈ້ງໃຫ້ຫ້ອງການອຸດສາຫະກໍາ ແລະ ການຄ້າເມືອງ ໂຈະການອອກໃບທະບຽນວິສາຫະກິດເປັນການຊົ່ວຄາວ ນັບແຕ່ໄດ້ຮັບແຈ້ງການສະບັບນີ້ເປັນຕົ້ນໄປຈົນກວ່າຈະມີການປ່ຽນແປງ.