ກຸ່ມບໍລິສັດ ຄຳໄພຊະນະ ມອບແມ່ງົວພັນພື້ນເມືອງ 209 ໂຕ ໃຫ້ປະຊາຊົນແຂວງໄຊສົມບູນ

251

ໃນວັນທີ 11 ພະຈິກ 2019 ທີ່ເດີ່ນສະໂມສອນບ້ານອອມ ເມືອງອະນຸວົງ ແຂວງໄຊສົມບູນ ບໍລິສັດ ກຸ່ມຄໍາໄພຊະນະ ຈໍາກັດຜູ້ດຽວ ໄດ້ມອບແມ່ພັນງົວພື້ນເມືອງ ແລະ ແນວພັນພືດ ໃຫ້ແກ່ປະຊາຊົນທຸກຍາກຂາດເຂີນຢູ່ບ້ານອອມ ແລະ ບ້ານກໍໄຮ ເມືອງອະນຸວົງ ໂດຍການກ່າວມອບຂອງ ທ່ານ    ຄໍາໄພ ສົມຊະນະ ປະທານ ກຸ່ມບໍລິສັດ ຄໍາໄພຊະນະ ຈໍາກັດຜູ້ດຽວ ແລະ ຮັບໂດຍ ທ່ານ      ຄໍາລຽງ ອຸທະໄກສອນ ເຈົ້າແຂວງໄຊສົມບູນ, ມີອຳນາດການປົກຄອງທັງສອງບ້ານຕະຫຼອດຮອດພໍ່ແມ່ປະຊາຊົນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມເປັນສັກຂີພິຍານ.

ແມ່ພັນງົວພື້ນເມືອງທີ່ ບໍລິສັດ ກຸ່ມຄໍາໄພຊະນະ ຈໍາກັດຜູ້ດຽວ ນໍາມາມອບໃຫ້ແກ່ປະຊາຊົນຜູ້ທີ່ທຸກຍາກຂາດເຂີນຢູ່ບ້ານອອມ ແລະ ບ້ານກໍໄຮ ເມືອງອະນຸວົງ ຄັ້ງນີ້ມີທັງໝົດ 209 ໂຕ, ມອບໃຫ້ 104 ຄອບຄົວ ພ້ອມກັບແນວພັນພືດຈໍານວນໜຶ່ງ ລວມມູນຄ່າ 1,11 ຕື້ກວ່າກີບ ເພື່ອນໍາໄປປູກ, ໄປລ້ຽງເພື່ອເປັນການປັບປຸງຊີວິດການເປັນຢູ່ຂອງປະຊາຊົນໃຫ້ຫຼຸດພົ້ນອອກຈາກຄວາມທຸກຍາກເທື່ອລະກ້າວ ທັງເປັນການຊຸກຍູ້ສົ່ງເສີມໃຫ້ແກ່ປະຊາຊົນມີຄວາມດຸໝັ່ນຂະຫຍັນພຽນໃນການສ້າງສາພັດທະນາເສດຖະກິດຄອບຄົວຂອງຕົນ ເພື່ອໃຫ້ມີລາຍຮັບເພີ່ມຂຶ້ນ.

ທ່ານ ຄໍາລຽງ ອຸທະໄກສອນ ໄດ້ສະແດງຄວາມຂອບໃຈນໍາ ບໍລິສັດ ກຸ່ມຄໍາໄພຊະນະ ທີ່ມີນໍ້າໃຈເສຍສະຫຼະປະກອບສ່ວນທຶນຮອນເຂົ້າໃນການພັດທະນາແຂວງໄຊສົມບູນ ໂດຍສະເພາະແມ່ນຊ່ວຍເຫຼືອປະຊາຊົນຜູ້ທີ່ທຸກຍາກຂາດເຂີນ. ພ້ອມນີ້, ທ່ານຍັງໄດ້ເນັ້ນໜັກໃຫ້ປະຊາຊົນຈົ່ງເອົາໃຈໃສ່ໃນການລ້ຽງ, ຄຸ້ມຄອງ ແລະ ບົວລະບັດຮັກສາພັນງົວດັ່ງກ່າວໃຫ້ເຕີບໃຫຍ່ຂະຫຍາຍຕົວ ແລະ ແຜ່ພັນຫຼາຍຂຶ້ນເລື້ອຍໆ ພ້ອມທັງເນັ້ນໜັກໃຫ້ຂະແໜງການທີ່ກ່ຽວຂ້ອງຈົ່ງເອົາໃຈໃສ່ລົງຕິດຕາມກວດກາ ແລະ ແນະນໍາເຕັກນິກການລ້ຽງໃຫ້ແກ່ປະຊາຊົນເປັນປົກກະຕິ ເພື່ອໃຫ້ສັດລ້ຽງດັ່ງກ່າວນັ້ນເຕີບໃຫຍ່ຂະຫຍາຍຕົວ ແລະ ໃຫ້ໄດ້ຮັບໝາກຜົນຕາມແຜນການທີ່ວາງໄວ້.

ສຳລັບແມ່ງົວພັນພື້ນເມືອງທີ່ມອບໃຫ້ປະຊາຊົນນຳມາລ້ຽງໃນຄັ້ງນີ້ ຫຼັງຈາກເກີດແມ່ແຜ່ລູກແລ້ວ ທາງບໍລິສັດຈະເປັນຜູ້ຮັບເກັບຊື້ຄືນນຳພໍ່ແມ່ປະຊາຊົນທັງໝົດ ດ້ວຍລາຄາທີ່ຍຸຕິທຳທັງສອງຝ່າຍ. ສ່ວນແນວພັນງົວທີ່ໂຄງການມອບໃຫ້ຄອບຄົວລະ 2 ໂຕນັ້ນ ເມື່ອຄົບຮອບ 4 ປີ ຄືວັນທີ 11 ພະຈິກ 2023 ຕ້ອງສົ່ງຄືນແມ່ພັນງົວທີ່ດີທີ່ສຸດແກ່ໂຄງການ ເພື່ອສືບຕໍ່ມອບໃຫ້ແກ່ບັນດາຄອບຄົວທຸກຍາກຢູ່ເຂດອື່ນຕໍ່ໄປ ແລະ ຜົນຜະລິດ ກໍຄືລູກງົວກໍຈະເປັນຂອງປະຊາຊົນທັງໝົດ.