ຫົວຂໍ້ມື້ນີ້ ຝາກລົດບຸນທາດຫຼວງຖືກໂກງລາຄາຈະຮ້ອງຮຽນທາງໃດ

212

ບຸນພະທາດຫຼວງວຽງຈັນທີ່ເປັນທາງການໄດ້ເລີ່ມມາ 3 ມື້ກັບສອງຄືນແລ້ວ ຖືວ່າເປັນການເລີ່ມແລກແຮກໝານ ເປີດປາງບຸນໃຫຍ່ລະດັບຊາດ ຈະເວົ້າເລື່ອງຂີ້ເຫຍື້ອປີນີ້ເພິ່ນກໍ່ຈັດການໄດ້ຈົບງາມຫຼາຍ, ແອັດມິນຕິດຕາມມາສອງມື້ສອງຄືນຕິດຕໍ່ກັນຍັງສະອາດສະອ້ານຢູ່ບໍ່ປ່ຽນແປງງານນີ້ຕ້ອງຂໍຊົມເຊີຍຄະນະ ຄບຕ ເຮັດວຽກດີຫຼາຍ ແຕ່ໄປຄຽງຄູ່ກັນນັ້ນກໍ່ມີຫາງສຽງມາຕໍ່ເນື່ອງເລື່ອງຄ່າຝາກລົດແພງ!!!!

ຕໍ່ກັບຄ່າຝາກລົດໃນງານທີ່ລະບຸໄວ້ ລົດຈັກບໍ່ເກີນ 5000 ກີບ, ລົດໃຫຍ່ 10.000 ກີບ ຖ້າການນັ້ນສາມາດສະເໜີພາກສ່ວນກ່ຽວຂ້ອງໄດ້ ເພື່ອສຶກສາອົບຮົມຜູ້ເກັບເກີນລະບຽບ.

ຕາມການໃຫ້ສຳພາດຂອງທ່ານ ຖາວອນ ສຸດທິວົງ ພາກສ່ວນກວດກາການຄ້າ ຕໍ່ທີມຂ່າວພວກເຮົາ ແມ່ນຖ້າຫາກວ່າປະຊາຊົນຄົນໃດມາຝາກລົດໃນງານບຸນແລ້ວໄດ້ຈ່າຍເງິນໃນລາຄາທີ່ແພງກວ່າທີ່ກຳນົດໄວ້ ໃຫ້ເຈົ້າຂອງລົດບອກຮ້ານຝາກນັ້ນຂຽນວົງເງິນໃສ່ພາຍໃນບິນໃຫ້ຊັດເຈນ ພ້ອມຖ່າຍຮູບ ແລ້ວເອົາຫຼັກຖານຍ່າງໄປຫາຄະນະກຳມະການທີ່ຕັ້ງຢູ່ພາຍໃນງານບຸນນັ້ນເລີຍ ແລະ ອີກຊ່ອງທາງໜຶ່ງແມ່ນໃຫ້ນຳເອົາຫຼັກຖານນັ້ນສົ່ງໄປໃຫ້ 1510 ໂທສາຍດ່ວນ ເພື່ອປົກປ້ອງຜູ້ຊົມໃຊ້ໄດ້ເລີຍ ເຈົ້າໜ້າທີ່ການຄ້າຈະຊ່ວຍແກ້ໄຂໄດ້ທັນເຫດ.

ທີ່ຜ່ານມາບ້ານເຮົາ ຄົນຈຳນວນຫຼາຍຈົ່ມໆຕະຫຼອດແຕ່ບໍ່ມີໃຜນຳຫຼັກຖານໄປລາຍງານ ແລະຮ້ອງຮຽນ ຈິ່ງກາຍເປັນຊ່ອງວ່າງໃຫ້ມີການສວຍໂອກາດເກີດຂຶ້ນຫຼາຍ ຍ້ອນຕ່າງຄົນຕ່າງຄິດວ່າ ເງິນສ່ຳນັ້ນບໍ່ເປັນຫຍັງແຕ່ກັບມາຈົ່ມບໍ່ພໍໃຈ ຫາກວ່າທຸກຄົນເປັນເຈົ້າການມີຫຍັງບໍ່ຄັກບໍ່ແນ່ກໍ່ຊ່ວຍຕິດຕາມລາຍງານກໍ່ຈະສາມາດແກ້ບັນຫານີ້ໄດ້ ຈັ່ງໃດກໍ່ຝາກທຸກໆຄົນເປັນກະບອກສຽງຊ່ວຍເຈົ້າໜ້າທີ່.