ສະຫວັນນະເຂດ ສຸມໜັກເຂົ້ານາແຊງລະດູນີ້ຕ້ອງໃຫ້ໄດ້ 30 ພັນເຮັກຕາ

218

ເນື່ອງຈາກໄລຍະຜ່ານມາ ໄດ້ເກີດມີໄພນໍ້າຖ້ວມເປັນບໍລິເວນກວ້າງ ໃນທົ່ວປະເທດລວມທັງແຂວງສະຫວັນນະເຂດ ທີ່ເປັນໜຶ່ງໃນ 10 ແຂວງເປົ້າໝາຍຜະລິດເຂົ້າເພື່ອຄ້ຳປະກັນສະບຽງອາຫານໃຫ້ກັບ ສປປ ລາວ ສະນັ້ນ, ເພື່ອຮັບປະກັນຕອບສະໜອງຄວາມຕ້ອງການຂອງປະຊາຊົນພາຍໃນແຂວງ ແລະຕ່າງແຂວງ, ທົ່ວສະຫວັນນະເຂດມີແຜນຈະປູກເຂົ້ານາແຊງໃຫ້ໄດ້ 30 ພັນເຮັກຕາ ຫຼາຍກວ່າໝູ່ແມ່ນຢູ່ເມືອງຈໍາພອນ.

ໃນວັນທີ 2 ພະຈິກ 2019 ທ່ານ ສັນຕິພາບ ພົມວິຫານ ເຈົ້າແຂວງສະຫວັນນະເຂດໄດ້ ລົງຕິດຕາມຊຸກຍູ້ຂະບວນການ ເພື່ອກຽມລົງມືທໍາການຜະລິດເຂົ້ານາແຊງຢູ່ເມືອງຈໍາພອນ ໂດຍການຕ້ອນຮັບຂອງທ່ານ ຄໍາລຸຍ ຍາດຕິວົງ ເຈົ້າເມືອງຈຳພອນ ພ້ອມຄະນະ ນຳພາລົງຕິດຕາມສະພາບການຜະລິດຢູ່ສອງໂຄງການ ຄືໂຄງການໂພນມ່ວງ ແລະ ໂຄງການສະຄືນ ໄດ້ອອກແຮງງານລວມອະນາໄມຄອງເໝືອງ ເພື່ອກະກຽມໃຫ້ແກ່ການສະໜອງນໍ້າຜະລິດເຂົ້ານາແຊງ ປີນີ້ທົ່ວແຂວງມີແຜນຈະຜະລິດໃຫ້ໄດ້ 30 ພັນເຮັກຕາ ຫຼາຍກວ່າໝູ່ແມ່ນຢູ່ເມືອງຈໍາພອນ, ຖັດລົງມາແມ່ນເມືອງໄຊບູລີ, ຊົນນະບູລີ ແລະ ເມືອງສອງຄອນ ຕາມລໍາລັບ.

ທັ້ງນີ້ຄາດໝາຍສູ່ຊົນດັ່ງກ່າວແມ່ນມີຄວາມຈຳເປັນຕ້ອງຈັດຕັ້ງປະຕິບັດໃຫ້ໄດ້ ເນື່ອງຈາກປີນີ້ ແຂວງສະຫວັນນະເຂດ ທີ່ຖືກກະທົບໜັກໜ່ວງຈາກໄພພິບັດນ້ຳຖ້ວມເປັນຕົ້ນແມ່ນເມືອງຈໍາພອນ, ຊົນນະບູລີ, ສອງຄອນ ແລະໄຊບູລີ ມີຫຼາຍຄອບຄົວທີ່ບໍ່ມີເຂົ້າເກັບກ່ຽວ.
ເພື່ອເປັນການສົ່ງເສີມຂະບວນການຜະລິດຂອງປະຊາຊົນ ທາງແຂວງຈະແຈກຢາຍແນວພັນເຂົ້າ, ແນວພັນພືດໃຫ້ຊາວກະສິກອນ ແຕ່ອາດຈະບໍ່ທົ່ວເຖິງ ເພາະວ່າປີນີ້ນໍ້າຖ້ວມຫຼາຍ ເຮັດໃຫ້ຄວາມ ຕ້ອງການແນວພັນມີສູງ.

ສຳລັບລະບົບນໍ້າຊົນລະປະທານແມ່ນໄດ້ຮັກສາ ຫຼື ອັດໄວ້ໝົດ ແລະ ຈຳນວນໜຶ່ງໄດ້ເຮັດຝາຍຊົ່ວ ຄາວຕາມລຳເຊຕ່າງໆເຊັ່ນວ່າ: ເຊຊໍາຊອຍ, ເຊຈຳພອນ, ຕາມຫ້ວຍຕ່າງໆ ໂດຍສະເພາະຢູ່ ເມຶືອງຊົນນະບູລີ ແມ່ນໄດ້ສ້າງຝາຍຊົ່ວຄາວຕັນເຊ ເພື່ອກັກເກັບນ້ຳໄວ້ດູດໃສ່ນາແຊງ ແລະ ການຜະລິດພືດອື່ນໆ.

ໃນໂອກາດດັ່ງກ່າວ ທາງຄະນະ ກໍ່ໄດ້ເດີນທາງໄປ ເມືອງຊົນນະບູລີ ເພື່ອໄປຕິດຕາມ ການເຮັດຝາຍຊົ່ວຄາວຂອງປະຊາຊົນ ເຂດບ້ານຊຽງຮົ່ມ ເພື່ອກັກເກັບນ້ຳທຳການຜະລິດເຂົ້ານາແຊງ ເຊິ່ງຝາຍດັ່ງກ່າວມີຄວາມກວ້າງປະມານ 130 ແມັດ, ຄວາມກວ້າງຂອງຄັນກັ້ນນໍ້າປະມານ 6 ແມັດ ຝາຍໃຊ້ເປົາປະມານ 6.000 ກວ່າສອບ ຄາດວ່າຈະເອົາຂຶ້ນສູງປະມານ 1,5 ແມັດ ເພື່ອສາມາດຮັບຮອງປະລິມານນ້ຳໄດ້ຫຼາຍຂຶ້ນ.
ຈາກນັ້ນ, ທ່ານ ເຈົ້າແຂວງສະຫວັນນະເຂດ ກໍ່ໄດ້ມອບແນວພັນເຂົ້າໃຫ້ ເມືອງ ຈໍາພອນ 60 ໂຕນ ແລະ ເມືອງຊົນນະບູລີ ຈຳນວນ 40 ໂຕນ ນໍາໄປແຈກຢາກໃຫ້ປະຊາຊົນທີ່ມີຄວາມຕ້ອງການແນວ ພັນໃນການທໍາການຜະລິດເຂົ້ານາແຊງໃນໄລຍະນີ້.

ທີ່ມາ: ສະຫວັນນະເຂດຂ່າວ