ສິ່ງທີ່ຫຼາຍຄົນຢາກຮູ້! ໜ້າທີ່ຂອງຄະນະສະເພາະກິດສົ່ງເສີມການຜະລິດ ແລະ ຊົມໃຊ້ພາຍໃນ

170

ເພື່ອເປັນການສົ່ງເສີມສິນຄ້າພາຍໃນທີ່ເປັນທ່າແຮງສົ່ງອອກ ສ້າງລາຍຮັບເຂົ້າສູ່ປະເທດ ລັດຖະບານໄດ້ເລີ່ມປະຕິຮູບສົ່ງເສີມສິນຄ້າພາຍໃນ ພ້ອມວາງນະໂຍບາຍຫຼຸດຜ່ອນການນຳເຂົ້າສິນຄ້າ ຈາກຕ່າງປະເທດໃຫ້ຫຼາຍຂຶ້ນ ແລະ ໄດ້ແຕ່ງຕັ້ງຄະນະສະເພາະກິດ ລົງເຄື່ອນໄຫວ, ຊຸກຍູ້ຊາວກະສິກອນຜະລິດສິນຄ້າ ເພື່ອຈຳໜ່າຍ ແລະ ສົ່ງອອກ. ໂດຍມອບໃຫ້ທ່ານ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນເປັນຫົວໜ້າຄະນະ ແລະ ປະກອບມີຜູ້ຕາງໜ້າຈາກກະຊວງອຸດສາຫະກຳ ແລະ ການຄ້າ, ກະຊວງປ້ອງກັນຄວາມສະຫງົບ, ກະຊວງກະສິກຳ ແລະ ປ່າໄມ້, ນະຄອນຫຼວງວຽງຈັນ, ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ແລະ ພາກສ່ວນກ່ຽວຂ້ອງເຂົ້າເປັນຄະນະ.

ຫຼ້າສຸດ, ມາຮອດທ້າຍເດືອນ ກັນຍາ 2019 ຫົວໜ້າຄະນະສະເພາະກິດ ໄດ້ແຕ່ງຕັ້ງຄະນະຮັບຜິດຊອບ ຊ່ວຍວຽກສົ່ງເສີມການຜະລິດ ແລະ ຊົມໃຊ້ຜະລິດຕະພັນ ທີ່ຜະລິດຢູ່ພາຍໃນ ສະບັບເລກທີ 3784/ກງ ໂດຍແບ່ງອອກເປັນ 3 ໜ່ວຍງານຢ່າງຊັດເຈນ ດັ່ງນີ້:

ໜ່ວຍງານ 1: ຄົ້ນຄວ້າ ແລະ ກໍານົດປະເພດພືດຜັກ, ໝາກໄມ້ ແລະ ສັດລ້ຽງ ທີ່ຈະສົ່ງເສີມການຜະລິດກະສິກໍາ ໃຫ້ເປັນສະບຽງອາຫານ ແລະ ສິນຄ້າຊົມໃຊ້ພາຍໃນ ແບບເປັນລະບົບຕ່ອງໂສ້ຄົບຊຸດ ນັບແຕ່ຂອດການຈັດຕັ້ງກໍາລັງການຜະລິດ, ການປູກ, ການຮວບຮວມ, ການຄັດເກດ,ການຫຸ້ມຫໍ່, ການເກັບຮັກສາ ແລະ ອື່ນໆ.

ຄົ້ນຄວ້າ ແລະ ກໍານົດສິນຄ້າອຸປະໂພກ-ບໍລິໂພກ ປະຈໍາວັນ ໂດຍສະເພາະສິນຄ້າອຸດສາຫະກໍາປຸງແຕ່ງ ທີ່ຜະລິດໄດ້ຢູ່ພາຍໃນທີ່ມີທ່າແຮງ ສາມາດຜະລິດໄດ້ໃນໄລຍະສັ້ນ ແລະ ໄລຍະກາງ ພ້ອມທັງປະເມີນຄວາມຕ້ອງການຂອງຕະຫຼາດພາຍໃນ ຢູ່ນະຄອນຫຼວງວຽງຈັນ.
ເກັບກໍາຂໍ້ມູນ, ສັງລວມ ແລະ ສ້າງຖານຂໍ້ມູນບັນດາຫົວໜ່ວຍການຜະລິດກະສິກໍາເປັນສິນຄ້າ ຂອງບັນດາຟາມ, ກຸ່ມສະຫະກອນຜູ້ຜະລິດ ແລະ ບໍລິການ, ຜູ້ປະກອບການ, ຫົວໜ່ວຍທຸລະກິດ ແລະ ການຊົມໃຊ້ຜະລິດກະສິກໍາ ຂອງແຕ່ລະພາກສ່ວນ ລວມໄປເຖິງບັນດາຫົວໜ່ວຍການຜະລິດສິນຄ້າອຸດສາຫະກໍາປຸງແຕ່ງທີ່ມີໂຮງຈັກ-ໂຮງງານຂະໜາດນ້ອຍ ແລະ ກາງ ລວມທັງກໍານົດບາງປະເພດສິນຄ້າທີ່ມີທ່າແຮງ ທີ່ສາມາດສົ່ງເສີມເປັນສິນຄ້າອຸປະໂພກ-ບໍລິໂພກໄດ້ໃນຕໍ່ໜ້າ ເພື່ອເປັນຂໍ້ມູນໃນການສ້າງເປັນແຜນດໍາເນີນງານ ແລະ ໂຄງການຢ່າງລະອຽດຮອບດ້ານ.

ຄົ້ນຄວ້າ, ກວດກາ ແລະ ທົບທວນຄືນບັນດານະໂຍບາຍ, ນິຕິກໍາ ແລະ ມາດຕະການສົ່ງເສີມຕ່າງໆ ໃນການປູກ, ການຜະລິດ ແລະ ການຈໍາໜ່າຍ, ກອງທຶນພັດທະນາການຈັດຕັ້ງການຜະລິດ ແລະ ການຕະຫຼາດຂອງກຸ່ມສະຫະກອນ ແລະ ກົນໄກປະສານງານ ເພື່ອສະໜັບສະໜູນ ແລະ ເອື້ອອໍານວຍໃນການຈັດຕັ້ງປະຕິບັດວຽກງານດັ່ງກ່າວໃຫ້ເຕີບໃຫຍ່ຂຶ້ນ.
ຄົ້ນຄວ້າ ແລະ ສົ່ງເສີມເຕັກນິກວິຊາການດ້ານການຜະລິດ ແລະ ຈໍາໜ່າຍ, ວິທີການຂົນສົ່ງທີ່ເໝາະສົມ, ການຈໍລະຈອນ-ແຈກຢາຍ, ການປຸງແຕ່ງຂັ້ນພື້ນຖານ, ການຈໍາໜ່າຍ ແລະ ການຈັດວາງຍຸດທະສາດການຕະຫຼາດ; ກວດກາ ແລະ ຄວບຄຸມຄຸນນະພາບສິນຄ້າໃຫ້ຢູ່ໃນເກນມາດຕະຖານ ພ້ອມທັງອອກໃບຢັ້ງຢືນໃຫ້ແກ່ສິນຄ້າທີ່ໄດ້ຄຸນນະພາບ ແລະ ມາດຕະຖານ.

ເຜີຍແຜ່ບັນດານິຕິກໍາ ແລະ ລະບຽບການຕ່າງໆ ພ້ອມທັງໃຫ້ມີການເຊື່ອມໂຍງກັນຂອງຂະແໜງການທີ່ກ່ຽວຂ້ອງ ອຸດສາຫະກໍາ ແລະ ການຄ້າ, ສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດ ແລະ ບັນດາຫົວໜ່ວຍການຜະລິດ, ຟາມ, ເຄືອຂ່າຍກຸ່ມຊາວກະສິກອນ, ກຸ່ມສະຫະກອນ, ປຸງແຕ່ງ ແລະ ແປຮູບ ເພື່ອໃຫ້ສາມາດສະໜອງຕະຫຼາດໄດ້ຢ່າງພຽງພໍ ແລະ ຍືນຍົງ. ສະເໜີຕໍ່ຄະນະສະເພາະກິດ ສົ່ງເສີມການຜະລິດ ແລະ ຊົມໃຊ້ສິນຄ້າພາຍໃນ ແລະ ການຄຸ້ມຄອງການນໍາເຂົ້າສິນຄ້າອຸປະໂພກ-ບໍລິໂພກ ເພື່ອພິຈາລະນາ ແລະ ໃຫ້ທິດຊີ້ນໍາໃນການຈັດຕັ້ງປະຕິບັດ.
ປະຕິບັດສິດ ແລະ ໜ້າທີ່ອື່ນໆ ຕາມການມອບໝາຍ ຂອງຄະນະສະເພາະກິດ ສົ່ງເສີມການຜະລິດ ແລະ ການຊົມໃຊ້ຜະລິດຕະພັນທີ່ຜະລິດຢູ່ພາຍໃນ ແລະ ຄຸ້ມຄອງການນໍາເຂົ້າສິນຄ້າອຸປະໂພກ-ບໍລິໂພກ.

ໜ່ວຍງານ 2: ຄົ້ນຄວ້າກໍານົດລະອຽດລາຍການສິນຄ້າ ຫຼື ປະເພດສິນຄ້າ ທີ່ຈໍາເປັນຕ້ອງໄດ້ຮັບອະນຸຍາດຜ່ານແດນ ຈຸດໃດ (ດ່ານທ້ອງຖິ່ນ ຫຼື ດ່ານສາກົນ) ໃຫ້ສອດຄ່ອງຕາມດໍາລັດ ວ່າດ້ວຍ ດ່ານຊາຍແດນ ແລະ ສະໜາມບິນສາກົນສະບັບເລກທີ 558/ລບ, ລົງວັນທີ 31 ທັນວາ 2018.
ແຕ່ງຕັ້ງຄະນະວິຊາການລົງສຸ່ມກວດ, ຕິດຕາມ ແລະ ເກັບກໍາລະອຽດສະຖິຕິການນໍາເຂົ້າສິນຄ້າອຸປະໂພກ-ບໍລິໂພກ ທີ່ນໍາເຂົ້າດ່ານທ້ອງຖິ່ນ ແລະ ດ່ານສາກົນ, ຕະຫຼາດຈໍາໜ່າຍຂະໜາດໃຫຍ່ ແລະ ກາງພາຍໃນນະຄອນຫຼວງວຽງຈັນ; ຄົ້ນຄວ້າມາດຕະການກິດກັ້ນການນໍາເຂົ້າສິນຄ້າອຸປະໂພກ-ບໍລິໂພກ ທີ່ບໍ່ໄດ້ມາດຕະຖານ ຄວບຄຸມຄຸນນະພາບສິນຄ້າ (SPS), ພ້ອມທັງກວດກາມາດຕະຖານ ແລະ ຄວບຄຸມຄຸນນະພາບ ສິນຄ້າທີ່ນໍາເຂົ້າຜ່ານດ່ານຊາຍແດນ, ຮັບປະກັນໃຫ້ສິນຄ້າໄດ້ມາດຕະຖານ, ບໍ່ມີສານປົນເປື້ອນ ທີ່ເປັນອັນຕະລາຍຕໍ່ສຸຂະພາບ.
ສະເໜີຕໍ່ ຄະນະສະເພາະກິດ ສົ່ງເສີມການຜະລິດ ແລະ ຊົມໃຊ້ສິນຄ້າພາຍໃນ ແລະ ການຄຸ້ມຄອງການນໍາເຂົ້າສິນຄ້າອຸປະໂພກ-ບໍລິໂພກ ເພື່ອພິຈາລະນາ ແລະ ໃຫ້ທິດຊີ້ນໍາໃນການຈັດຕັ້ງປະຕິບັດ; ປະຕິບັດສິດ ແລະ ໝ້າທີ່ອື່ນໆ ຕາມການມອບໝາຍ ຂອງຄະນະສະເພາະກິດສົ່ງເສີມການຜະລິດ ແລະ ຊົມໃຊ້ສິນຄ້າພາຍໃນ ແລະ ການຄຸ້ມຄອງການນໍາເຂົ້າສິນຄ້າອຸປະໂພກ-ບໍລິໂພກ.

ໜ່ວຍງານ3: ສ້າງແຜນການເຄື່ອນໄຫວ ແລະ ອໍານວຍຄວາມສະດວກ ໃຫ້ແຕ່ລະໜ່ວຍງານ ຂອງຄະນະສະເພາະກິດເປັນແຕ່ລະໄລຍະ; ສ້າງແຜນງົບປະມານ ສໍາລັບວຽກການເຄື່ອນໄຫວວຽກງານສົ່ງເສີມຜະລິດພາຍໃນ ແລະ ການຄຸ້ມຄອງການນໍາເຂົ້າສິນຄ້າອຸປະໂພກ-ບໍລິໂພກ.
ເປັນໃຈກາງໃນການປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງໃນການສົ່ງເສີມການຜະລິດພາຍໃນ ແລະ ການຄຸ້ມຄອງການນໍາເຂົ້າສິນຄ້າອຸປະໂພກ-ບໍລິໂພກ ເພື່ອສັງລວມລາຍງານຄະນະສະເພາະກິດ; ສັງລວມບັນດານະໂຍບາຍ, ມາດຕະການ ແລະ ເກັບກໍາຂໍ້ມູນ ກ່ຽວກັບການສົ່ງເສີມຜະລິດພາຍໃນ ແລະ ການຄຸ້ມຄອງການນໍາເຂົ້າສິນຄ້າອຸປະໂພກ-ບໍລິໂພກ ຂອງບັນດາຂະແໜງການທີ່ກ່ຽວຂ້ອງ.
ໂຄສະນາ ແລະ ເຜີຍແຜ່ນະໂຍບາຍ, ມາດຕະການ, ກົດໝາຍ ແລະ ລະບຽບການ ກ່ຽວກັບວຽກງານສົ່ງເສີມການຜະລິດພາຍໃນ ແລະ ການຄຸ້ມຄອງການນໍາເຂົ້າສິນຄ້າອຸປະໂພກ-ບໍລິໂພກ; ສະຫຼຸບລາຍງານຄວາມຄຶບໜ້າ ກ່ຽວກັບການສົ່ງເສີມຜະລິດພາຍໃນ ແລະ ການຄຸ້ມຄອງການນໍາເຂົ້າສິນຄ້າອຸປະໂພກ-ບໍລິໂພກ ໃຫ້ຄະນະສະເພາະກິດເພື່ອຊາບ ແລະ ໃຫ້ທິດຊີ້ນໍາ ໃນການຈັດຕັ້ງປະຕິບັດ ເປັນແຕ່ລະໄລຍະ.

ທີ່ມາ: ຂໍ້ມູນຂ່າວສານທາງດ້ານການຄ້າ ສປປ ລາວ