ສະພາແຫ່ງຊາດ ພິຈາລະນາຮັບຮອງເອົາສອງຕຳແໜ່ງສຳຄັນໃນກົງຈັກລັດຖະບານ

301

ກອງປະຊຸມສະໄໝສາມັນເທື່ອທີ 8 ຂອງສະພາແຫ່ງຊາດ ຊຸດທີVIII  ໃນຄາບເຊົ້າຂອງວັນທີ 7 ພະຈິກ 2019 ພາຍຫຼັງການກ່າວສູນທອນພົດເປີດກອງປະຊຸມຢູ່າງເປັນທາງການຂອງທ່ານ ນາງປານີ ຢາທໍ່ຕູ້ ປະທານສະພາແຫ່ງຊາດ, ກອງປະຊຸມໄດ້ຜ່ານໜັງສືສະເໜີ ຂອງນາຍົກລັດຖະມົນຕີ ກ່ຽວກັບການແຕ່ງຕັ້ງບຸກຄະລາກອນຂອງລັດຖະບານ.

 

ຜ່ານການສະເໜີ ແລະ ປະກອບຄຳຄິດເຫັນຈາກສະມາຊິກສະພາແຫ່ງຊາດ ໄດ້ຄຳເຫັນວ່າ ການສະເໜີແຕ່ງຕັ້ງ ໃຫ້ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ດຳລົງຕຳແໜ່ງຄວບ ເປັນລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ແລະ ແຕ່ງຕັ້ງໃຫ້ທ່ານ ກິແກ້ວ ໄຂຄຳພິທູນ ເປັນລັດຖະມົນຕີກະຊວງຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ແມ່ນເຫັນວ່າຖືກຕ້ອງ, ສອດຄ່ອງ, ເໝາະສົມກັບສະພາບຄວາມຮຽກຮ້ອງຕ້ອງການ ຂອງການປະຕິບັດໜ້າວຽກງານຕົວຈິງ ເນື່ອງຈາກທັງ 2 ທ່ານ ລ້ວນແລ້ວແຕ່ເປັນຜູ້ທີ່ມີຄວາມຮູ້ຄວາມສາມາດ ແລະ ໄດ້ສຶກສາຮໍ່າຮຽນເຝິກຝົນຫຼໍ່ຫຼອມຕົນເອງຈາກລະດັບທ້ອງຖິ່ນມາເປັນຢ່າງດີ.

 

.

ພາຍຫຼັງການປະກອບຄຳເຫັນ ກອງປະຊຸມກໍ່ໄດ້ລົງຄະແນນສຽງຮັບຮອງເອົາ ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ດຳລົງຕຳແໜ່ງຄວບ ເປັນລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ດ້ວຍຄະແນນສຽງເຫັນດີ 119 ເທົ່າກັບ 90,84% ຂອງຈຳນວນສະມາຊິກສະພາທີ່ເຂົ້າຮ່ວມປະຊຸມທັງໝົດ 131 ທ່ານ.

ພ້ອມນີ້ກໍ່ໄດ້ຮັບຮອງເອົາທ່ານ ກິແກ້ວ ໄຂຄຳພິທູນ ເປັນລັດຖະມົນຕີກະຊວງຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ດ້ວຍຄະແນນສຽງ ເຫັນດີ 124 ທ່ານ ເທົ່າກັບ 95,38% ຂອງຈຳນວນສະມາຊິກສະພາແຫ່ງຊາດ 130 ທ່ານ.