ມື້ນີ້, ອາກາດໜາວສຸດຢູ່ປາກຊ່ອງ ວັດແທກໄດ້ 11 ອົງສາ

135

ກົມອຸຕຸນິຍົມ ແລະ ອຸທົກກະສາດ ໄດ້ພະຍາກອນໃນແຕ່ລະພາກມື້ນີ້ ວັນທີ 6 ພະຈິກໄວ້ວ່າ: ເຂດທີ່ໜາວກວ່າໝູ່ແມ່ນ ປາກຊ່ອງ ອຸນຫະພູມວັດແທກໄດ້ 11 ອົງສາ, ຮອງລົງມາແມ່ນ ນິຄົມ 34 ອຸນຫະພູມວັດແທກໄດ້ 12 ອົງສາ; ຮອງລົງມາແມ່ນ ຊຽງຂວາງ, ວຽງໄຊ, ໄຊສົມບູນ, ຫຼັກ20 ອຸນຫະພູມຢູ່ທີ່ 13 ອົງສາ.  ສ່ວນຜົ້ງສາລີ ແລະ ຊຳເໜືອ ອຸນຫະພູມຢູ່ທີ່ 14 ແລະ 15 ຕາມລໍາດັບ. ສໍາລັບເຂດທີ່ມີອຸນຫະພູມກວ່າໝູ່ແມ່ນ ແຂວງອັດຕະປື ແລະ ນະຄອນຫຼວງວຽງຈັນ ອຸນຫະພູມຢູ່ທີ່ 32-33 ອົງສາ.

ຂະນະທີ່, ພະຍາກອນອາກາດປະຈໍາວັນທີ 05 ພະຈິກ 2019ວ່າ: ຄວາມກົດດັນສູງຂອງອາກາດເຢັນຍັງຢູ່ປົກຄຸມຢູ່ພາກເໜືອ ລົງຫາ ພາກກາງຂອງປະເທດລາວດ້ວຍກຳລັງອ່ອນ, ພ້ອມດຽວກັນກະແສລົມຕາເວັນອອກພັດປົກຄຸມເປັນສ່ວນໃຫຍ່, ຊຶ່ງຈະເຮັດໃຫ້ອາກາດຍັງເຢັນ ຫາ ໜາວເຢັນໃນຕອນກາງຄືນ ຫາຕອນເຊົ້າຢູ່ແຂວງ ພາກເໜືອ ລົງຫາ ພາກກາງ, ພ້ອມຈະມີຝົນຕົກກະຈາຍ ແລະ ຈະມີລົມພັດແຮງເປັນບາງໂອກາດຢູ່ບາງທ້ອງຖິ່ນແຂວງພາກກາງ ແລະ ພາກໃຕ້.

ສ່ວນພາກເໜືອດ້ານຕາເວັນອອກ ແມ່ນອາກາດໜາວເຢັນ ພ້ອມມີໝອກໜາປົກຫຸ້ມໃນຕອນເຊົ້າ ແລະ ຈະມີຝົນຕົກກະຈາຍ ພ້ອມມີລົມພັດແຮງເປັນບາງໂອກາດ ຢູ່ບາງທ້ອງຖິ່ນ.

ພາກເໜືອດ້ານຕາເວັນຕົກ ອາກາດເຢັນ ຫາ ໜາວເຢັນ ພ້ອມມີໝອກບາງປົກຫຸ້ມຢູ່ທົ່ວໄປ ແລະ ຈະມີຝົນຕົກກະຈາຍຢູ່ບາງທ້ອງຖິ່ນຕື່ມອີກ.
ພາກກາງ ອາກາດເຢັນ ພ້ອມມີລົມພັດແຮງເປັນບາງໂອກາດ ແລະ ຈະມີຝົນຕົກກະຈາຍຢູ່ບາງທ້ອງຖິ່ນແຂວງ ວຽງຈັນ. ອຸນຫະພູມໃນລະຫວ່າງ 19-32 ອົງສາ. ສະເພາະແຂວງ ໄຊສົມບູນ ອາກາດໜາວເຢັນ ພ້ອມມີໝອກໜາປົກຫຸ້ມຢູ່ທົ່ວໄປໃນຕອນເຊົ້າ ແລະ ຈະມີຝົນຕົກກະຈາຍຢູ່ບາງບໍລິເວນ. ສຳລັບນະຄອນຫຼວງວຽງຈັນ ອາກາດເຢັນໃນຕອນກາງຄືນ ຫາ ຕອນເຊົ້າ ແລະ ມີລົມພັດແຮງເປັນບາງໂອກາດ.

ພາກໃຕ້: ອາກາດຮ້ອນໃນຕອນບ່າຍ ແລະ ຈະມີລົມພັດແຮງເປັນບາງໂອກາດຢູ່ບາງທ້ອງຖິ່ນ. ອຸນຫະພູມໃນລະຫວ່າງ 20-33 ອົງສາ. ສຳລັບເຂດພູພຽງບໍລິເວນ ອາກາດໜາວເຢັນ ແລະ ຈະມີຝົນຕົກໃນລະດັບຄ່ອຍຢູ່ບາງບໍລິເວນ.

ຂໍ້ມູນ: ກົມອຸຕຸນິຍົມ ແລະ ອຸທົກກະສາດ