ພອຍໄພລິນ ລຸ້ນເປັນກໍາມະການເພາະກາຍໂລກ, ສັນຕິສຸກ ລຸ້ນສ້າງຊື່ໃນລາຍການຊີງແຊັມໂລກ ທີ່ເກົາຫຼີ

126

ຕາມການລາຍງານຂອງ ເພຈ໌ບຸກທາງການຂອງ ສະຫະພັນກີລາເພາະກາຍລາວ ໃນວັນທີ 4 ພະຈິກ 2019 ລາຍງານວ່າ: ໄດ້ສົ່ງຄະນະຄູຝຶກ ແລະ ນັກກີລາເພາະກາຍທີມຊາດລາວ ໄດ້ອອກເດີນທາງໄປແຂ່ງຂັນເພາະກາຍຊີງແຊັມໂລກ ທີ່ ສ ເກົາຫຼີ ລະຫວ່າງ 5-11 ພະຈິກ 2019 ນໍາໂດຍ:

1.ທ່ານ ກົງປະເສີດ ແພງແສນ ກໍາມະການເພາະກາຍລາວ ຄົນທໍາອິດທີ່ຖືກບັນຈຸເຂົ້າເປັນກໍາມະການ ໃນສະຫະພັນກີລາເພາະກາຍໂລກ ເຂົ້າຮ່ວມຕັດສິນໃນລາຍການດັ່ງກ່າວ.
2.ທ່ານ ນາງ ພອຍໄພລິນ ພັນທະລີ ໄປສອບເສັງບັນຈຸເປັນກຳມະການຕັດສິນເພາະກາຍ ສະຫະພັນເພາະກາຍໂລກ
3.ທ່ານ ອາພິຊາດ ພັນທະລີ ຄູຝຶກນັກກີລາ ທັງຜູ້ປະສານງານການເດີນທາງ
4.ທ້າວ ສັນຕິສຸກ ດວງແກ້ວມະນີ ເຈົ້າຂອງອັນດັບ 4 ລາຍການຊີງແຊັມໂລກ 2018 ທີ່ປະເທດໄທ ຈະລົງແຂ່ງຂັນຮຸ່ນ men model physiqe up to 175 ຊັງຕີແມັດໃນລາຍການຊີງແຊັມໂລກ.

ສໍາລັບ ປັດຈຸບັນໃນ ສປປ ລາວ ມີກໍາມະການເພາະກາຍໂລກພຽງ 1 ທ່ານຄື ທ່ານ ກົງປະເສີດ ແພງແສນ, ເຊິ່ງຫຼັງຈົບລາຍການຊີງແຊັມໂລກ 2019 ຕ້ອງຕິດຕາມວ່າ ທ່ານ ນາງ ພອຍໄພລິນ ພັນທະລີ ຈະເປັນຄົນທີ 2 ໄດ້ຫຼືບໍ? ແລະ ສັນຕິສຸກ ຈະສາມາດສ້າງຜົນງານໄດ້ໂດດເດັ່ນແນວໃດ
ຂ່າວ: ຫຼ້າ ເສດຖະກິດ; ຮູບຈາກ: ສະຫະພັນກີລາເພາະກາຍແຫ່ງຊາດລາວ