ເປີດໃຈ ສຸກອາພອນ ຫຼັງໄດ້ຕົ້ນສັງກັດໃໝ່ ແລະ ກັບມາຊ້ອມກັບທີມຊາດລາວ ກ່ອນລຸຍຊີເກມ

190

ສຸກອາພອນ ວົງຈຽງຄໍາ ກອງໜ້າທີມຊາດລາວ ກັບມາຊ້ອມກັບ ທີມຊາດລາວ ຊຸດຊີເກມ 2019 ເປັນທີ່ຮຽບຮ້ອຍໃນທ້າຍອາທິດ ທີ່ຜ່ານມາ ກ່ອນຈະເປີດໃຈ ຫຼັງຈາກທີ່ໄດ້ຕົ້ນສັງກັດໃໝ່ໃນໄທລີກ 1 ແລະ ກັບມາຊ້ອມກັບ ທີມຊາດລາວ ກຽມພ້ອມລຸຍໃນງານກີລາ ຊີເກມ 2019 ທີ່ປະເທດຟິລິບປິນ.

ສຸກອາພອນ ອໍາລາສະໂມສອນ ໂຊນາກ ຮອນບິລ ຫຼັງຈົບການແຂ່ງຂັນ ໄທລີກ 1 ປະຈໍາລະດູການ 2019 ກ່ອນຈະເປີດຕົວກັບສະໂມສອນໃໝ່ຢ່າງ ພີທີ ປະຈວບ ເອັຟຊີ ທີມອັນດັບ 9 ຂອງການແຂ່ງຂັນເຕະບານ ໄທລີກ 1 ລະດູການ 2019 ແລະ ແຊັມການແຂ່ງຂັນບານເຕະລາຍການ ໂຄໂຢຕ້າ ລີກ ຄັບ 2019 ຫຼ້າສຸດກັບມາ ສປປ ລາວ ເພື່ອຊ້ອມກັບທີມຊາດລາວ ລຸ້ນພາຮຸ່ນນ້ອງລຸຍການແຂ່ງຂັນບານເຕະຊາຍ ໃນງານມະຫາກໍາກີລາ ຊີເກມ ຄັ້ງທີ 30 ທີ່ປະເທດຟິລິບປິນ ທ້າຍເດືອນນີ້.

ຫຼັງກັບມາຮອດ ສປປ ລາວ ສຸກອາພອນ ເປີດໃຈກ່ຽວກັບທີມໃໝ່ວ່າ: ກ່ອນອື່ນຕ້ອງຂໍຂອບໃຈ ໄຊນາກ ຮອນບິລ ທີມເກົ່າທີ່ໃຫ້ໂອກາດໄດ້ສ້າງຜົນງານໃນໄທລີກ 1 ລະດູການ 2019 ແລະ ຂອບໃຈ ພີທີ ປະຈວບ ເອັຟຊີ ທີ່ໃຫ້ໂອກາດໃນລະດູການໜ້າ, ເຊິ່ງທີມໃໝ່ເປັນທີ່ດີ ແລະ ຢູ່ກັນແບບຄອບຄົວ ລວມທັງຫາກໍໄດ້ແຊັມ ໂຄໂຢຕ້າ ລີກ ຄັບ 2019 ແນ່ນອນເປັນທີມທີ່ຢູ່ໃນໃຈຢູ່ແລ້ວ ແລະ ຈະເປັນປະສົບການໃໝ່ໃນໄທລີກ ເຊື່ອແນ່ນອນສະໂມສອນຈະຊ່ວຍພັດທະນາຕົວເອງ ແລະ ຕົວເອງຈະນໍາເອົາປະສົບການທີ່ຜ່ານມາຊ່ວຍສະໂມສອນກ້າວຂຶ້ນໄປເລື້ອຍໆ.

ສຸກອາພອນ ກ່າວກ່ຽວກັບທີມຊາດລາວ ຊຸດຊີເກມວ່າ: ເລີ່ມມາຊ້ອມກັບທີມຊາດລາວ ຊຸດຊີເກມ 2019 ໃນທ້າຍອາທິດທີ່ຜ່ານ ຫຼັງຈາກທີ່ໄດ້ຖືກເອີ້ນມາຄັດເລືອກທີມຊາດລາວ ແລະ ຈະຄັດເອົາ 23 ຄົນສຸດທ້າຍ, ເຊິ່ງຂ້ອຍເປັນ 1 ໃນ 2 ນັກເຕະລາວ ທີ່ອາຍຸເກີນ 22 ປີ ອີງຕາມລະບຽບສາມາດໃຊ້ນັກເຕະອາຍຸເກີນໄດ້ 2 ຄົນ ຖ້າບໍ່ມີຫຍັງຜິດພາດກໍຈະໄດ້ໄປຊີເກມ, ແນ່ນອນໃນຊີເກມ ທີມຊາດລາວຢູ່ຮ່ວມສາຍໜັກໆ. ຢ່າງໃດກໍຕາມ ພວກເຮົາຈະສູ້ເຕັມທີ່ ແລະ ຈາກປະສົບການໃນໄທລີກ 1 ຈະຊ່ວຍພານ້ອງໆສູ້ເຕັມທີ່.

ສໍາລັບ ສຸກອາພອນ ວົງຈຽງຄໍາ ເປັນນັກເຕະລາວ ທີ່ມີປະສົບການ ແລະ ຜົນງານດີທີ່ສຸດໃນຕ່າງປະເທດກໍວ່າໄດ້ ໂດຍປະສົບການເຄີຍຫຼິ້ນໃຫ້ກັບ ບີອີຊີ ເທໂຣ, ກຣະບີ່ ເອັຟຊີ, ພິດສະນຸໂລກ ເອັຟຊີ, ສຣະບູລີ ເອັຟຊີ, ສີສະເກດ ເອັຟຊີ ແລະ ໄຊນາກ ຮອນບິລ ລົງສະໜາມ 15 ນັດ ຍິງໄປ 1 ປະຕູ ບໍ່ສາມາດຊ່ວຍໃຫ້ທີມໜີການຕົກຊັ້ນໄດ້.

ສ່ວນຜົນງານໃນ ສປປ ລາວ ເຄີຍຫຼິ້ນໃຫ້ກັບ ເອັສຣາ ເອັຟຊີ, ນະຄອນຫຼວງວຽງຈັນ ເອັຟຊີ, ລ້ານຊ້າງ ຢູໄນເຕັດ ແລະ ນະຄອນຫຼວງ ຢູໄນເຕັດ. ຂະນະທີ່ ທີມຊາດລາວ ແມ່ນຕິດມາແຕ່ເຍົາວະຊົນ ຈົນເຖິງຊຸດໃຫຍ່ ແລະ ຫຼ້າສຸດກຽມນໍາທີມຊາດລາວ ລຸຍການແຂ່ງຂັນບານເຕະໃນຊີເກມ 2019 ທີ່ປະເທດຟິລິບປິນ ທີ່ຈະເປີດສາກຂຶ້ນທ້າຍເດືອນພະຈິກນີ້.
(ຄໍາສອນ; ຮູບຈາກ: ສຕລ)