ອາກາດຍັງຈະເຢັນໃນຕອນກາງຄືນ ພ້ອມມີຝົນຕົກກະຈາຍໃນແຕ່ລະພາກ

68

ກົມອຸຕຸນິຍົມ ແລະ ອຸທົກກະສາດ ໄດ້ລາຍງານພະຍາກອນອາກາດປະຈໍາວັນທີ 04 ພະຈິກ 2019ວ່າ: ຄວາມກົດດັນສູງຂອງອາກາດເຢັນໄດ້ປົກຄຸມຢູ່ພາກເໜືອ ລົງຫາ ພາກກາງຂອງປະເທດລາວດ້ວຍກຳລັງອ່ອນ ຫາ ປານກາງ, ພ້ອມດຽວກັນກະແສລົມຕາເວັນອອກ – ຕາເວັນອອກສ່ຽງເໜືອພັດປົກຄຸມເປັນສ່ວນໃຫ່ຍ, ເຊິ່ງລັກສະນະເຊັ່ນນີ້ຈະເຮັດໃຫ້ອາກາດຍັງເຢັນ ຫາ ໜາວເຢັນໃນຕອນກາງຄືນ, ພ້ອມມີໝອກບາງປົກຫຸ້ມຢູ່ທົ່ວໄປໃນຕອນເຊົ້າຢູ່ ແຂວງ ພາກເໜືອ ຫາ ພາກກາງ ແລະ ຈະມີຝົນຕົກໃນລະດັບຄ່ອຍ ພ້ອມຈະມີລົມພັດແຮງເປັນບາງໂອກາດຢູ່ບາງທ້ອງຖິ່ນໃນແຕ່ລະພາກ.

ພາກເໜືອດ້ານຕາເວັນອອກ (ຜົ້ງສາລີ, ວຽງໄຊ, ຊຳເໜືອ ລະ ຊຽງຂວາງ) ອາກາດເຢັນ ຫາ ໜາວເຢັນ, ພ້ອມມີໝອກບາງປົກຫຸ້ມຢູ່ບາງທ້ອງຖິ່ນ ໃນຕອນເຊົ້າ ແລະ ຈະມີຝົນຕົກກະຈາຍເປັນບາງໂອກາດຢູ່ບາງທ້ອງຖິ່ນແຂວງ ຜົ້ງສາລີ ແລະ ຫົວພັນ. ອຸນຫະພູມໃນລະຫວ່າງ 15-25 ອົງສາ.

ພາກເໜືອດ້ານຕາເວັນຕົກ (ອຸດົມໄຊ, ຫ້ວຍຊາຍ, ຫຼວງນໍ້າທາ, ເມືອງສິງ, ວຽງພູຄາ, ຫຼວງພະບາງ ແລະ ໄຊຍະບູລີ) ອາກາດເຢັນ ຫາໜາວເຢັນ ພ້ອມມີໝອກບາງປົກຫຸ້ມຢູ່ທົ່ວໄປ ແລະ ຈະມີຝົນຕົກກະຈາຍຢູ່ບາງທ້ອງຖິ່ນແຂວງ ຫຼວງນໍ້າທາ ແລະ ບໍ່ແກ້ວ. ອຸນຫະພູມໃນລະຫວ່າງ 16-33 ອົງສາ.

ພາກກາງ (ໂພນໂຮງ, ປາກຊັນ, ຫຼັກ20, ເມືອງວຽງທອງ, ນາກາຍ, ທ່າແຂກ, ສະຫວັນນະເຂດ ແລະ ເຊໂນ) ອາກາດເຢັນໃນຕອນກາງຄືນ ຫາ ຕອນເຊົ້າ ແລະ ຈະມີລົມພັດແຮງຢູ່ບາງທ້ອງຖິ່ນທາງດ້ານຕາເວັນອອກຂອງພາກ. ອຸນຫະພູມໃນລະຫວ່າງ 21-33 ອົງສາ. ສະເພາະແຂວງໄຊສົມບູນ ອາກາດໜາວເຢັນ, ພ້ອມມີໝອກບາງປົກຫຸ້ມທົ່ວໄປໃນຕອນເຊົ້າ. ອຸນຫະພູມໃນລະຫວ່າງ 12-27 ອົງສາ. ສຳລັບນະຄອນຫຼວງວຽງຈັນ ອາກາດເຢັນໃນຕອນເຊົ້າ ຍັງຈະມີຝົນຕົກກະຈາຍໃນຕອນບ່າຍ ຫາ ກາງຄືນ ພ້ອມຈະມີລົມພັດແຮງເປັນບາງໂອກາດຢູ່ບາງບໍລິເວນ. ອຸນຫະພູມໃນລະຫວ່າງ 23-33 ອົງສາ.

ພາກໃຕ້ (ປາກເຊ, ນິຄົມ34, ສາລະວັນ, ເຊກອງ, ທ່າແຕງ, ດາກຈຶງ ແລະ ອັດຕະປື) ມີເຝື້ອປົກຄຸມເປັນສ່ວນຫຼາຍ ແລະ ຈະມີຝົນຕົກກະຈາຍຢູ່ບາງທ້ອງຖິ່ນ ພ້ອມຈະມີລົມພັດແຮງເປັນບາງໂອກາດ. ອຸນຫະພູມໃນລະຫວ່າງ 21-34 ອົງສາ. ສໍາລັບເຂດພູພຽງບໍລິເວນ ອາກາດຍັງຽາວເຢັນ ແລະ ຈະມີຝົນຕົກໃນລະດັບຄ່ອຍຢູບາງບໍລິເວນ. ອຸນຫະພູມໃນລະຫວ່າງ 10-28 ອົງສາ.