ພາກກາງ-ໃຕ້ ອາທິດນີ້ອາກາດຮ້ອນໃນຕອນບ່າຍ ພ້ອມມີຝົນຕົກ, ລົມແຮງຢູ່ຫຼາຍທ້ອງຖິ່ນ

105

ຄໍາເຕືອນ: ເນື່ອງຈາກວ່າ ໃນໄລຍະວັນທີ 30 ຕຸລາ ຫາ 03 ພະຈິກ 2019 ຄວາມກົດດັນອາກາດຕໍ່າຂອງອາກາດຮ້ອນຈະປົກຄຸມຢູ່ແຂວງພາກກາງ ແລະ ພາກໃຕ້ ຂອງປະເທດລາວ, ເຊິ່ງຈະເຮັດໃຫ້ອາກາດຮ້ອນຂຶ້ນໃນຕອນບ່າຍ ແລະ ຈະມີຝົນຕົກຟ້າຮ້ອງຢູ່ຫຼາຍທ້ອງຖິ່ນແຂວງຄໍາມ່ວນ, ສະຫວັນນະເຂດ, ສາລະວັນ, ຈໍາປາສັກ, ອັດຕະປື ແລະ ເຊກອງ. ດັ່ງນັ້ນ, ຈຶ່ງຂໍແຈ້ງເຕືອນເຖີງອໍານາດການປົກຄອງ ແລະ ພໍ່ແມ່ປະຊາຊົນ ທີ່ອາໄສໃນເຂດແຂວງດັ່ງກ່ວາຈົ່ງມີສະຕິລະມັດລະວັງຕໍ່ສະພາບຝົນຕົກຟ້າຮ້ອງ ແລະ ລົມພັດແຮງ.

ກົມອຸຕຸນິຍົມ ແລະ ອຸທົກກະສາດ ໄດ້ຄາດຄະເນສະພາບອາກາດໃນໄລຍະວັນທີ 28 ຕຸລາ ຫາ 3 ພະຈິກ 201ວ່າ: ໃນໄລຍະວັນທີ 28 ຫາ 30 ຕຸລາ 2010, ຄວາມກົດດັນສູງຂອງອາກາດເຢັນທີ່ປະເທດຈີນທີ່ມີກໍາລັງປານກາງ ປົກຄຸມຢູ່ທຸກພາກຂອງປະເທດລາວ, ສົມທົບກັບລົມຕາເວັນອອກ – ຕາເວັນອອກສ່ຽງເຫນືອພັດປົກຄຸມເປັນສ່ວນໃຫ່ຍ, ເຊິ່ງລັກສະນະເຊັ່ນນີ້ ຈະເຮັດໃຫ້ອາກາດເຢັນໃນຕອນກາງຄືນ ຫາ ຕອນເຊົ້າ ພ້ອມມີຫມອກບາງປົກຫຸ້ມຢູ່ທົ່ວໄປ.

ຈາກນັ້ນ, ໃນໄລຍະວັນທີ 31 ຕຸລາ ຫາ 3 ພະຈິກ 2010 ຄວາມກົດດັນອາກາດຕໍ່າຂອງອາກາດຮ້ອນຈະປົກຄຸມຢູ່ແຂວງພາກກາງ ແລະ ພາກໃຕ້ ຂອງປະເທດລາວ, ເຊິ່ງຈະເຮັດໃຫ້ອາກາດຮ້ອນຂຶ້ນໃນຕອນບ່າຍ ແລະ ຈະຝົນຕົກ, ຟ້າຮ້ອງຢູ່ຫຼາຍທ້ອງຖິ່ນແຂວງພາກກາງ ແລະ ພາກໃຕ້.

ພາກເໜືອດ້ານຕາເວັນອອກ: ໃນໄລຍະວັນທີ 28 ຫາ 30 ຕຸລາ 2019, ອາກາດຈະເຢັນໜາວເຢັນໃນຕອນກາງຄືນ ຫາ ຕອນເຊົ້າ, ພ້ອມມີໝອກບາງປົກຫຸ້ມຢູ່ທົ່ວໄປ ແລະ ມີລົມພັດແຮງຢູ່ບາງທ້ອງຖິ່ນ. ຈາກນັ້ນ, ວັນທີ 30 ຕຸລາ ຫາ 3 ພະຈິກ 2019 ອາກາດຍັງ ຈະສືບຕໍ່ເຢັນຫາໜາວເຢັນ ແລະ ຈະມີຝົນຕົກກະຈາຍຢູ່ບາງທ້ອງຖິ່ນ ແຂວງ ຫົວພັນ ແລະ ຊຽງຂວາງ ອຸນຫະພູມຕ່ໍາສຸດ 16 – 18 ອົງສາ ແລະ ສູງສຸດ 26 – 28 ອົງສາ.

ພາກເໜືອດ້ານຕາເວັນຕົກ: ໃນໄລຍະວັນທີ 28 ຕຸລາ ຫາ 03 ພະຈິກ 2019, ອາກາດເຢັນ ຫາ ໜາວເຢັນ ໃນຕອນກາງຄືນ ຫາ ຕອນເຊົ້າໃນໄລຍະຕົ້ນອາທິດ ພ້ອມມີໝອກບາງປົກຫຸ້ມຢູ່ທົ່ວໄປ ແລະ ຈະມີຝົນຕົກກະຈາຍ ຢູ່ບາງທ້ອງຖິ່ນ ແຂວງ ຫຼວງນໍ້າທາ, ຫຼວງພະບາງ ແລະ ໄຊຍະບູລີ, ອຸນຫະພູມຕ່ໍາສຸດ 17 – 19 ອົງສາ ແລະ ສູງສຸດ 33 – 35 ອົງສາ.

ພາກກາງ: ໃນໄລຍະວັນທີ 28 ຫາ 31 ຕຸລາ 2019, ມີເຝື້ອປົກຄຸມເປັນບາງສ່ວນ, ອາກາດເຢັນໃນຕອນເຊົ້າ ພ້ອມມີໝອກບາງປົກຫຸ້ມໃນຕອນເຊົ້າ, ສະເພາະຢູ່ທາງດ້ານຕາເວັນອອກຂອງພາກ. ຈາກນັ້ນວັນທີ 01 ຫາ 03 ພະຈິກ 2019, ອາກາດຮ້ອນໃນຕອນບ່າຍ, ຈະມີຝົນຕົກຟ້າຮ້ອງ ແລະ ມີລົມພັດແຮງຢູ່ບາງທ້ອງຖິ່ນແຂວງ ວຽງຈັນ ແລະ ບໍລິຄໍາໄຊ. ອຸນຫະພູມຕໍ່າສຸດ 21 – 23 ອົງສາ ແລະ ສູງ ສຸດ 33 – 35 ອົງສາ.

ສະເພາະແຂວງ ໄຊສົມບູນ, ເຂດຫຼັກ 20, ເມືອງ ວຽງທອງ ແລະ ເມືອງ ນາກາຍ: ໃນໄລຍະວັນທີ 28 ຕຸລາ ຫາ 3 ພະຈິກ 2019, ອາກາດຈະເຢັນ ຫາ ໜາວເຢັນ ແລະ ມີໝອກບາງປົກຫຸ້ມໃນຕອນກາງຄືນ ຫາ ຕອນເຊົ້າ ພ້ອມຈະມີລົມພັດແຮງຢູ່ບາງບໍລິເວນ. ອຸນຫະພູມຕ່ໍາສຸດ 13 – 15 ອົງສາ ແລະ ສູງສຸດ 26 – 28 ອົງສາ.

ພາກໃຕ້: ໃນໄລຍະວັນທີ 28 ຫາ 20 ຕຸລາ 2010, ມີເຝື້ອປົກຄຸມເປັນບາງສ່ວນ, ອາກາດອ່າວເຢັນ ພ້ອມມີໝອກບາງປົກຫຸ້ມໃນຕອນ ກາງຄືນ ຫາ ຕອນເຊົ້າ. ຈາກນັ້ນວັນທີ 30 ຕຸລາ ຫາ 03 ພະຈິກ 2019, ອາກາດຮ້ອນໃນຕອນບ່າຍ ຈະຝົນຕົກຟ້າຮ້ອງ ແລະ ມີລົມພັດແຮງຢູ່ຫຼາຍທ້ອງຖິ່ນແຂວງ ຈໍາປາສັກ, ສາລະວັນ, ອັດຕະປື ແລະ ເຊກອງ ອຸນຫະພູມຕ່ໍາສຸດ 22 – 24 ອົງສາ ແລະ ສູງສຸດ 33 – 34 ອົງສາ.

ສະເພາະເຂດພູພຽງບໍລະເວນ: ໃນໄລຍະວັນທີ 28 ຫາ 29 ຕຸລາ 2019, ອາກາດຈະເຢັນຫາໜາວເຢັນ ພ້ອມມີໝອກບາງປົກຫຸ້ມໃນຕອນກາງຄືນ ຫາ ຕອນເຊົ້າ ແລະ ມີລົມພັດແຮງເປັນບາງໂອກາດຢູ່ບາງບໍລິເວນ. ຈາກນັ້ນ, ວັນທີ 30 ຕຸລາ ຫາ 03 ພະຈິກ 2019, ຈະມີຝົນຕົກຟ້າຮ້ອງ ແລະ ມີລົມພັດແຮງຢູ່ບາງບໍລິເວນ. ອຸນຫະພູມຕ່ໍາສຸດ 12 – 14 ອົງສາ ແລະ ສູງສຸດ 24 – 26 ອົງສາ.

ສະເພາະນະຄອນຫຼວງວຽງຈັນ: ໃນໄລຍະວັນທີ 28 ຕຸລາ ຫາ 2010, ຈະມີເຝື້ອປົກຄຸມເປັນບາງສ່ວນ, ອາກາດອ່າວເຢັນໃນຕອນກາງຄືນ ຫາ ຕອນເຊົ້າ ແລະ ຈະມີຝົນຕົກຄ່ອຍ ພ້ອມຈະມີລົມພັດແຮງເປັນບາງໂອກາດຢູ່ບາງບໍລິເວນ. ອຸນຫະພູມຕ່ໍາສຸດ 25 – 27 ອົງສາ ແລະ ສູງສຸດ 34 – 36 ອົງສາ.