ພະນັກງານ ຖວທ ເກືອບ 700 ຄົນ ໄດ້ຮັບບັດລັດຖະກອນເປັນຊຸດທຳອິດ

472

ເພື່ອເປັນການຢັ້ງຢືນການກວດກາ ຈໍານວນພົນພະນັກງານ-ລັດຖະກອນຜູ້ມີໜ້າ ຫຼື ບໍ່ມີໜ້າຕົວຈິງ ທັງເປັນການປັບປຸງຂໍ້ມູນປະຫວັດລັດຖະກອນໃຫ້ຖືກຕ້ອງ ແລະ ຫັນການຄຸ້ມຄອງພະນັກງານ-ລັດຖະກອນ ໃຫ້ສອດຄ່ອງຕາມກົດໝາຍ, ລະບຽບການ ແລະ ທັນສະໄໝ. ກະຊວງຖະແຫຼງຂ່າວ, ວັດທະນຳ ແລະ ທ່ອງທ່ຽວ (ຖວທ) ໄດ້ຈັດກອງປະຊຸມເຜີຍແຜ່ນິຕິກຳ ກ່ຽວກັບການອອກບັດພະນັກງານ-ລັດຖະກອນ ພ້ອມທັງມອບ-ຮັບບັດພະນັກງານ-ລັດຖະກອນແແລ້ວຈຳນວນ 673 ຄົນ ໃນວັນທີ 25 ຕຸລາ 2019, ທີ່ຫໍວັດທະນະທຳແຫ່ງຊາດ.

ບັດພະນັກງານ-ລັດຖະກອນ ແມ່ນສະດວກຫຼາຍຢ່າງ ເຊິ່ງສາມາດນຳໃຊ້ແທນບັດປະຈຳຕົວ, ບັດປະກັນສັງຄົມ ແລະ ບັດເອທີເອັມ. ນອກຈາກສະດວກໃນການຖອນເງິນສົດຢູ່ຕູ້ ATM, ຍັງໂອນເງິນໄວທັນໃຈຜ່ານຕູ້ ATM ແລະ BCEL One ທັງສາມາດໃຊ້ຊໍາລະສິນຄ້າຜ່ານເຄື່ອງຮູດບັດ EDC ຂອງທະນາຄານການຄ້າຕ່າງປະເທດລາວມະຫາຊົນ.

ທ່ານ ຂັນແກ້ວ ພົມມະໄກສອນ ຫົວໜ້າກົມຈັດຕັ້ງ ແລະ ພະນັກງານ ກະຊວງ ຖວທ ໄດ້ກ່າວວ່າ: ວຽກງານອອກບັດພະນັກງານ-ລັດຖະກອນນີ້ ກະຊວງພາຍໃນໄດ້ຈັດຕັ້ງປະຕິບັດມາຕັ້ງແຕ່ ປີ 2017 ໂດຍໄດ້ເລີ່ມຈາກການສັງລວມແນວຄວາມຄິດຈາກບັນດາພາກສ່ວນຕ່າງໆ ແລະ ໄດ້ສົມທົບກັບອົງການຮັບຜິດຊອບເປັນຕົ້ນແມ່ນ ທະນາຄານ ແລະ ກະຊວງແຮງງານ ແລະ ສະຫວັດດີການ-ສັງຄົມ.

ໃນປີ 2018 ກະຊວງ ຖວທ ໄດ້ມີການແຕ່ງຕັ້ງຄະນະຮັບຜິດຊອບຊີ້ນຳລວມ ແລະ ຄະນະວິຊາການ ກ່ຽວກັບການອອກບັດ ພະນັກງານ-ລັດຖະກອນ ຕາມບົດແນະນຳຂອງກະຊວງພາຍໃນ ເພື່ອເປັນຂົວຕໍ່ລະຫວ່າງກະຊວງ ຖວທ ກັບ ອົງການຄຸ້ມຄອງພະນັກງານ-ລັດຖະກອນ ມະຫາພາກ.

ຜ່ານການປະສານສົມທົບ ບົນພື້ນຖານຄວາມຖືກຕ້ອງຊັດເຈນ ຂອງຂໍ້ມູນພະນັກງານ-ລັດຖະກອນ ຜູ້ມີສິດຮັບບັດໃນຄັ້ງນີ້ມີພຽງ 673 ຄົນ ຈາກຈຳນວນພະນັກງານຢູ່ສູນກາງ ທັງໝົດ 1.569 ຄົນ (ຍັງເຫຼືອ 806 ຄົນບໍ່ທັນຮັບບັດ), ແຕ່ຄະນະຮັບຜິດຊອບ ຍັງຈະໄດ້ສືບຕໍ່ປະສານສົມທົບກວດກາຄວາມຖືກຕ້ອງ ຊັດເຈນ ດ້ານຂໍ້ມູນຄືນໃໝ່ ເພື່ອໃຫ້ພະນັກງານ-ລັດຖະກອນ ພາຍໃນກະຊວງ ຖວທ ຂັ້ນສູນກາງ ໄດ້ຮັບບັດທັງໝົດໃນງວດຕໍ່ໄປ.

ພາບປະກອບຂ່າວ

ດ້ານທ່ານ ສຸວັນນີ ລັດຕະນະວົງ ຫົວໜ້າກົມຄຸ້ມຄອງລັດຖະກອນ, ກະຊວງພາຍໃນ ໄດ້ກ່າວວ່າ: ການຜະລິດບັດທີ່ທັນສະໄໝນີ້ ຍັງເຮັດໃຫ້ການເບີກຈ່າຍເງິນເດືອນ, ເງິນອຸດໜູນ ແລະ ເງິນນະໂຍບາຍຕ່າງໆຖືກຕ້ອງຕາມຕົວຈິງ, ທັງມີຄວາມສະດວກ ແລະ ເປັນເອກະພາບໃນການຈັດຕັ້ງປະຕິບັດໃນຂອບເຂດທົ່ວປະເທດ. ການມາມອບບັດໃຫ້ ພະນັກງານ-ລັດຖະກອນ ຖວທ ຄັ້ງນີ້ ຍັງໄດ້ແນະນໍາໃຫ້ມີຄວາມຮັບຮູ້ ແລະ ເຂົ້າໃຈຢ່າງເລິກເຊິ່ງກ່ຽວກັບການນຳໃຊ້ບັດ ແລະ ຄູ່ມືກ່ຽວກັບການປັບປຸງຂໍ້ມູນໃຫ້ຖືກຕ້ອງຕາມລະບຽບການ ເຊິ່ງເປັນອົງກອນທີ 37 ຢູ່ສູນກາງ ແລະ ໃນປີ 2020 ຈະສືບຕໍ່ອອກບັດພະນັກງານ-ລັດຖະກອນຢູ່ຂັ້ນທ້ອງຖິ່ນ ແລະ ຂັ້ນເມືອງຕື່ມອີກ.