ມື້ນີ້, ອາກາດຈະຮ້ອນໃນຕອນບ່າຍ ຢູ່ແຂວງພາກກາງ-ພາກໃຕ້

201

ກົມອຸຕຸນິຍົມ ແລະ ອຸທົກກະສາດໄດ້ພະຍາກອນອາກາດໃນເວລາ 12:00 ໂມງ ປະຈໍາວັນທີ 23 ຕຸລາ 2019ວ່າ: ຄວາມກົດດັນສູງຂອງອາກາດເຢັນໄດ້ອ່ອນກໍາລັງລົງປົກຄຸມຢູ່ແຂວງພາກເໜືອ ແລະ ພາກກາງ ຂອງປະເທດລາວ, ສົມທົບກັບກະແສລົມຕາເວັນຕົກພັດປົກຄຸມດ້ວຍກໍາລັງອ່ອນ, ເຊິ່ງລັກສະນະເຊັ່ນນີ້ ຈະຍັງຈະເຮັດໃຫ້ອາກາດເຢັນ ຢູ່ແຂວງ ພາກເໜືອ, ແຂວງ ໄຊສົມບູນ ແລະ ເຂດພູພຽງບໍລະເວນ, ພ້ອມຈະມີຝົນຕົກຄ່ອຍຢູ່ບາງທ້ອງຖິ່ນ, ສ່ວນພາກກາງ ຫາ ພາກໃຕ້ ອາກາດຮ້ອນໃນຕອນບ່າຍ ແລະ ມີລົມພັດແຮງເປັນບາງໂອກາດໃນແຕ່ລະພາກ.

ພາກເໜືອດ້ານຕາເວັນອອກ (ຜົ້ງສາລີ, ວຽງໄຊ, ຊຳເໜືອ ແລະ ຊຽງຂວາງ) ອາກາດເຢັນ ພ້ອມມີໝອກບາງປົກຫຸ້ມໃນຕອນເຊົ້າ ແລະ ມີຝົນຕົກກະຈາຍ ຢູ່ບາງທ້ອງຖິ່ນໂດຍສະເພາະຢູ່ແຂວງ ຜົ້ງສາລີ,ຫົວພັນ ແລະ ຊຽງຂວາງ. ອຸນຫະພູມໃນລະຫວ່າງ 16-31 ອົງສາ.

ພາກເໜືອດ້ານຕາເວັນຕົກ (ອຸດົມໄຊ, ຫ້ວຍຊາຍ, ຫຼວງນໍ້າທາ, ເມືອງສິງ, ວຽງພູຄາ, ຫຼວງພະບາງ ແລະ ໄຊຍະບູລີ) ອາກາດເຢັນໃນຕອນເຊົ້າ, ພ້ອມມີໝອກບາງປົກຫຸ້ມຢູ່ທົ່ວໄປ ແລະ ຈະມີຝົນຕົກກະຈາຍໃນລະດັບຄ່ອຍຢູ່ບາງທ້ອງຖິ່ນ. ອຸນຫະພູມໃນລະຫວ່າງ 19-34 ອົງສາ.

ພາກກາງ (ໂພນໂຮງ, ປາກຊັນ, ຫຼັກ20, ເມືອງວຽງທອງ, ນາກາຍ, ທ່າແຂກ, ສະຫວັນນະເຂດ ແລະ ເຊໂນ) ອາກາດເຢັນໃນຕອນເຊົ້າ, ພ້ອມມີລົມພັດແຮງເປັນບາງໂອກາດຢູ່ທາງດ້ານຕາເວັນອອກຂອງພາກ. ອຸນຫະພູມໃນລະຫວ່າງ 22-34 ອົງສາ. ສະເພາະແຂວງໄຊສົມບູນ ອາກາດເຢັນ ແລະ ຍັງຈະມີຝົນຕົກໃນລະດັບຄ່ອຍຢູ່ບາງບໍລິເວນ ພ້ອມມີລົມພັດແຮງເປັນບາງໂອກາດ. ອຸນຫະພູມໃນລະຫວ່າງ 16-27 ອົງສາ. ສຳລັບນະຄອນຫຼວງວຽງຈັນ: ອາກາດຮ້ອນໃນຕອນບ່າຍ ແລະ ຈະມີລົມພັດແຮງເປັນບາງໂອກາດຢູ່ບາງບໍລິເວນ. ອຸນຫະພູມໃນລະຫວ່າງ 25-35 ອົງສາ.

ພາກໃຕ້ (ປາກເຊ, ປາກຊ່ອງ, ນິຄົມ 34, ສາລະວັນ, ເຊກອງ, ທ່າແຕງ, ດາກຈຶງ ແລະອັດຕະປື) ອາກາດຮ້ອນ, ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນ. ອຸນຫະພູມໃນລະຫວ່າງ 21-35 ອົງສາ. ສໍາລັບເຂດພູພຽງບໍລິເວນ ອາກາດເຢັນ, ຳພ້ອມມີໝອກບາງໃນຕອນເຊົ້າ ແລະ ມີລົມພັດແຮງເປັນບາງໂອກາດຢູ່ບາງບໍລິເວນ. ອຸນຫະພູມໃນລະຫວ່າງ 11-27 ອົງສາ.